ຈີນ​ມອບ​ຜູ້​ຕ້ອງ​ໂທດທີ່​ຫຼອກ​ລວງ​ທາງ​ໂທລະສັບ​ທີ່​ເປັນ​ສັນຊາດ​ໄທ6​ຄົນ​ໃຫ້​ໄທ

(GMT+08:00) 2012-11-16 10:53:08     cri
ວັນ​ທີ15​ພະຈິກນີ້, ກະຊວງປ້ອງ​ກັນ​ຄວາມ​ສະຫງົບ​ຈີນ​ກ່າວ​ວ່າ, ຫວ່າງ​ມໍ່ໆ​ມາ​ນີ້, ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ແຂວງ​ກວາງ​ຕຸ້ງ​ໄດ້​ທັບ​ມ້າງຄະດີ​ກຸ່ມ​ຕົວະ​ຕົ້ມ​ທາງ​ໂທລະສັບຂ້າມ​ຊາດ​ທີ່ຫຼອກລວງ​ປະຊາຊົນ​ໄທ, ​ແລະໄດ້​ຈັບ​ຕົວ​ຜູ້ຜູ້​ຕ້ອງ​ຫາ​ຈຳນວນ7​ຄົນ, ​ໃນ​ນັ້ນ ມີ6​ຄົນ​​ເປັນສັນຊາດ​ໄທ. ພາຍຫຼັງ​ຕຳຫຼວດ​ຈີນ​ໄດ້​ສຳ​ເລັດ​ວຽກ​ງານ​ສືບສວນ​ສອບ​ສວນ​ຮຽບຮ້ອຍແລ້ວ, ​ໄດ້​ມອບ​ຕົວ​ຜູ້​ຕ້ອງ​ຫາ​ທີ່​ເປັນ​ຄົນ​ສັນຊາດ​ໄທ6​ຄົນ​ໃຫ້​ຕຳຫຼວດ​ໄທ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ15​ພະຈິກ​ນີ້.

ຜ່ານ​ການ​ສືບ​ສວນ​ສອບ​ສວນ​ແລ້ວ​ເຫັນ​ວ່າ, ນັບ​ແຕ່​ເດືອນ​ເມສາ​ປີ​ນີ້​ເປັນ​ຕົ້ນ​ມາ, ກຸ່ມຜູ້​ຕ້ອງ​ຫາ​ໃນ​ຄະດີ​ດັ່ງກ່າວ​ໄດ້​ຕົວະ​ຕົ້ມ​ເງິນ​ຂອງ​ປະຊາຊົນ​ໄທມີ​ມູນ​ຄຳ​ເຖິງ3​ລ້ານ​ບາດ.

ຕາມ​ແຈ້ງວ່າ, ນີ້​ແມ່ນຄັ້ງ​ທີ​ສາມ​ທີ່​ຝ່າຍ​ຈີນ​ໄດ້​ມອບ​ຜູ້​ຕ້ອງ​ຫາ​ໃນ​ຄະດີ​ຫຼອກ​ລວງ​ທາງ​ໂທລະສັບ​ຫຼື​ທາງ​ອິນ​ເຕີ​ເນັດ​ໃຫ້​ແກ່​ເຈົ້າ​ໜ໊າທີ່​ທາງ​ການ​ຂອງ​ໄທ.