ກອງປະຊຸມສຸດຍອດອາຊຽນຄັ້ງທີ21ຈະໄຂຂຶ້ນໃນໄວໆນີ້ຊຶ່ງຈະລົງເລິກການຮ່ວມມືໃນພາກພື້ນອາຊີຕາເວັນອອກຕື່ມອີກ
(GMT+08:00) 2012-11-16 16:52:06 cri
ກອງປະຊຸມສຸດຍອດອາຊຽນຄັ້ງທີ21ແລະກອງປະຊຸມສຸດຍອດຕ່າງໆຈະຈັດຂຶ້ນແຕ່ວັນທີ18ຫາວັນທີ20ພະຈິກນີ້ທີ່ນະຄອນຫຼວງພະນົມເປັນຂອງກຳປູເຈຍ,ຜູ້ນຳຂອງ10ປະເທດອາຊຽນແລະຈີນ,ຍີ່ປຸ່ນ,ສ.ເກົາຫຼີ,ອາເມລິກາ,ຣັດເຊຍ,ອິນເດຍ,ນີວຊີແລນແລະອົສຕຼາລີຈະເຂົ້າຮ່ວມກອງປະຊຸມ.
ກອງປະຊຸມສຸດຍອດອາຊຽນຄັ້ງທີ21ມີຫົວຂໍ້ວ່າ:"ອາຊຽນ:ປະຊາຄົມໜຶ່ງທີ່ມີໂຊກຊະຕາກຳຮ່ວມ",ໃນໄລຍະດຳເນີນກອງປະຊຸມ,ຜູ້ນຳປະເທດຕ່າງໆທີ່ເຂົ້າຮ່ວມກອງປະຊຸມຈະສືບຕໍ່ລົງເລິກປຶກສາຫາລືຫົວຂໍ້ຕ່າງໆເປັນຕົ້ນແມ່ນເຮັດແນວໃດເພື່ອເລັ່ງລັດຊຸກຍູ້ການກໍ່ສ້າງໃຫ້ອາຊຽນເຊື່ອມໂຍງເຂົ້າເປັນອັນໜຶ່ງອັນດຽວກັນກ່ອນປີ2015,ການເຊື່ອມໂຍງເຂົ້າກັນໃນດ້ານຕ່າງໆພາຍໃນພາກພື້ນອາຊຽນ, ຈັດຕັ້ງປະຕິບັດເພື່ອບັນລຸເປົ້າໝາຍຕ່າງໆທີ່ກຳນົດໄວ້ໃນກົດບັດອາຊຽນ,ຊຸກຍູ້ໃຫ້ເສດຖະກິດອາຊຽນຟື້ນຕົວຂຶ້ນພາຍໃຕ້ສະພາບທີ່ເສດຖະກິດໂລກບໍ່ສາມາດຟື້ນຕົວຂຶ້ນແລະເພີ່ມຄວາມສາມາດໃນການປະສານງານແລະແກ້ໄຂຄວາມຂັດແຍ່ງພາຍໃນອາຊຽນ.ພ້ອມດຽວກັນນັ້ນ ຍັງຈະເພີ່ມທະວີການຮ່ວມມືເພື່ອຮັບມືກັບສິ່ງທ້າທາຍຕ່າງໆຢ່າງມີປະສິດທິຜົນ,ເຊັ່ນເຮັດແນວໃດເພື່ອຮັບມືກັບວິກິດການເສດຖະກິດໂລກ,ໄພທຳ ມະຊາດ,ການປ່ຽນແປງຂອງດິນຟ້າອາກາດເຫຼົ່ານີ້ເປັນຕົ້ນ.ຜູ້ນຳຂອງບັນດາປະເທດອາຊຽນທີ່ເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງນີ້ຈະອອກຖະແຫຼງການສິດທິມະນຸດອາຊຽນເພື່ອໃຊ້ເປັນແຜນການພັດທະນາວຽກງານສິດທິມະນຸດຂອງພາກພື້ນ,ຊຸກຍູ້ການພັດທະນາວຽກງານສິດທິມະນຸດຂອງອາຊຽນ.ນອກນີ້,ຢູ່ທີ່ປະຊຸມຍັງຈະປະກາດສ້າງຕັ້ງສະຖາບັນສັນຕິພາບກັບການປະສານງານຂອງອາຊຽນຢ່າງເປັນທາງການ,ແລະຜ່ານຮັບຮອງເອກະສານຕ່າງໆຊຶ່ງລວມທັງຖະແຫຼງການພະນົມເປັນກ່ຽວກັບການປະຕິບັດຖະແຫຼງການສິດທິມະນຸດອາຊຽນແລະມະຕິກ່ຽວກັບການສ້າງສູນເກັບກູ້ລະເບີດບໍ່ທັນແຕກອາຊຽນຢູ່ກຳປູເຈຍ.
ໃນກອງປະຊຸມລັດຖະມົນຕີການຕ່າງປະເທດທີ່ໄດ້ຈັດຂຶ້ນໃນເດືອນກໍລະກົດປີນີ້,ຍ້ອນວ່າມີຄວາມ ຂັດແຍ່ງກັນໃນບັນຫາທະເລຈີນໃຕ້,ຜູ່ນຳຂອງປະເທດຕ່າງໆບໍ່ໄດ້ອອກຖະແຫຼງການຮ່ວມກ່ຽວກັບ ຜົນສຳເລັດຂອງກອງປະຊຸມ ຊຶ່ງເປັນເທື່ອທຳອິດໃນປະຫວັດສາດ.ໃນກອງປະຊຸມຂ່າວທີ່ຈັດຂຶ້ນໃນ ວັນທີ15ພະຈິກນີ້,ທ່ານຮໍນາມຮົງ,ລັດຖະມົນຕີວ່າການກະຊວງການຕ່າງປະເທດກຳປູເຈຍກ່າວວ່າ,ປີນີ້ແມ່ນຄົບຮອບ10ປີໃນການເຊັນ "ຖະແຫຼງການແຫ່ງການປະພຶດຂອງບັນດາຝ່າຍໃນທະເລຈີນໃຕ້",ສະນັ້ນ,ໃນກອງປະຊຸມຄັ້ງນີ້,ອາຊຽນກັບຈີນຈະອອກ "ຖະແຫຼງການຮ່ວມກ່ຽວກັບການເຊັນ "ຖະແຫຼງການແຫ່ງການປະພຶດຂອງບັນດາຝ່າຍໃນທະເລຈີນໃຕ້"ຄົບຮອບ10ປີ",ປະຈຸບັນນີ້,ບັນດາ ຝ່າຍທີ່ມີຄວາມຂັດແຍ່ງກັນກ່ຽວກັບບັນຫາທະເລຈີນໃຕ້ລ້ວນແຕ່ໄດ້ສະແດງຈຸດຢືນທີ່ຢາກແກ້ໄຂບັນຫາໂດຍສັນຕິ,ແຕ່ຍັງຕ້ອງປຶກສາຫາລືກັນຕື່ມອີກກ່ຽວກັບການສືບຕໍ່ຊຸກຍູ້ການປະຕິບັດ "ຖະແຫຼງການທະເລຈີນໃຕ້"ແນວໃດ.
ໃນໄລຍະກອງປະຊຸມສຸດຍອດອາຊີຕາເວັນອອກທີ່ຈະຈັດຂຶ້ນໃນວັນທີ19ພະຈິກນີ້,ຜູ່ນຳຂອງບັນດາປະເທດຈະປຶກສາຫາລືກ່ຽວກັບຫົວຂໍ້ຕ່າງໆ ເປັນຕົ້ນແມ່ນ:ພະລັງງານທີ່ເກີດໃໝ່ໄດ້,ສິ່ງແວດລ້ອມ,ການຮ່ວມມືດ້ານການເງິນ,ການປ້ອງກັນການແຜ່ລະບາດຂອງພະຍາດ,ການເຕືອນໄພພິບັດທາງທຳມະຊາດ,ການເຊື່ອມຈອດກັນໃນພາກພື້ນແລະອື່ນໆ.ບັນດາປະເທດອາຊຽນກັບຈີນ,ຍີ່ປຸ່ນແລະສ.ເກົາຫຼີຈະອອກ "ຖະແຫຼງການຮ່ວມກ່ຽວກັບການສ້າງສາຍພົວພັນການຮ່ວມມືອາຊຽນ +3ຫຼື 10+3ຄົບຮອບ15ປີ".ນອກນີ້,ອາຊຽນກັບອາເມລິກາຍັງຈະຊຸກຍູ້ການສ້າງຕັ້ງ "ສາຍພົວພັນຄູ່ຮ່ວມມືຍຸດທະສາດ"ໃນກອງປະຊຸມຄັ້ງນີ້,ແລະຕົກລົງໃຫ້"ກອງປະຊຸມສຸດຍອດອາຊຽນ-ອາເມລິກາ"ເປັນກົນໄກກອງປະຊຸມສຸດຍອດປີລະເທື່ອ.
![](/images/spacer.gif)