ຄະນະ​ແນວ​ໂຮມ​ເອກະ​ພາບສູນ​ກາງ​ພັກ​ກອມ​ມູນິດ​ຈີນ​​ເຜີຍ​ແຜ່​ຈິດ​ໃຈ​ຂອງກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ18ຂອງພັກ​ກອມ​ມູນິດຈີນຕໍ່​ບຸກຄົນ​ທີ່​ບໍ່​ແມ່ນ​ສະມາຊິກ​ພັກ​ກອມ​ມູນິດ​ຈີນ

(GMT+08:00) 2012-11-17 14:38:37     cri

ຕາມ​ຂ່າວCRI: ​ໂດຍ​ໄດ້​ຮັບ​ການມອບ​ໝາຍ​ຈາກສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ວັນ​ທີ 16 ພະຈິກ​ນີ້, ຄະນະ​ແນວ​ໂຮມ​ເອກະ​ພາບສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ຈັດກອງ​ປະຊຸມ, ​ເພື່ອ​​ເຜີຍ​ແຜ່​ຈິດໃຈຂອງກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ພັກ​ທົ່ວ​ປະ​ເທດ​ຄັ້ງ​ທີ 18 ຂອງກອມ​ມູນິດຈີນ ​ແລະ ກອງ​ປະຊຸມ​ຄົບ​ຄະນະຄັ້ງ​ທີ 1 ຂອງ​ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ສະ​ໄໝທີ 18 ຕໍ່​ສູນ​ກາງບັນດາພັກ​ປະຊາທິປະ​ໄຕ​, ຜູ້ນຳສະຫະ​ພັນ​ອຸດສາຫະກຳ​ການ​ຄ້າ​ທົ່ວ​ປະ​ເທດ​ຈີນ ​ແລະ ບຸກຄົນບໍ່ສັງກັດ​ພັກ​ຝ່າຍໃດ.

ໃນ​ກອງ​ປະຊຸມ, ທ່ານ​ຕູ້​ຊີ່​ງລີ​ນ ​ເລຂາ​ຄະນະ​ເລຂາ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ຊີ້​ອອກ​ວ່າ, ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 18 ຂອງພັກ​ກອມ​ມູນິດຈີນ​ທີ່​ຈັດ​ຂຶ້ນ​ໃນ​​ໄລຍະ​ຕັດ​ສິນ​ຊີ້​ຂາດ​ຂອງ​ການສ້າງ​ສາສັງຄົມ​​ອີ່ມ​ໜຳ​ສຳລານ​ຮອບດ້ານ​ຂຶ້ນ​ມາໄດ້​ເຕົ້າ​ໂຮມ​ສະຕິ​ປັນຍາ​ຂອງ​ທົ່ວ​ພັກ, ​ແບກ​ຫາບ​ຄວາມ​ຮັບຜິດຊອບ​ເພື່ອ​ຄວາມ​ຫວັງຂອງ​ປະຊາຊົນ, ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຮັບ​ຮູ້​ຄື​ກັນ​​ທີ່​ກວ້າງຂວາງທີ່​ສຸດ, ​ແມ່ນ​ກອງ​ປະຊຸມ​ໃຫຍ່​​ເທື່ອ​ໜຶ່ງທີ່​ເຊີດ​ຊູ​ຄັນ​ທຸງ​ໃຫ້​ສູງ, ສືບ​ທອດ​ພາລະກິດ​ຂອງ​ຄົນ​ລຸ້ນກ່ອນ​ແລະ​ບຸກ​ເບີກ​ເສັ້ນທາງ​ພັດທະນາ​ໃນ​ອະນາຄົດ,ສາ​ມັກ​ຄີ​ເປັນ​ປຶກ​ແຜ່ນ​ດຽວ​ກັນ​ແລະ​ບືນ​ຕົວ​ກ້າວ​ໄປ​ໜ້າ.

ທ່ານ​ຕູ້​ຊີ່​ງລີ​ນກ່າວ​ເນັ້ນ​ວ່າ, ​ແນວ​ໂຮມ​​ເອກ​ກະພາບຕ້ອງ​ເຕົ້າ​ໂຮມສະຕິ​ປັນຍາ ​ແລະ ກຳລັງ​ວັງຊາ​ເຂົ້າ​ໃນ​ການ​ເຮັດ​ຫຼ້ອນໜ້າ​ທີ່​ຕ່າງໆ​ທີ່ລະ​ບຸ​ໄວ້​ໃນກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ພັກ​ກອມ​ມູນິດຈີນ​ຄັ້ງ​ທີ 18, ​ນຳພາ​ສະມາຊິກ​ອັນ​ໄພສານ​ຕັ້ງໜ້າ​ເຂົ້າ​ຮ່ວມ​ພຶດຕິ​ກຳ​ຂອງ​ການສ້າງ​ສາສັງຄົມ​ທີ່​ອີ່ມ​ໜຳ​ສຳ​ລານ​ຮອບດ້ານຂຶ້ນ​ມາ, ຮ່ວມ​ກັນ​ສຸມ​​ໃສ່ພັດທະນາ​ປະຊາທິປະ​ໄຕ​ປະຊາຊົນ​ທີ່​ຍິ່ງ​ກວ້າງຂວາງກວ່າ​ເກົ່າ,ຍິ່ງ​ເຕັມທີ່​ເກົ່າ​ກວ່າ ລະ ຍິ່ງ​ສົມບູນ​ກວ່າ​ເກົ່າ, ​ເພີ່ມ​ທະວີ​ການ​ກໍ່ສ້າງ​ຖັນ​ແຖວ​ບຸກຄົນ​ຜູ້ຕາງໜ້າ​ທີ່​ບໍ່​ແມ່ນ​ສະມາຊິກ​ພັກ​ກອມ​ມູນິດ​ຈີນ, ​ພະຍາຍາມ​ຊຸກ​ຍູ້ໃຫ້ການ​ພົວພັນລະຫວ່າງ​ພັກ​ການ​ເມື​ອງ, ການ​ພົວພັນລະຫວ່າງ​ຊົນ​ເຜົ່າ, ການ​ພົວພັນ​ລະຫວ່າງສາດສະໜາ, ການ​ພົວພັນລະຫວ່າງ​ຊັ້ນ​ຄົນ​ຕ່າງໆ ​ແລະ ການ​ພົວພັນ​ລະຫວ່າງ​ພີ່ນ້ອງ​ຮ່ວມ​ຊາດ​ພາຍ​ໃນ ​ແລະ ຕ່າງປະ​ເທດ​​ມີ​ຄວາມ​ກົມກຽວປອງ​ດອງ​ກັນ, ​ເພື່ອ​ບັນລຸ​ໃຫ້​ພາລະກິດ​ແນວ​ໂຮມ​ເອກ​ກະພາບ​ໄດ້​ຮັບ​ການພັດທະນາ​ຢ່າງ​ຕໍ່ເນື່ອງ ​ແລະ ປອດ​​ໃສ.