ກຳ​ປັ່ນ​ລາດຕະ​ເວນ​ຂະໜາດ​ໃຫຍ່​ຂອງ​ຈີນຈະ​ສາມາດຮັບ​ມື​ກັບ​ກຳ​ປັ່ນ​ຍີ່​ປຸ່ນ​ແລ່ນ​ມາ​ຕຳ​ຢູ່​​ເຂດ​ທະ​ເລຕ້ຽວ​ອີ​ຢ່າງ​ບັງ​ເກີດ​ຜົນ

(GMT+08:00) 2012-11-17 15:58:39     cri

ຫວ່າງ​ບໍ່​ດົນ​ມາ​ນີ້,ກຳ​ປັ່ນ​ລາດຕະ​ເວນ​ລະດັບ 3 ພັນ​ໂຕນ​ສອງ​ລຳ​​ໄດ້​ສ້າງ​ສຳ​ເລັດ​ແລະ​ເລິ່ມເຂົ້າ​ຮ່ວມ​ການ​ລາດຕະ​ເວນ​ທະ​ເລ​ຂອງ​ຈີນ,​ໂດຍ​ຈະ​ໄປ​ລາດຕະ​ເວນ​ເປັນ​ປະຈຳ​ເພື່ອ​ປົກ​ປ້ອງ​ອະທິປະ​ໄຕ​ຢູ່ເຂດທະ​ເລ​ຕາ​ເວັນ​ອອກ ​ແລະ ​ເຂດທະ​ເລ​ເຫຼືອງ​​. ຜູ້​ຊ່ຽວຊານ​ກ່າວ​ວ່າ, ການນຳ​ໃຊ້ກຳ​ປັ່ນ​ລາດຕະ​ເວນ​ລະດັບ 3 ພັນ​ໂຕນ​ສອງ​ລຳ​ນີ້,​ໄດ້ຍົກ​ສູງ​ຄວາມ​ສາມາດ​ຕິດຕາມ​ກວດກາ ​ແລະ ປະຕິບັດ​ກົດໝາຍເທິງ​ທະ​ເລ​ຂອງ​ຈີນ​ໂດຍ​ລວມ, ​ແລະ​ຈະ​ສາມາດຮັບ​ມື​ກັບ​ສະພາບທີ່​ກຳ​ປັ່ນ​ຍີ່ປຸ່ນ​ແລ່ນ​ມາ​ຕຳ​ຢູ່​ເຂດ​ທະ​ເລເກາະ​ຕ້ຽວ​ອີ​ຢ່າງ​ບັງ​ເກີດ​ຜົນ​ໃນ​ອະນາຄົດ.

ແຕ່​ກ່ອນ, ຂະໜາດກຳ​ປັ່ນ​ລາດຕະ​ເວນ​ຂອງ​ຈີນ​ລ້ວນ​ແຕ່​ຕ່ຳ​ກວ່າ​ລະດັບ1-2​ພັນໂຕນ, ​ແມ່ນ​ກຳ​ປັ່ນ​ລາດຕະ​ເວນ​ຂະໜາດ​ອ່າວນ້ອຍ.

ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວCRI, ທ່ານ​ລີ​ເຈ໋ ນັກ​ຄົ້ນຄວ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ວິຊາການ​ທະ​ຫານຂອງກອງທັບເຮືອ​ຈີນ, ຜູ້​ຊ່ຽວຊານ​ກາ​ນທະຫານ​ກ່າວ​ວ່າ, ກຳ​ປັ່ນ​ລາດຕະ​ເວນ 137 ​ແລະ ກຳ​ປັ່ນ​ລາດ​ຕະ​ເວນ 110 ​ເຊິ່ງ​ເປັນ​ກຳ​ປັ່ນ​ລາດຕະ​ເວນ​ລະດັບ 3 ພັນ​ໂຕນ​ສອງ​ລຳ​​ເລິ່ມປະຕິບັດ​ງານ, ​ໄດ້​ຍົກ​ສູງຄວາມ​ສາມາດ​ຕິດຕາມ​ກວດກາ ​ແລະ ປະຕິບັດ​ກົດໝາຍເທິງ​ທະ​ເລ​ຂອງ​ຈີນ​ຕື່ມ​ອີກ, ມີ​ຄວາມ​ໝາຍອັນ​ສຳຄັນ​ໃນ​ການ​ປົກ​ປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ​ທາງທະ​ເລ​​ຢ່າງ​ບັງ​ເກີດ​ຜົນ.