ກອ​ງປະຊຸມ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ຊຽນຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ພະນົມ​ເປັນ

(GMT+08:00) 2012-11-18 13:52:31     cri
ວັນ​ທີ17​ພະຈິກ​ນີ້, ກອງ​ປະຊຸມ​ລັດຖະມົນຕີ​ວ່າການ​ກະຊວງານ​ຕ່າງປະ​ເທດ​ອາ​ຊຽນຈັດ​ຂຶ້ນ​ຢູ່ນະຄອນຫຼວງ​ພະນົມ​ເປັນ​ຂອງ​ກຳປູ​ເຈຍ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ປະ​ເທດ​ຕ່າງໆ​ທີ່​ຮ່ວມ​ປະຊຸມໄດ້​ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ຮັບ​ຮູ້​ຄື​ກັນ​ກ່ຽວ​ກັບ​ຫົວ​ຂໍ້​ຕ່າງໆ ​ເຊັ່ນ: ການລົງ​ນາມ​ໃນ​ຄຳ​ຖະ​ແຫຼ​ງການ​ສິດທິ​ມະນຸດ​ຂອງອາ​ຊຽນ​ແລະ​ອື່ນໆ.

ພາຍຫຼັງ​ກອງ​ປະຊຸມ, ທ່ານ​ກາວ​ກິມ​ໂຮ​ນ ​ເລຂາລັດຖະກິດກະຊວງ​ການ​ຕ່າງປະ​ເທດ​ແລະ​ຮ່ວມ​ມື​ສາກົນ​ກຳ​ປູ​ເຈຍ​ເປີດ​ເຜີຍ​ວ່າ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ບັນດາປະ​ເທດ​ອາ​ຊຽນຍັງ​ຈະ​ສືບ​ຕໍ່​ປຶກສາ​ຫາລື​ກັນ​ເພື່ອ​ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ຮັບ​ຮູ້​ຄື​ກັນ​​​ໃນ​ການ​ບັນລຸ​ຫຼັກ​ມາດຖານ​​ແຫ່ງການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຈີນ​ໃຕ້, ​ແລະ​ຈະ​ຕິດຕາມ​ຄວາມ​ຄືບ​ໜ້າ​ຂອງ​ການ​ປຶກສາຫາລື​ກັນ​. ນອກ​ນີ້, ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້, ອາ​ຊຽນຈະ​ຍົກ​ການ​ພົວພັນ​ຄູ່​ຮ່ວມກັບ​ອາ​ເມ​ລິ​ກາ​ຂຶ້ນ​ເປັນ​ການ​ພົວພັນ​ຄູ່​ຮ່ວມຍຸດ​ທະ​ສາດ.

ມື້​ດຽວ​ກັນ, ຢູ່ນະຄອນຫຼວງ​ພະນົມ​ເປັນ​ຍັງ​​ຈະ​ຈັດ​ກອງ​ປະຊຸມ​ສະພາ​ປະຊາ​ຄົມ​ການ​ເມືອງ​ແລະ​ຄວາມ​ໝັ້ນຄົງ​ອາ​ຊຽນ, ກອງ​ປະຊຸມ​ລັດຖະມົນຕີ​ວ່າການ​ກະຊວງ​ເສດຖະກິດ​ອາ​ຊຽນ, ກອງ​ປະຊຸມ​ສະພາ​ປະສານ​ງານ​ອາ​ຊຽນ. ​ເບຼຊິນ​ໄດ້​ລົງ​ນາມໃນ​ອະນຸ​ສັນຍາ​ເຂົ້າ​ຮ່ວມ​ສົນທິສັນຍາ​ໄມຕີ​ຈິດ​ແລະ​ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້.