ເລຂາທິການ​ໃຫຍ່​ອາ​ຊຽນກ່າວ​ວ່າ​ທຳນອງ​ພື້ນຖານ​ຂອງ​ຫົວ​ຂໍ້​ບັນຫາ​ທະ​ເລ​ຈີນ​ໃຕ້​​ແມ່ນ​ສັນຕິພາບ

(GMT+08:00) 2012-11-18 13:58:33     cri
ຕາມ​ຂ່າວCRI, ວັນ​ທີ17​ພະຈິກ​ນີ້, ຢູ່​ນະຄອນຫຼວງ​ພະນົມ​ເປັນ​ຂອງ​ກຳປູ​ເຈຍ, ທ່ານ​ສຸລິນ ພິສຸວັນ ​ເລຂາ​ທິການ​ໃຫຍ່​ອາ​ຊຽນກ່າວ​ວ່າ, ຄວາມ​ຂັດ​ແຍ່ງ​ກັນ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຈີນ​ໃຕ້​ຈະ​ກາຍ​ເປັນ​ໜຶ່ງ​ໃນຫົວ​ຂໍ້​ຕົ້ນຕໍ​ຂອງກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ນີ້​ຫຼື​ບໍ່ ດຽວ​ນີ້​ຍັງ​ບໍ່​ທັນ​ຈະ​ແຈ້ງ​ເທື່ອ, ​ແຕ່​ຫົວ​ຂໍ້​ກ່ຽວ​ກັບບັນຫາ​ທີ່​ມີ​ຄວາມ​ຂັດ​ແຍ່ງ​ກັນທັງ​ໝົດ​ລ້ວນ​ແຕ່​ຈະດຳ​ເນີນ​ໄປ​ໂດຍ​ສັນຕິ​ພາຍ​ໃຕ້​ກົນ​ໄກ​ສົນທະນາ​ກັນ.

ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ​​ໄດ້ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ພະນົມ​ເປັນ​ໃນ​ວັນ​ທີ18​ພະຈິກ​ນີ້.