ໄຂ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ21

(GMT+08:00) 2012-11-18 15:30:03     cri
ຕາມ​ຂ່າວສານ​ຊິນ​ຮວາ, ຕອນ​ເຊົ້າ​ວັນ​ທີ18​ພະຈິກ​ນີ້, ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ​ຄັ້ງ​ທີ21 ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ​ພະນົມ​ເປັນ​ຂອງ​ກຳປູ​ເຈຍ, ຜູ້ນຳຂອງ10​ປະ​ເທດ​ອາ​ຊຽນຈະສຸມໃສ່​​ປຶກສາ​ຫາລືກ່ຽວ​ກັບ​ການລົງ​ເລິກ​ການ​ຮ່ວມ​ມື​ພາກ​ພື້ນ, ຊຸກຍູ້​ຂະ​ບວນການ​ເຊື່ອມ​ໂຍງ​ເຂົ້າກັນ, ຕັ້ງໜ້າ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​​ໃນ​ຂອບ​ເຂດທົ່ວ​ໂລກ​ຍ້ອນ​ວິ​ກິດ​ການ​ໜີ້​ສິນ​ເອີ​ລົບ​ແລະ​ເສດຖະກິດ​ໂລກ​ອ່ອນ​ເພຍ.

​ໃນ​ພິທີ​ໄຂ​ກອງ​ປະຊຸມ, ທ່ານ​ຮຸນ​ເຊັນ ນາຍົກລັດຖະມົນຕີກຳປູ​ເຈຍ ປະ​ເທດ​ປະທານ​ໝູນວຽນ​ອາ​ຊຽນກ່າວ​ຄຳ​ປາ​ໄສ, ​ໂດຍ​ກ່າວ​ວ່າ, ອາ​ຊຽນ​ໄດ້​ຮັບຜົນສຳ​ເລັດ​ຢ່າງຫຼວງ​ຫຼາຍ​ໃນ​ຂະ​ບວນການ​ພັດທະນາ45​ປີ, ​ແລະ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃຫຍ່​ໃນຂະ​ບວນການ​ເຊື່ອມ​ໂຍ​ງ​ເຂົ້າກັນ. ​ແຕ່​ວ່າ, ປະຈຸ​ບັນ​ນີ້, ອາ​ຊຽນພວມ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ​ແລະ​ພາກ​ພື້ນ​ຫຼາຍ​ຢ່າງ ​​ເປັນ​ຕົ້ນ​ແມ່ນ: ​ເສດຖະກິດ​ໂລກ​ຟື້ນ​ຕົວ​ຊ້າ, ຈັງຫວະການ​ເຕີບ​ໂຕ​ຂອງ​ເສດ​ຖະກິດ​ປະ​ເທດ​ພວມ​ພັດທະນາ​ຊ້າ​ລົງ, ສະຖານະ​ການ​ອາຊີ​ຕາ​ເວັນ​ຕົກ​ແລະ​ອາ​ຟຼິກາ​ເໜືອ​ບໍ່​ໝັ້ນຄົງ, ຄວາມ​ປອດ​ໄພ​ດ້ານ​ພະລັງງານ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ແລະ​ໄພ​ທຳ​ມະ​ຊາດ. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ເວທີ​ທີ່​ດີ​ເພື່ອ​ຊຸກຍູ້​ຂະ​ບວນການ​ເຊື່ອມ​ໂຍງ​ເຂົ້າກັນ​ອາ​ຊຽນ, ​ເພີ່ມ​ທະວີຖານະ​ບົດບາດ​ຂອງ​ອາ​ຊຽນຕື່ມ​ອີກ​ແລະ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ການ​ພັດທະນາ​ຂອງ​ພາກ​ພື້ນ.

ທ່ານ​ຮຸນ​ເຊັນ​ຍັງ​ໄດ້​ກ່າວ​ເນັ້ນ​ເຖິງ​ຄວາມ​ສຳຄັນ​ທີ່​ສ້າງ​ສຳ​ເລັດປະຊາ​ຄົມ​​ເສດຖະກິດ​ອາ​ຊຽນ​ໃນ​ປີ2015​ຕາມ​ເວລາ​ກຳນົດ.

​ໃນ​ພິທີ​ໄຂ​ກອງ​ປະຊຸມ, ຜູ້ນຳ​ອາ​ຊຽນ​ຍັງ​ໄດ້​ຮ່ວມ​ກັນ​ລິ​ເລີ່​ມອົງການ​ສັນຕິພາບ​ແລະ​ປອງ​ດອງ​ກັນ​ ທີ່​ມີ​ຈຸດປະສົງ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ອາ​ຊຽນ.