ຜູ້ນຳ​ປະ​ເທດ,​ພັກ​ການ​ເມືອງ​ພ້ອມ​ດ້ວຍ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຈຳ​ນວນ​ໜຶ່ງ​ສົ່ງ​ໂທ​ລະ​ເລກ​ແລະ​ສານ​ອວຍ​ພອນ​ເພື່ອ​ຊົມ​ເຊີຍ​ຢ່າງ​ສຸດ​ໃຈ​ຕໍ່​ທ່ານ​ສີ​ຈິ້ນ​ຜິງ​ທີ່​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ

(GMT+08:00) 2012-11-19 14:22:14     cri
ຕາມ​ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວ່າ:ຫວ່າງ​ມໍ່​ໆ​ມາ​ນີ້,ຜູ້ນຳ​ຂອງ​ປະ​ເທດ​ແລະ​ພັກ​ກາ​ນ​ເມືອງ​ພ້ອມ​ດ້ວຍ​ສະ​ມາ​ຄົມ​ມິດຕະພາບ​ຈຳນວ​ນໜຶ່ງ​ໄດ້​ສົ່ງ​ໂທລະ​ເລກ​ແລະສານ​ອວຍ​ພອນ​ໄປ​ຍັງ​ທ່ານສີ​ຈິ້ນ​ຜິງ​ເພື່ອ​ຊົມ​ເຊີຍ​ຢ່າງ​ສຸດ​ໃຈ​ຕໍ່​ທ່ານ​ທີ່​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ສະ​ໄໝ​ທີ18​ຂອງ​ພັກ​ກອມ​ມູນິດ​ຈີນ.

ໃນ​ສານ​ອວຍພອນ​ຂອງ​ທ່ານ​ຟຼັ່ງຊົວ ອອນ​ລອງ ປະທານາທິບໍດີ​ຝະຣັ່ງຂຽນ​ວ່າ:ຂ້າພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ສຸດ​ໃຈ​ຕໍ່​ທ່ານ​ທີ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ.​ຂ້າ​ພະ​ເຈົ້າ​ຄອງ​ຄອຍ​ຈະ​ຮ່ວມ​ກັບ​ທ່ານ​ທຳ​ຄວາມ​ພະ​ຍາ​ຍາມ​ບົນ​ຈິດ​ໃຈ"​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ແລະ​ຫັນ​ໜ້າ​ໄປ​ສູ່​ອະ​ນາ​ຄົດ"​ແລະ​ຢູ່​ພາຍ​ໃຕ້​ຂອບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຝະ​ຣັ່ງ-ຈີນ,​ລົງ​ເລິກ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຕື່ມ​ອີກ.​ມິດ​ຕະ​ພາບ​ລະ​ຫວ່າງ​ຝະ​ຣັ່ງ​ກັບ​ຈີນ​ມີ​ປະ​ຫວັດ​ອັນ​ຍາວ​ນານ,ການ​ພົວພັນ​ຄູ່​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ມີ​ບົດ​ບາດ​ການ​ນຳ​ພາ.​ພວກ​ຂ້າ​ພະ​ເຈົ້າ​ຈະ​ສະ​ເຫຼີ​ມ​ສະ​ຫຼອງ​ສອງ​ປະ​ເທດ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ​50​ປີ​ໃນ​ປີ​2014,​ຊຶ່ງ​ເປັນ​ເຫດ​ການ​ໃຫຍ່​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ,​ແລະ​ຈະ​ອຳ​ນວຍ​ໂອກາດ​ຫຼາຍ​ກວ່າ​ເກົ່າ​ໃຫ້​ແກ່​ການ​ຮັດ​ແໜ້ນ​ການ​ພົວພັນ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ໃຫ້​ແໜ້ນ​ແຟ້ນຕື່ມ​ອີກ.

ໃນ​ສານ​ອວຍພອນ​ຂອງ​ທ່ານຄາ​ນາຣ໌ ປະທານ​ພັກ​ກອມ​ມູນິດ​ເນ​ປານ,ອະດີດ​ນາຍົກລັດຖະມົນຕີ​ເນ​ປານ​ໄດ້​ຂຽນ​ວ່າ:ຫວັງ​ວ່າ​ພາຍ​ໃຕ້​ການ​ນຳພາ​ຂອງ​ທ່ານ,ພັກ​ກອມ​ມູນິດ​ຈີນ​ຈະ​ສືບ​ຕໍ່​ນຳພາ​ປະຊາຊົນ​ທົ່ວ​ປະ​ເທດ​ພັດທະນາ​ເສດ​ຖະ​ກິດ​ຕະ​ຫຼາດ​ສັງ​ຄົມ​ນິ​ຍົມ,​ສ້າງ​ປະ​ເທດ​ຈີນ​ໃຫ້​ກາຍ​ເປັນ​ປະ​ເທດ​ທີ່​ຈະ​ເລີ​ນ​ຮຸ່ງ​ເຮືອງ,​ມີ​ກຳລັງ​ຕົວ​ຈິງ​ອັນ​ເຂັ້ມ​ແຂງ​ໃນ​ດ້ານ​ວັດ​ທະ​ນະ​ທຳ.​ພວກ​ຂ້າພະ​ເຈົ້າ​ດີ​ໃຈ​ຫຼາຍ​ທີ່​ໄດ້​ເຫັນ​ວ່າ,​ເຖິງ​ວ່າ​ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​ເຂັ້ມ​ແຂງ​ໃນ​ໂລກ​ແລ້ວ​ກໍ່ຕາມ,​ແຕ່​ຍັງ​ຍຶດ​ໝັ້ນ​ປະ​ຕິ​ບັດ​ນ​ະ​ໂຍ​ບາຍ​ການ​ພັດ​ທະ​ນາ​ໂດຍ​ສັນ​ຕິ,​ຄັດ​ຄ້ານ​ລັດ​ທິ​ມະ​ຫາ​ອຳ​ນາດ​ທຸກ​ຮູບ​ແບບ.

ໃນ​ສານ​ອວຍພອນ​ຂອງ​ທ່ານ​ດາ​ອີ​ຊາ​ຄຸ ອິ​ເຄດະ ປະທານ​ກິດ​ຕິ​ມະ​ສັກ​ຂອງ​ສະ​ມາ​ຄົມ​ໂຊ​ຄະ ກັກ​ຄາ​ອິ ຍີ່​ປຸ່ນ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ຈິ​ງ​ໃຈ​ຕໍ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ18​ຂອງ​ພັກ​ກອມ​ມູນິດ​ຈີນ​ໄດ້​ອັດ​ລົງ​ດ້ວຍ​ຜົນສຳ​ເລັດ​ຢ່າງ​ຈົບງາມ​ແລະ​ທ່ານ​ສີ​ຈິ້ນ​ຜິງ​ທີ່​ໄດ້​ຮັບ​ການ​ເລື​ອກຕັ້ງ​ເປັນ​ເລຂາທິການ​ໃຫຍ່ສູນ​ກາງ​ພັກ​ກອມ​ມູນິດ​ຈີນ.ສາຍ​ອວຍພອນ​ຂຽນ​ວ່າ:ຈີນ​ຈະ​ມີ​ບົດບາດ​ສຳຄັນ​ກວ່າ​ເກົ່າ​ໃນ​ປະຊາ​ຄົມ​ໂລກ,ມິດຕະພາບ​ຍີ່​ປຸ່ນຈີນ​ແມ່ນ​ຂໍ​ກະ​ແຈ​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນລະ​ພາບ​ຂອງ​ອາຊີ​ກໍ່​ຄື​ຂອງ​ໂລກ.​ພວກ​ຂ້າ​ພະ​ເຈົ້າ​ຕັດສິນ​ໃຈ​ຈະ​ຮ່ວມ​ມື​ກັບ​ຈີນ,ລົງ​ເລິກ​ການ​ແລກປ່ຽນ​ໃນ​ຂົງ​ເຂດ​ຕ່າງໆ​ເປັນ​ຕົ້ນ​ແມ່ນ​ວັດທະນະທຳ​ແລະ​ການ​ສຶກສາ​ຢ່າງ​ກວ້າງຂວາງ.

ໃນ​ສານ​ອວຍພອນ​ຂອງທ່ານ​ໂຄ​ໂຄ​ໄລ ຫົວ​ໜ້າ​ທີ່​ປຶກ​ສາ​ການ​ເມືອງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ມຽນມາ,ປະທານສູນ​ຄົ້ນຄວ້າ​ຍຸດ​ທະ​ສາດ​ກັບ​ສາກົນ​ຂອງ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ຊັບ​ພະ​ຍາ​ກອນ​ການ​ພັດ​ທະ​ນາ​ມຽນມາ​ໄດ້​ຂຽນ​ວ່າ: ພວກ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ,ພາຍ​ໃຕ້​ການ​ນຳພາ​ຂອງ​ຄະນະ​ນຳ​ຊຸດ​ໃໝ່​ຂອງ​ພັກ​ອມມູນິດ​ຈີນ​ໂດຍ​ມີ​ທ່ານ​ສີ​ຈິ້ນ​ຜິງ​ເປັນ​ເລ​ຂາ​ທິ​ການ​ໃຫຍ່​,ພັກ​ກອມ​ມູນິດ​ຈີນ​ຈະ​ນຳພາ​ຈີນ​ແລະ​ປະຊາ​ຊົນ​ຈີນ​ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ,​ແລະ​ໄດ້​ຮັບ​ຜົນ​ສຳ​ເລັດ​ທີ່​ສະ​ຫງ່​າ​ລາ​ສີ​ກວ່າ​ເກົ່າຢູ່​ບົນ​ເສັ້ນ​ທາງ​ອັນ​ຖືກ​ຕ້ອງ​ທີ່​ດຳ​ເນີນ​ການ​ປະຕິ​ຮູບ​ແລະ​ໄຂ​ປະ​ຕູ​ສູ່​ໂລກ​ພາຍ​ນອກ.