ໄຂ​ກອງ​ປະຊຸມ​ຄະນະ​ກຳມະ​ການ​ປະຈຳ​ສະພາ​ປຶກສາ​ການ​ເມືອງ​ປະຊາ​ຊົນ​ຈີນ ທ່ານ​ຫຼິວຢຸນ​ຊ່ານ​ກ່າວ​ບົດ​ລາຍ​ງານ​ກ່ຽວ​ກັບ​ສະພາບ​ຂອງ​ການ​ດຳ​ເນີນ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູນິດ​ຈີນ

(GMT+08:00) 2012-11-20 17:31:27     cri

ຕາມ​ຂ່າວ​CRI:ວັນ​ທີ 19 ພະຈິກ​ນີ້,ທ່ານ​ເຈຍ​ຊີ້​ງລີ​ນ,ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ຈີນ​​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ຄະ​ນະ​ກຳມະ​ການ​ປະຈຳ​ສະ​ພາ​ປຶກສາ​ການ​ເມືອງ​ປະຊາຊົນ​ຈີນ​ຄັ້ງ​ທີ 19,ທ່ານ​ຫຼິວຢຸນ​ຊ່ານ,ກຳມະ​ການ​ປະຈຳ​ກົມ​ການ​​ເມືອງ​ສູນ​ກາງ​ພັກ,​ເລຂາ​ທິການ​ຄະນະ​ເລຂາທິການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ກ່າວ​ບົດ​ລາຍ​ງານ​ເພື່ອ​ແຈ້ງ​ສະພາບ​ແລະ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູນິດ​ຈີນ​ໃຫ້​ບັນ​ດາ​ທ່ານກຳ​ມະການ​ປະຈຳ​ສະພາ​ປຶກ​ສາ​ການ​ເມືອງຊາບ.

ທ່ານ​ເຈຍ​ຊີ້​ງລີ​ນຊີ້​ອອກ​ວ່າ:ການຄົ້ນຄວ້າ​ເຊື່ອມ​ຊຶມແລະ​ປະຕິບັດຕາມ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູນິດ​ຈີນ​ໃຫ້​ດີ,ທຳ​ຄວາມ​ພະຍາຍາມບຸກບືນສູ້​ຊົນ​ເພື່ອ​ບັນລຸ​ເປົ້າ​ໝາຍແລະ​ສຳ​ເລັດ​ໜ້າ​ທີ່​ວຽກງານ​ທີ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 18 ​ໄດ້​ກຳນົດ​ໄວ້,​ແມ່ນ​ໜ້າ​ທີ່​ການ​ເມືອງ​ທີ່​ສຳຄັນ​ທີ່​ສຸດ​ໃນປະຈຸ​ບັນ​ແລະ​ໄລຍະ​ຕໍ່ໜ້າ,ມັນແມ່ນ​ໜ້າ​ທີ່​ການ​ເມືອງ​ທີ່​ສຳຄັນ​ຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ຈີນ.

ໃນ​ບົດ​ລາຍ​ງານ​ຂອງ​ທ່ານ​ຫຼິວຢຸນຊ່ານ​ຊີ້​ອອກ​ວ່າ:ບົດ​ລາຍ​ງານ​ທີ່​ທ່ານຫູ​ຈີນ​ທ່າວຕາງໜ້າ​ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ສະ​ໄໝ​ທີ 17 ກ່າວ​ໃນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 18 ນັ້ນ,​​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ຄວາມ​ຮຽກຮ້ອງ​ຕ້ອງການຂອງ​ຍຸກ​ສະ​ໄໝ​ແລະ​ຄວາມ​ປາຖະໜາອັນ​ແຮງ​ກ້າ​ຂອງ​ປະຊາຊົນ,​ແມ່ນ​ໂຄງການ​ດຳ​ເນີນ​ງານ​ທີ່​ຊຸກຍູ້​ພາລະກິດ​ຂອງ​ພັກ​​ແລະ​ປະ​ເທດ​ຊາດ​ໃຫ້​ມີ​ການ​ພັດທະນາ​ແລະ​ຍາດ​ເອົາ​ໄຊຊະນະ​ໃໝ່​ໃນ​ການ​ສ້າງສາ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ.ກົດ​ລະບຽບ​ພັກ​ກອມ​ມູນິດ​ຈີນ​ສະບັບ​ດັດ​ແກ້​ທີ່​ໄດ້​ຮັບ​ການ​ພິຈາລະນາຮັບຮອງ​ໃນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 18 ຈະ​ເສີມ​ຂະຫຍາຍ​ບົດ​ບາດ​ການ​ນຳພາ​ແລະເປັນ​ແບບ​ຢ່າງທີ່​ດີ​ກ​ວ່າ​ເກົ່າ​ໃນ​ວຽກ​ງານ​ແລະ​ການ​ສ້າງສາ​ຂອງ​ພັກ.ຄະນະ​ການ​ນຳ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ຊຸດ​ໃໝ່​ທີ່​ມີ​ທ່ານ​ສີ​ຈິ້ນ​ຜິ​ງ​ເປັນ​ເລຂາທິ​ການ​ໃຫຍ່​ເຊິ່ງ​ໄດ້​ຮັບ​ການເລືອກ​ຕັ້ງ​ໃນ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 18 ​ແລະ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທຳ​ອິດ​ຂອງ​ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ສະ​ໄໝ​ທີ 18 ນັ້ນ​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈຢ່າງ​ເລິກ​ເຊິ່ງ​ຈາກ​ປະຊາຊົນທົ່ວ​ປະ​ເທດ,​ແລະ​ໄດ້​ຮັບ​ການ​ສະໜັບສະໜູນ​ແລະ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຢ່າງ​ເລິກ​ເຊິ່ງຈາກ​ສະມາຊິກ​ພັກ​ກອມ​ມູນິດ​ຈີນ​ທັງ​ໝົດ.


(ທ່ານຫຼິວຢຸນຊ່ານກ່າວບົດລາຍງານ)