ຄວາມ​ເຊື່ອມ​ໝັ້ນ​ຕົນ​ເອງ​ແລະ​ຖານະ​ບົດບາດ​ໃນ​ສາກົນ​ຂອງ​ອາ​ຊຽນ​ໄດ້​ເ​ພີ່​ມ​ທະ​ວີ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ

(GMT+08:00) 2012-11-21 17:23:48     cri
ກອງ​ປະຊຸມ​ຕ່າງໆ​ຂອງ​ຜູ້ນຳ​ອາຊີ​ຕາ​ເວັນ​ອອກ​ໄດ້ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ພະນົມ​ເປັນ​ຂອງ​ກຳປູ​ເຈຍ​ທີ່​ເປັນ​ປະ​ເທດ​ປະທານ​ໝູນວຽນ​ຂອງ​ອາ​ຊຽນ​ແຕ່​ວັນ​ທີ18​ຫາ​ວັນ​ທີ20​ພະຈິກ​ນີ້ລວມມືກອງ​ປະຊຸມ​ຜູ້ນຳ​ອາ​ຊຽນ,ກອງ​ປະຊຸມ​ຜູ້ນຳ​ອາ​ຊຽນກັບປະ​ເທດ​ຄູ່​ເຈລະຈາ,ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​​,ກອງ​ປະຊຸມ​ການ​ສົນທະນາ​ທົ່ວ​ໂລກ​ຄັ້ງ​ທຳ​ອິດ​ຂອງ​ອາ​ຊຽນ​ແລະ​ກອງ​ປະຊຸມ​ອື່ນໆ​ໄດ້​ໂຮມ​ສູນ​ຈັດ​ຂຶ້ນ​,ອັນ​ໄດ້​ດຶງ​ດູດ​ສາຍ​ຕາ​ຂອງ​ທົ່ວ​ໂລກ.​ຈາກ​ກອງ​ປະ​ຊຸມ​ສຸດ​ຍອດ​ຕ່າງໆ​ທີ່ມີ​ອາ​ຊຽນ​ເປັນ​ຜູ້​ນຳພາ​ນັ້ນ​ສາມາດ​ສັງ​ເກດ​ເຫັນ​ວ່າ:​ຄວາມ​ເຊື່ອມ​ໝັ້ນ​ຕົນ​ເອງ​ແລະ​ຖາ​ນະ​ບົດ​ບາດ​ໃນ​ສາກົນ​ຂອງ​ອາ​ຊຽນ​ໄດ້​ເ​ພີ່​ມ​ທະ​ວີ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.

ໃນ​ກອງ​ປະຊຸມສຸດ​ຍອດອາ​ຊຽນຄັ້ງ​ທີ21,ຜູ້ນຳ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ​ໄດ້​ຕົກລົງ​ກຳ​ເນົດ​ເອົາ​ວັນ​ທີ31​ທັນວາ​ປີ2015​ເປັນ​ເວລາ​ສຸດ​ທ້າຍ​ໃນ​ການ​ສ້າງ​ຕັ້ງ​ປະຊາ​ຄົມ​ອາ​ຊຽນ.ວັນ​ທີ20​ພະຈິກ​ນີ້,10ປະ​ເທດ​ອາ​ຊຽນກັບ​ຈີນ,ຍີ່​ປຸ່ນ,ສ.​ເກົາຫຼີ,ອິນ​ເດຍ,ອົສຕຼາລີ​ແລະ​ນູ​ແວນ​ເຊ​ລັງ​ໄດ້​ປະ​ກາດ​ຮ່ວມ​ກັນ​ເລີ່​ມຕົ້ນ​ການ​ເຈລະຈາ​ກ່ຽວ​ກັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ໃນ​ພາກ​ພື້ນຫຼືRCEP,ຊຶ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າການສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສລີ​ໃນ​ພາກ​ພື້ນ​ໄດ້​ຢ່ວງ​ເຂົ້າ​ສູ່ບາດກ້າວ​ອັນ​ສຳຄັນ,​ແລະ​ສະ​ແດງ​ໃຫ້​ເຫັນ​ວ່າ​ຖານະ​ບົດບາດ​ໃນ​ສາກົນ​ຂອງ​ອາ​ຊຽນ​ໄດ້ຍົກ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.

ພ້ອມ​ດຽວ​ກັນ​ນັ້ນ,ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ໄດ້​ຜ່ານ​ຮັບຮອງ​ຖະ​ແຫຼ​ງການ​ພະນົມ​ເປັນ​ກ່ຽວ​ກັບ​ການ​ພັດທະນາ,​​ເປັນ​ອີກ​ເທື່ອ​ໜຶ່ງ​ໄດ້​ກຳນົດ​ໃຫ້​ອາ​ຊຽນມີ​ບົດບາດ​ການ​ນຳພາ​ໃນ​ກອງ​ປະຊຸມ​ສຸ​ດຍອດ​ອາຊີ​ຕາ​ເວັນ​ອອກ​ແລະ​ເປັນ​ໃຈກາງ​ໃນ​ກົນ​ໄກ​ຮ່ວມ​ມື​ໃນ​ພາກ​ພື້ນ​ທີ່​ກ່ຽວ​ຂ້ອງ.​ໃນ​ກອງ​ປະຊຸມ​ສຸ​ດຍອດ​ອາຊີ​ຕາ​ເວັນ​ອອກ​ຄັ້ງ​ທີ7,ຜູ້ນຳ​ຂອງ10ປະ​ເທດ​ອາ​ຊຽນພ້ອມ​ດ້ວຍ8​ປະ​ເທດ​ຄູ່​ເຈລະຈາ​ຄື​ຈີນ,ຍີ່​ປຸ່ນ,ສ.​ເກົາຫຼີ,​ອົສ​ຕຼາ​ລີ,​ອິນ​ເດຍ,​ນູ​ແວນ​ເຊ​ລັງ,ອາ​ເມ​ລິ​ກາ​ແລະຣັດ​ເຊຍພ້ອມ​ດ້ວຍ​ຜູ້​ຕາງ​ໜ້າ​ຂອງ​ທະ​ນາ​ຄານ​ພັດ​ທະ​ນາ​ອາຊີ​ຫຼື​ADB​ແລະ​ອົງການ​ກອງ​ທຶນ​ການ​ເງິນ​ສາກົນ​ຫຼືIMF​ໄດ້​ປຶກສາ​ຫາລື​ກັນ​ໃນ​ຫົວ​ຂໍ້​ຕ່າງໆ​ເປັນ​ຕົ້ນ​ແມ່ນ​ການ​ຮ່ວມ​ມື​ໃນ​ອາຊີ​ຕາ​ເວັນ​ອອກ,ການ​ເຊື່ອມ​ໂຍງ​ເຂົ້າກັນ​ໃນ​ດ້ານ​ຕ່າງໆ​,ການ​ພັດທະນາ​​ໃນ​ອະນາຄົດ​ຂອງ​ກົນ​ໄກ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ແລະ​ອື່ນໆ.

ກອງ​ປະຊຸມ​ການ​ສົນທະນາ​ທົ່ວ​ໂລກ​ຄັ້ງ​ທຳ​ອິດ​ຂອງ​ອາ​ຊຽນທີ່​ກຳປູ​ເຈ​ຍ​ເປັນ​ຜູ້​ລິ​ເລີ່​ມນັ້ນ​ກໍ່​ໄດ້​ຈັດ​ຂຶ້ນ​ໃນ​ໄລຍະ​ກອງ​ປະຊຸມ​ສຸດ​ຍອດ​ຕ່າງ​ຂອງ​ອາຊີ​ຕາ​ເວັນ​ອອກ​ໃນ​ຄັ້ງ​ນີ້.ທ່ານ​ຮຸນ​ແຊນ ນາຍົກລັດຖະມົນຕີກຳປູ​ເຈຍ​ກ່າວ​ວ່າ:ກອງ​ປະຊຸ​ມຄັ້ງ​ນີ້​ມີ​ຈຸດປະສົງ​ເພື່ອ​ເພີ່ມ​ທະວີ​ການ​ສົນ​ທະນາ,ປຶກສາ​ຫາລື​ວິທີ​ໃນ​ການ​ຮັບ​ມື​ກັບ​ວິ​ກິດ​ການ​ເສດຖະກິດ,​ແລະ​ກໍ່​ໄດ້​ສ່ອງ​ແສງ​ເຖິງ​ຄວາມ​ຕັ້ງ​ໃ​ຈຂອງ​ປະ​ເທດ​ອາ​ຊຽນ​ໃນ​ການ​ເຂົ້າ​ຮ່ວມ​ການ​ສ້າ​ງນະ​ໂຍບາຍ​ເສດຖະກິດ​ຂອງ​ທົ່ວ​ໂລກ​ແລະ​ພາກ​ພື້ນ.