ຈີນ​ຕອບ​ຮັບ​ໂຄງ​ຮ່າງ​ການ​ແຂ່ງ​ຂັນ​ເລືອກ​ຕັ້ງຂອງ​ພັກ​ເສລີ​ປະຊາ​ທິປະ​ໄຕ​ຍີ່ປຸ່ນ ຫວັງ​ໃຫ້​ຍີ່ປຸ່ນ​ທົບ​ທວນ​ຄືນ​ປະຫວັດ​ສາດ

(GMT+08:00) 2012-11-23 11:59:58     cri
ຕາມ​ຂ່າວCRI:​ໂດຍ​ແນ​ໃສ່​ພັກ​ເສລີ​ປະຊາ​ທິປະ​ໄຕ​ຍີ່ປຸ່ນ​ໄດ້​ປະກາດ​ໂຄງ​ຮ່າງ​ການແຂ່ງ​ຂັນ​ເລືອກ​ຕັ້ງ​ຂອງ​ຕົນ​ໃນ​ວັນ​ທີ 21 ພະ​ຈິກ​ນີ້​ໂດຍ​ສະ​ເໜີ​ວ່າ​ຈະ​​ເພີ່ມຄ່າ​ໃຊ້​ຈ່າຍ​ທາງ​ການ​ທະ​ຫານ,​ແລະ​ຖື​ຈຸດ​ຢືນທີ່​​ເຂັ້ມ​​ແຂງ​ຕໍ່​ຈີນ​ໃນ​ບັນຫາ​ເກາະ​ຕ້ຽວ​ອີ,ວັນ​ທີ 22 ພະຈິກ​ນີ້,ຢູ່​ທີ່​ປັກ​ກິ່ງ,ທ່ານ​ນາງ​ຮວ້າ​ຊຸ່ນຢີງ,​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ:ຍ້ອນ​ເຫດ​ການ​ທາງ​ປະ​ຫວັດ​ສາດ,ການ​ເຄື່ອນ​ໄຫວ​ຂອງ​ຍີ່ປຸ່ນ​ໃນ​ຂົງ​ເຂດ​ຄວາມ​ປອດ​ໄພ​ດ້ານ​ການ​ທະ​ຫານ​ເວົ້າ​ສຳລັບ​ປະຊາ​ຊົນ​ຂອງ​ປະ​ເທດ​ທີ່​ໄດ້ປະ​ສົບ​ເຄາະ​ຮ້າຍ​ຈາກ​ສົງຄາມຢູ່​ອາຊີ​ແລ້ວ​ແມ່ນ​ບັນຫາ​ທີ່​ອ່ອນ​ໄຫວທີ່​ສຸດ​ມາ​ໂດຍ​ຕະ​ຫຼອດ.​ຈີນ​ຫວັງ​ໃຫ້​ຍີ່ປຸ່ນ​ທົບ​ທວນ​ຄືນ​ປະ​ຫວັດ​ສາດ,ຍຶດໝັ້ນ​ເດີນ​ຕາມ​ເສັ້ນທາງ​ພັດທະນາ​ໂດຍ​ສັນຕິ,​ແລະ​ເສີມ​ຂະຫຍາຍ​ບົດບາດ​ທີ່​ມີ​ລັກສະນະ​ສ້າງສັນ​ເພື່ອ​ສັນຕິ​ພາບ,ສະຖຽນ​ລະ​ພາບ​ແລະ​ການ​ພັດທະນາ​ຂອງ​ພາກ​ພື້ນ​ນີ້.

ທ່ານ​ນາງ​ຮວ້າຊຸ່ນ​ຢີງ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ງານ​ຖະ​ແຫຼ​ງຂ່າວ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ທີ່​ຈັດ​ຂຶ້ນ​ໃນວັນ​ທີ 22 ພະຈິກ​ນີ້.ນາງ​ກ່າວຢ້ຳວ່າ:​ເກາະ​ຕ້ຽວ​ອີ​ແລະ​ເກາະ​ດອນ​ຕ່າງໆ​ທີ່ຢູ່​ບໍລິ​ເວນ​ໃກ້​ຄຽງ​ແມ່ນ​ດິນ​ແດນ​ຂອງ​ຈີນ​ມາແຕ່​ບູຮານ​ນະ​ການ,ທຸກ​ຄວາມ​ກົດ​ດັນທີ່​ມາຈາກ​ພາຍ​ນອກ​ລ້ວນ​ແຕ່​ບໍ່​ສາມາດປ່ຽນ​ແປງ​ຄວາມ​ຕັ້ງ​ໃຈ​ແລະການຕັດສິນ​​ໃຈ​ທີ່​​ເດັດດ່ຽວ​ໜຽວ​ແໜ້ນ​ຂອງ​ລັດຖະບານ​ແລະ​ປະຊາຊົນ​ຈີນ​ໃນ​ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ດິນ​ແດນ​ແຫ່ງ​ຊາດ​ໄດ້.

ວັນ​ທີ​ 22 ພະຈິກ​ນີ້,ລັດຖະບານ​ຍີ່ປຸ່ນ​ໄດ້​ແຕ່ງ​ຕັ້ງທ່າ​ນກີ​ເຕະ ມາ​ຊາ​ຮີ​ໂຕະ​ເປັນ​ເອກ​ອັກຄະ​ລັດຖະທູດ​ຍີ່ປຸ່ນ​ປະຈຳ​ຈີນ​ຄົນ​ໃໝ່​ຢ່າງ​ເປັນ​ທາງ​ການ.ກ່ຽວ​ກັບ​ເລື່ອງ​ນີ້,ທ່ານ​ນາງ​ຮວ້າຊຸ່ນຢີງກ່າວ​ວ່າ:ຈີນ​ກຳລັງດຳ​ເນີນ​ວຽກ​ງານປ່ຽນ​ເອກ​ອັກຄະ​ລັດຖະທູດ​ຍີ່ປຸ່ນ​ປະຈຳ​ຈີນຕາມ​ທຳນຽມ​ສາກົນ​ແລະ​ລະບຽບການ​ທີ່​ກ່ຽວຂ້ອງ.ຫວັງວ່າເອກ​ອັກຄະ​ລັດຖະທູດ​ຍີ່ປຸນ​ປະຈຳ​ຈີນ​ຄົນ​ໃໝ່​ຈະ​ສາມາດ​ເສີມ​ຂະຫຍາຍ​ບົດບາດ​ອັນ​ຕັ້ງໜ້າ​ເພື່ອ​ປັບປຸງ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ຍີ່ປຸ່ນ​ໃຫ້​ດີ​ຂຶ້ນ.

ກ່ຽວ​ກັບ​ການ​ເຈລະ​ຈາ​ໃນ​ບັນ​ຫາ​ເຂດ​ການ​ຄ້າ​ເສລີ​ຈີນ,ຍີ່ປຸ່ນ​ແລະ​ສ.​​ເກົາ​ຫຼີ,​ທ່ານ​ນາງ​ຮວ້າ​ຊຸ່ນຢີງກ່າວ​ວ່າ:ຈີນ,ຍີ່ປຸ່ນ​ແລະ​ສ.​​ເກົາ​ຫຼີ​ລ້ວນ​ແຕ່​ແມ່ນ​ອົງ​ກອນ​ເສດ​ຖະກິດ​ທີ່​ສຳຄັນ​ໃນ​ໂລກ,​ໃນ​ປີ 2011,ຍອດປະລິມານ​ເສດຖະກິດ​ຂອງ 3 ປະ​ເທດ​ດັ່ງກ່າວ​ໄດ້​ກວມປະມານ 20% ຂອງ​ຍອດ​ປະລິມານ​​ໃນທົ່ວ​ໂລກ.ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ລະຫວ່າງ​ 3​ ປະ​ເທດ​ນັ້ນ​ໄດ້​ສ່ອງ​​ແສງ​ໃຫ້​ເຫັນ​ຄວາມ​ຮຽກຮ້ອງ​ຕ້ອງການ​ຕົວ​ຈິງ​ຂອງ 3 ປະ​ເທດ​ໃນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ,ມີ​ຄວາມ​ໝາຍ​ທີ່​​ເລິກ​ເຊິ່ງຍາວ​ໄກ​ຕໍ່​ການ​ເພີ່ມ​ທະວີ​ການ​ພົວພັນ​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ 3 ປະ​ເທດ​ແລະການ​ຊຸກຍູ້​ໃຫ້ເສດ​ຖະກິດ​​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ເຊື່ອມ​ໂຍງ​ເຂົ້າກັນ.