ຈີນ​ເພີ່ມ​ການ​ກໍ່ສ້າງ​ດ້ານ​ການປ້ອງ​ກັນ​ປະ​ເທດ​ແລະ​ການທະຫານ​ບໍ່​ແນ​ໃສ່​ປະ​ເທດ​ໃດໆ

(GMT+08:00) 2012-11-24 15:27:17     cri
ຕາມ​ຂ່າວCRI: ວັນ​ທີ 23 ພະຈິກ​ນີ້​ຢູ່​ທີ່​ປັກ​ກິ່ງ, ທ່ານ​ນາງ​ຮວ້າຊຸນ​ອິງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ການ​ກະທຳ"ຊື້​ເກາະ​ຕ້ຽວ​ອີ"ຢ່າງ​ຜິດ​ກົດໝາຍ​ຂອງ​ຍີ່ປຸ່ນ​ໄດ້​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ຈີ​ນກັບ​ຍີ່ປຸ່ນ​ພົບ​ກັບ​ຄວາມ​ຫຍຸ້ງຍາກ. ຈີນ​ປະຕິ​ປັດ​ນະ​ໂຍບາຍ​ປ້ອງ​ກັນ​ປະ​ເທດ​ແບບ​ປ້ອງ​ກັນ​ຕົວ​ຕະຫຼອດ​ມາ, ຈີນ​ເພີ່ມ​ການ​ກໍ່​ສ້າງດ້ານ​ການ​ປ້ອງ​ກັນ​ປະ​ເທດ​ແລະການ​ທະຫານ​ແມ່ນ​ເພື່ອ​ປົກ​ປ້ອງ​ຄວາມ​ປອດ​ໄພ, ສິດອະທິປະ​ໄຕ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຕົນ, ບໍ່​ແນ​ໃສ່​ປະ​ເທດ​ໃດໆ.
​​ຫວ່າງ​ມໍ່​ໆ​ມາ​ນີ້, ທ່ານ​ຊິນ​ໂຈ ອາ​ເບະ, ປະທານ​ພັກ​ເສລີ​ປະຊາທິປະ​ໄຕ​ຍີ່ປຸ່ນ​ກ່າວ​ວ່າ, ຄ່າ​ໃຊ້​ຈ່າຍ​ດ້ານ​ການປ້ອງ​ກັນ​ປະ​ເທດ​ຂອງ​ຈີນ​ເພີ່ມ​ຂຶ້ນ​ແລະ​ທ່າ​ທີ​ຂອງ​ຈີນ​ກ່ຽວ​ກັບ​ບັນຫາ​ເກາະ​ຕ້ຽວ​ອີ​ແມ່ນ​ສາ​ເຫດ​ຕົ້ນຕໍ​ທີ່​ເຮັດ​ໃຫ້ການ​ພົວພັນ​ພາກ​ພື້ນ​ແລະ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ຍີ່ປຸ່ນ​ເຄັ່ງ​ຕຶງ​ຂຶ້ນ. ທ່ານ​ນາງ​ຮວ້າຊຸນ​ອິງ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​​ໃຫ້​ຄຳຕອບຕໍ່​ຄວາມ​ເວົ້າ​ດັ່ງກ່າວ.

ທ່ານ​ນາງຮວ້າຊຸນ​ອິງ​ຊີ້​ອອກ​ວ່າ, ການ​ກະທຳ"ຊື້​​ເກາະ​ຕ້ຽວ​ອີ"ຢ່າງ​ຜິດ​ກົດໝາຍ​ຂອງ​ຍີ່ປຸ່ນ​ໄດ້​ລ່ວງ​ລະ​ເມີດ​ສິດ​ອະທິປະ​​ໄຕ​ຂອງ​ຈີນ, ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ຍີ່ປຸ່ນ​ຕົກ​ຢູ່​ສະພາບ​ຫຍຸ້ງຍາກ. ຈີນ​ປະຕິບັດ​ມາດ​ຕະການ​ເພື່ອ​ປົກປ້ອງສິດ​ອະທິປະ​ໄຕ​ຂອງ​ຕົນ​ແມ່ນ​ມີ​ຄວາມ​ຈຳ​ເປັນ​ແລະ​ຖືກຕ້ອງ.

ທ່ານ​ນາງ​ຮວ້າຊຸນ​ອິງ​ກ່າວ​ເນັ້ນ​ວ່າ, ຈີນ​ຍຶດໝັ້ນ​ເດີນ​ໄປ​ຕາມ​ເສັ້ນທາງ​ພັດທະນາ​​ໂດຍສັນຕິຢ່າງ​ໜັກ​ແໜ້ນ​ບໍ່​ປ່ຽນ​ແປງ, ​ແມ່ນ​ກຳລັງ​ສຳຄັນ​ທີ່​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ແຕ່​ຕົ້ນ​ຕະຫຼອດ​ປາຍ. ຈີນ​ເລີ່​ມຈາກ​ສັນຕິພາບ, ສະຖຽນ​ລະ​ພາບ​ແລະ​ການ​ພັດທະນາ​ຂອງ​ພາກ​ພື້ນ, ​ໄດ້​ຮັກສາ​ຄວາມ​ອົດ​ທົນ​ຢ່າງ​ໃຫຍ່, ຕັ້ງໜ້າ​ອອກ​ແຮງ​ແກ້​ໄຂ​ບັນຫາ​ທີ່​ກ່ຽວຂ້ອງ​ໂດຍ​ຜ່ານ​ການ​ເຈລະຈາ​ແລະ​ການ​ປຶກສາ​ຫາລື.

ທ່ານ​ນາງ​ຮວ້າຊຸນ​ອິງ​ຍັງ​ກ່າວ​ວ່າ, ​ເບິ່ງ​ຈາກ​ດ້ານ​ຍີ່ປຸ່ນ​ແລ້ວ, ​ໃນ​ຫຼາຍ​ປີ​ມາ​ນີ້, ຍີ່ປຸ່ນ​ສວຍ​ໃຊ້​ຂໍ້​ອ້າງ​ຕ່າງໆ​ເພີ່ມ​ກຳລັງ​ທະຫານ, ​ເພີ່ມ​ທະວີ​ພັນທະ​ມິດ​ການ​ທະຫານ, ຍຸ​ແຍ່​ກໍ່​ເລື່ອງ​ໃນ​ບັນຫາ​ຄວາມ​ໝັ້ນຄົງຂອງ​ພາກ​ພື້ນ, ​ເຮັດ​ໃຫ້​ປະ​ເທດ​ພາກ​ພື້ນ​ແລະ​ປະຊາ​ຄົມ​ໂລກ​ສົນ​ໃຈ​ນຳ​ຢ່າງ​ກວ້າງຂວາງ. ສິ່ງ​ທີ່​ຍີ່ປຸ່ນ​ຄວນ​ເຮັດ​ນັ້ນ​​ແມ່ນ​ພິຈາລະນາ​ແລະ​ສຳ​ຫຼວດຢ່າງ​ຕັ້ງ​ໃຕ​ຕໍ່ການ​ກະທຳ​ຂອງ​ຕົນວ່າ​ຈະມີ​ຜົນ​ດີ​ຕໍ່​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ຫຼື​ບໍ່​.