ຜົນ​ການ​ເອົາ​ປະຊາ​ມະຕິ​ສະ​ແດງ​ໃຫ້​ເຫັນ​ວ່າການ​ພົວພັນ​ລະຫວ່າງ​ຍີ່​ປຸ່ນກັບປະ​ເທດ​ໃກ້​ຄຽງ​ຊຸດ​ຮ້າຍ​ລົງ

(GMT+08:00) 2012-11-25 13:42:19     cri
ວັນ​ທີ 24 ພະຈິກ​ນີ້, ຂ່າວສານ​ກຽວ​ໂດ​ຂອງ​ຍີ່ປຸ່ນ​ລາຍ​ງານ​ວ່າ, ຜົນ​ການ​ເອົາ​ປະຊາ​ມະຕິ​ຫຼ້າ​ສຸດທີ່​ສຳນັກງານລັດຖະບານ​ຍີ່ປຸ່ນ​ຈັດ​ຂຶ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ, ປະຊາຊົນ​ຍີ່ປຸ່ນ​ທີ່​ເຫັນ​ວ່າການ​ພົວພັນ​ລະຫວ່າງ​ຍີ່ປຸ່ນ​ກັບ​ຈີນ​ແລະ​ສ.​ເກົາຫຼີ​ບໍ່​ດີ​ນັ້ນໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ, ​​ເຊິ່ງໄດ້​ບັນລຸ​ຈຸດ​ສູງ​ສຸດ​ເລີ່​ມ​ແຕ່​ຍີ່ປຸ່ນຈັດ​ເອົາ​ການ​ຢັ່ງປະຊາ​ມະຕິ​ເມື່ອ​ປີ 1986 ມາ​ນີ້.

ການ​ເອົາ​ປະຊາ​ມະຕິ​​ເທື່ອ​ນີ້​ທີ່​ຊື່ວ່າ"ສຳ​ຫຼວດ​ຫາງ​ສຽງ​ກ່ຽວ​ກັບການ​ຕ່າງປະ​ເທດ"​​ໂດຍ​ໄດ້​ສຳ​ຫຼວດປະຊາຊົນ​ຍີ່ປຸ່ນ 3000 ຄົນ​ທີ່​ອາຍຸ​ສູງ​ກວ່າ 20 ປີ​​​ແຕ່​ວັນ​ທີ 29 ກັນຍາ​ຫາ​ວັນ​ທີ 7 ຕຸລາປີ​ນີ້. ຜົນ​ການ​ສຳ​ຫຼວດສະ​ແດງ​ໃຫ້​ເຫັນ​ວ່າ, ຜູ້​ທີ່​ເຫັນ​ວ່າການ​ພົວພັນ​ລະຫວ່າງ​ຍີ່ປຸ່ນ​ກັບ​ຈີນ"ດີ​ຫຼາຍ"ມີ​ພຽງ​ແຕ່ 4,8% ​ເທົ່າ​ນັ້ນ, ທຽບ​ກັບ​ໄລຍະ​ດຽວ​ກັນ​ປີ​ກາຍ​ນີ້​ຫຼຸດ​ລົງ14 ສ່ວນ​ຮ້ອຍ, ​ຜູ້​ທີ່​ເຫັນ​ວ່າການ​ພົວພັນ​ລະຫວ່າງ​ຍີ່ປຸ່ນ​ກັບ​ຈີນ"ບໍ່​ດີ"ມີ 92,8%, ທຽບ​ກັບ​ໄລຍະ​ດຽວ​ກັນ​ປີ​ກາຍ​ນີ້​ເພີ່ມ​ຂຶ້ນ 16,5%. ຕົວ​ເລກ​​ເຫຼົ່າ​ນີ້​ລ້ວນ​ແຕ່​ໄດ້​ສ້າງ​ສະຖິຕິ​ໃໝ່​ໃນ​ປະຫວັດສາດ​ຍີ່ປຸ່ນ.

​ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ຍີ່ປຸ່ນ​ກັບສ.​ເກົາຫຼີ, ປະຊາຊົນ​ຍີ່ປຸ່ນ​ທີ່​ເຂົ້າ​ຮ່ວມ​ການ​ສຳ​ຫຼວດມີ 78,8% ​ເຫັນ​ວ່າການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ"ບໍ່​ດີ", ທຽບ​ກັບ​ໄລຍະ​ດຽວ​ກັນ​ປີ​ກາຍ​ນີ້​ເພີ່ມ​ຂຶ້ນ 42,8%, ​ແມ່ນ​ສະຖິຕິ​ສູງ​ສຸດ​ໃນ​ປະຫວັດສາດຍີ່ປຸ່ນ.