ການ​ສ້າງ​ປະຊາ​ຄົມ​ເສດ​ຖະ​ກິດ​ໃຫ້​ສຳ​ເລັດ​ຜົນ​ກາຍ​ເປັນ​ເປົ້າ​ໝາຍ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ອາ​ຊຽນ

(GMT+08:00) 2012-11-27 16:18:05     cri
ຕາມ​ຂ່າວ​ຈາກ​ໜັງ​ສືພິມ《ປະຊາຊົນ​ລາຍ​ວັນ》:​​ໃນ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ 21 ທີ່​ຫາ​ກໍ່​ສິ້ນ​ສຸດ​ລົງ​ໃນ​ອາ​ທິດ​ແລ້ວ​ນີ້,ຜູ້ນຳ​ບັນດາ​ປະ​ເທດອາ​ຊຽນຕົກລົງ​ເປັນ​ເອກະ​ພາບ​ກັນ​ວ່າ:ຕ້ອງ​ສ້າງ​ປະຊາ​ຄົມອາ​ຊຽນ​ໃຫ້​ສຳ​ເລັດ​ຜົນ​ກ່ອນ​ວັນ​ທີ 31 ທັນວາ​ປີ 2015. ປະຊາ​ຄົມ​ອາ​ຊຽນລວມທັງ​ເນື້ອ​ໃນ 3 ດ້ານ​ຄື​ເສດຖະກິດ,ສັງຄົມ​ແລະ​ວັດທະນະທຳ,​ແຕ່​ຜູ້ນຳ​ບັນດາ​ປະ​​ເທດ​ອາ​ຊຽນ​ໄດ້​ກຳນົດ​ການ​ສ້າງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນຫຼື AEC ​ໃຫ້​ສຳ​ເລັດ​ຜົນ​ເປັນ​ໜ້າ​ທີ່​ສຳຄັນ​ທີ່​ສຸດ.

ເນື່ອງ​ຈາກ​ວ່າ​ບັນດາ​ປະ​ເທດ​ອາ​ຊຽນມີ​ອົງ​ປະກອບການ​ເມືອງທີ່​​ແຕກຕ່າງ​ກັນ,ລະດັບ​ການ​ພັດທະນາ​ທາງ​ດ້ານ​ເສດຖະກິດ​ກໍ່​ບໍ່​ດຸ່ນດ່ຽງ​ກັນ,ພ້ອມ​ກັນ​ນັ້ນ,ຍັງ​ມີກົດໝາຍ​ແລະ​ວັດທະນະທຳທີ່​ຕ່າງ​ກັນ,ສະ​ນັ້ນ,ລະດັບການ​ຊຸກຍູ້ການ​ສ້າງ AEC ກໍ່​ຈະ​ຕ່າງ​ກັນ.ຜົນ​ການ​ຄົ້ນຄວ້າ​ຂອງ​ສະ​ຖາ​ບັນ​ຄົ້ນຄວ້າ​ເສດຖະກິ​ດອາຊີ​ຕາ​​ເວັນ​ອອກ​ອາ​ຊຽນສະ​ແດງ​ໃຫ້​ເຫັນ​ວ່າ:ປະຈຸ​ບັນ,ຄວາມ​ຄືບ​ໜ້າ​ໃນ​ການ​ຫັນ​ເປັນ​ເສລີ​ທາງ​ດ້ານ​ການ​ເງິນ,​ເຕັກນິກຂໍ້​ມູນ​ຂ່າວສານ​ແລະ​ສື່ສານ,ການບິນ,ທຶນ​,​ແຮງ​ງານ​​,​ພະລັງງານ​ແລະ​ອື່ນໆ​ຍັງຊັກ​ຊ້າ​ຢູ່.

ການ​ພິຈາລະນາ​ໄລຍະ​ກາງ​ຕໍ່《​ແຜນການສ້າງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ》ທີ່​ສະ​​ເໜີໂດຍ​ກອງ​ເລຂາ​ອາ​ຊຽນສະ​​ແດງ​ໃຫ້​ເຫັນ​ວ່າ:ປະຈຸ​ບັນ,ລະຫວ່າງ​ສິງກະ​ໂປ,ມະ​ເລ​ເຊຍ,ອິນ​ໂດ​ເນ​ເຊຍ,ບຣູ​ໄນ,ຟີ​ລິບ​ປິນ​ແລະ​ໄທ​ໄດ້​ຍົກ​ເລີກ​ພາສີ​ 99,65%,ພາສີ​ສະ​ເລ່ຍລະ​ຫວ່າງ​ກຳປູ​ເຈຍ,ລາວ​,ມຽນມາ​ແລະ​ຫວຽດ​ນາມ​ກໍ່​ໄດ້​ຫຼຸດ​ລົງ​ເຖິງ 2,6%. ​ໃນ​ເດືອນ​ສິງ​ຫາ​ປີ​ນີ້,ທ່ານ​ສຸຣິນ ພິດ​ສຸວັນ,​ເລຂາ​ທິ​ການ​ໃຫຍ່​ອາ​ຊຽນກ່າວ​ວ່າ:ອາ​ຊຽນ​ກຳລັງ​ພະຍາ​ຍາມ​ກ້າວ​ໄປ​ສູ່​​ເປົ້າ​ໝາຍ AEC,ການ​ເຊື່ອມ​ໂຍງດ້ານ​ເສດຖະກິດ​ໃນ​ພາກ​ພື້ນ​ກຳລັງກ້າວ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ.

ຕາມ​ຄາດ​ໝາຍ,ພາຍ​ຫຼັງ​ສຳ​ເລັດ​ການ​ສ້າງ​ຕັ້ງ AEC ແລ້ວ,ອາ​ຊຽນຈະ​ເກີດ​ມີ​ຕະ​ຫຼາດ​ແລະ​​ແຫຼ່ງ​ຜະລິດ​ທີ່​ເປັນ​ເອກະ​ພາບ​ກັນ.ສິນ​ຄ້າ,ການ​ບໍລິ​ການ,ການ​ລົງທຶນ​ແລະ​ແຮງ​ງານ​​ເຕັກນິກ​ຈະ​ຈໍລະ​ຈອນ​ຢ່າງ​ເສລີ​ຢູ່​ລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ,ການ​ຈໍລະ​ຈອນ​ດ້ານ​ເງິນ​ທຶນ​ກໍ່​ຈະ​ມີ​ຄວາມ​ເສລີ​ຫຼາຍ​ກວ່າ​ເກົ່າ,ອາ​ຊຽນຈະ​ມີ​ກຳລັງ​ແຂ່ງ​ຂັນທີ່​ເຂັ້ມ​​ແຂງ​ກວ່າ​ເກົ່າ​ໃນ​ການ​ແຂ່ງ​ຂັນ​ໃນ​ທົ່ວ​ໂລກ.

ປະຈຸ​ບັນ,ມີ​ການ​ວິ​ເຄາະ​ເຫັນ​ວ່າ:ຄາດ​ວ່າ,ພາຍ​ໃນ​ອາ​ຊຽນ​ຈະ​ຈໍ່​ຕົວ​ມີ​ສອງ​ລະດັບ​ຄື​ອ່າວ​ພັດ​ທະນາ​ແລະ​ດ້ອຍ​ພັດ​ທະນາ.ສ່ວນ​ຜົນ​ປະ​ໂຫຍ​ດ​ໃຫຍ່​ທີ່​ສຸດ​ທີ່ AEC ຈະ​ນຳ​​​ເອົາມາໃນ​ອະນາຄົດ​ນັ້ນອາດ​ຈະ​ແມ່ນ,ສ້າງ​ການ​ພົວພັນ​ແລກປ່ຽນ​ແລະ​ຊ່ວຍ​ເຫຼືອ​ກັນ​ທີ່​ແໜ້ນ​ແຟ້ນ​ກວ່າ​​ເກົ່າລະ​ຫວ່າງ​ສອງ​ລະດັບ​ນີ້,​ເຮັດ​ໃຫ້​ປະ​ເທດ​ທີ່ຢູ່​ໃນ​ສອງ​ລະດັບ​ນີ້​ລ້ວນ​ແຕ່ສາມາດ​​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ຮ່ວມ​ກັນ.