ງານ​ສິ​ລະ​ປະ​ວັດ​ທະ​ນະ​ທຳ​ຂອງ​ປະ​ເທດ​ເຂດ​ລ່ອງ​ແມ່​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳ​ຂອງ​ສະ​ແດງ​ສະ​ເໜ່​ດ້ານ​ວັດ​ທະ​ນະ​ທຳ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ພາກ​ພື້ນ​ນີ້

(GMT+08:00) 2012-11-29 13:08:03     cri
ຕາມ​ຂ່າວCRI:ຕອນ​ຄ່ຳຂອງ​ວັນ​ທີ27​ພະຈິກ​ນີ້,ງານ​ສິລະ​ປະວັດ​ທະນະ​ທຳຂອງປະ​ເທດ​ເຂດ​ລ່ອງ​ແມ່​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳ​ຂອງ​ປີ​2012​ໄດ້​ໄຂ​ຂຶ້ນ​ຢ່າງ​ໃຫຍ່​ໂຕ​ມະ​ໂຫ​ລານ​ຢູ່​ເມືອງ​ຊຽງ​ຮຸ່ງ​ກິ່ງ​ແຂວງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ລື້​ສິບ​ສອງ​ພັ່ນ​ນາ​ແຂວງ​ຢຸນ​ນານ.​ນັກ​ສິ​ລະ​ປິນ​ທີ່​ມາ​ຈາກ​ບັນ​ດາ​ປະ​ເທດ​ເຂດ​ລ່ອງ​ແມ່​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳ​ຂອງ ​ເຊັ່ນ:​ຈີນ​,ລາວ,​ມຽນ​ມາ,​ໄທ,​ກຳ​ປູ​ເຈຍ,​ຫວຽດ​ນາມ​ໄດ້ພ​າກັນ​ສະ​ແດງ​ລີ​ລາ​ການ​ຟ້ອນ​ລຳ​ທຳ​ເພງ​ທີ່​ປະ​ທັບ​ໃຈ,​ແລະ​ສະ​ແດງ​ສະ​ເໜ່​ດ້ານ​ວັດ​ທະ​ນະ​ທຳ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ນີ້​ຕໍ່​ໂລກ.

ໃນ​ພິທີ​ໄຂ​ງານ,ທ່ານ​ນາງ​ຕ່າວ​ຫຼິນ​ອິ່ນ,​ເຈົ້າຄອງ​ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ​ກ່າວ​ວ່າ: "​ງານ​ສິ ລະ​ປະວັດ​ທະນະ​ທຳ​ຄັ້ງນີ້​ໄດ້​ສ້າງ​ໂອ​ກາດ​ໃຫ້​ພວກ​ເຮົາ​ຮ່ວມ​ກັນ​ສະ​ແດງ​ສິ​ລະ​ປະ​ວັດ​ທະ​ນະ​ທຳ​ທີ່​ມີ​ຫຼາກ​ຫຼາຍ​ສີ​ສັນ​ຂອງ​ບັນ​ດາ​ປະ​ເທດ​ໃນ​ເຂດ​ລ່ອງ​ແມ່​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳ​ຂອງ​ໃຫ້​ໂລກ​ໄດ້​ຮັບ​ຮູ້,​ສະ​ແດງ​ໂສມ​ໜ້າ​ແລະ​ນ້ຳ​ໃຈ​ທີ່​ຮັກ​ຫອມ​ສັນ​ຕິ​ພາບ​ແລະ​ມູນ​ເຊື້ອ​ປະ​ຫວັດ​ສາດ​ທີ່​ຢູ່​ຮ່ວມ​ກັນ​ໂດຍ​ສັ​ນຕິ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ໃນ​ເຂດ​ລ່ອງ​ແມ່​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳ​ຂອງ​ໃຫ້​ໂລກ​ໄດ້​ຮັບ​ຊາບ."

ງານ​ສິລະ​ປະວັດທະນະ​ທຳ​ເຂດ​ລ່ອງ​ແ​ມ່ນ້ຳລ້ານ​ຊ້າງ​ແມ່ນ້ຳຂອງ2012​ຈະ​ຈັດ​ເປັນ​ເວລາ3​ວັນ,​ນອກ​ຈາກ​ງານ​ລາ​ຕີ​ແລ້ວ,​ຍັງ​ມີ​ກິດ​ຈະ​ກຳ​ສິ​ລະ​ປະ​ວັດ​ທະ​ນະ​ທຳ​ອື່ນໆ​ທີ່​ຫຼາກ​ຫຼາຍ​ເປັນ​ຕົ້ນ​ແມ່ນ:​ຄອນ​ເສີດ​ລວມ​ດາ​ລາ,​ງານ​ວາງ​ສະ​ແດງ​ຮູບ​ພາບ​ສາ​ກົນ​ສິບ​ສອງ​ພັ່ນ​ນາ,​ຖະ​ໜົນ​ວາງ​ຂາຍ​ເຄື່ອງ​ສິ​ລະ​ປະ,​ຖະ​ໜົນ​ອາ​ຫານ,​ການ​ວາງ​ສະ​ແດງ​ເສື້ອ​ຜ້າ​ອາ​ພອນ,​ແລະ​ການ​ວາງ​ສະ​ແດງ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ​ຕ່າງໆ​ຂອງ​ປະ​ເທດ​ເຂດ​ລ່ອງ​ແມ່​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳ​ຂອງ.

ທ່ານ​ນາງ​ມາລີ​ນີ ລໍ ພັນ​ສະກຸນ,ຫົວໜ້າ​ຄະ​ນະ​ຜູ່​ແທນ​ໄທ,​ຫົວ​ໜ້າ​ຫ້ອງ​ການ​ສຳ​ພັນ​ຕ່າງ​ປະ​ເທດ​ຂອງ​ຈັງ​ຫວັດ​ຊຽງ​ໄໝ່​ຂອງ​ໄທ​ກ່າວ​ວ່າ,​ກິດ​ຈະ​ກຳ​ເຫຼົ່າ​ນີ້​ຈະ​ເຮັດ​ໃຫ້​ປະ​ຊາ​ຊົນ​ຂອງ​ບັນດາ​ປະ​ເທດ​ເພີ່ມ​ຄວາມ​ເຂົ້າ​ໃຈ​ແລະ​ມິດ​ຕະ​ພາບ​ເຊິ່ງ​ກັນ​ແລະ​ກັນ.​ນາງ​ກ່າວ​ວ່າ:​"ຖະ​ໜົນ​ວາງ​ຂາຍ​ອາ​ຫານ​ເລີດ​ລົດ​ຂອງ​ປະ​ເທດ​ຕ່າງໆ​ເຮັດ​ໃຫ້​ປະ​ຊາ​ຊົນ​ຈີນ​ແລະ​ປະ​ຊາ​ຊົນ​ຂອງ​5​ປະ​ເທດ​ທີ່​ຢູ່​ລຽບ​ຕາມ​ແມ່​ນ້ຳ​ຂອງ​ມີ​ໂອ​ກາດ​ສຳ​ຜັດ​ກັບ​ວັດ​ທະ​ນະ​ທຳ​ອາ​ຫານ​ການ​ກິນ​ຂອງ​ປະ​ເທດ​ອື່ນ,​ແລະ​ຈະ​ເຫັນ​ວ່າ ອາ​ຫານ​ການ​ກິນ​ຂອງ​ປະ​ເທດ​ເຫຼົ່າ​ນີ້​ຄ້າຍ​ຄື​ກັນ​ຫຼາຍ,​ຊຶ່ງ​ຈະ​ເພີ່ມ​ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ​ແລະ​ກັນ,​ແລະ​ຈະ​ພົບ​ວ່າ ປະ​ເທດ​ເຫຼົ່າ​ນີ້​ມີ​ຮາກ​ເຫງົ້າ​ອັນ​ດຽວ​ກັນ,​ມີ​ວັດ​ທະ ນະ​ທຳ​ຄ້າຍ​ຄື​ກັນ,​ນີ້​ຈະ​ຊ່ວຍ​ຮັດ​ແໜ້ນ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ຂອງ​ປະ​ເທດ​ເຫຼົ່າ​ນີ້.​ສ່ວນ​ງານ​ວາງສະ​ແດງ​ຮູບ​ພາບ​ຈະ​ເຮັດ​ໃຫ້​ຜູ່​ຊົມ​ສາ​ມາດ​ຮູ້​ຈັກ​ໂສມ​ໜ້າ​ສັງ​ຄົມ​ຂອງ​ປະ​ເທດ​ອື່ນ​ໂດຍ​ກົງ, ຈະ​ຮູ້​ສຶກ​ໄດ້​ເຖິງ​ສາຍ​ສຳ​ພັນ​ອັນ​ສະ​ໜິດ​ແໜ້ນ​ທີ່​ບໍ່​ສາ​ມາດ​ຕັດ​ແຍກ​ອອກ​ຈາກ​ກັນ​ໄດ້​ລະ​ຫວ່າງ​ປະ​ເທດ​ຕ່າງໆ​ທີ່​ຢູ່​ລຽບ​ຕາມ​ລຳ​ແມ່​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳ​ຂອງ."