ບັນດາຫ້າງຮ້ານ ມອບ ຂອງລາງວັນ ໃຫ້ ຜູ້ທີ່ ຈະໄດ້ ເປັນ ນາງສາວລາວ ປະຈໍາປີ 2012

(GMT+08:00) 2012-12-01 16:52:20     cri

ຕອນບ່າຍ ວັນທີ 30 ພະຈິກ ນີ້, ທີ່ ໂຮງແຮມ ດອນຈັນ ພາເຫລດ, ນະຄອນຫຼວງ ວຽງຈັນ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ ຈັດ ພິທີ ມອບ ຂອງລາງວັນ ໃຫ້ ແກ່ ຜູ້ ທີ່ ຈະ ໄດ້ຮັບ ຕໍາແໜ່ງ ນາງສາວລາວ ປະຈໍາ ປີ 2012 ເຊິ່ງ ຕາງໜ້າ ຮັບ ໂດຍທ່ານ ສີແພງ ວົງປັນຍາ ຫົວໜ້າ ກົມ ວັດທະນະທໍາ ມະຫາຊົນ, ພ້ອມ ເປັນ ຫົວໜ້າ ຄະນະ ຮັບຜິດຊອບ ໂຄງການ ນາງສາວ ລາວ ປະຈໍາປີ 2012 ກ່າວ ມອບ ໂດຍທ່ານ ພຸວະເລດ ກອງວັດທະນາສຸພາ ກຸ່ມ ບໍລິສັດ ລົດໃຫຍ່ ເຊັບໂລເລັກສ, ທ່ານ ພຸວົງ ພະມີສິດ ອໍານວຍການ ຮ້ານຄໍາພຸວົງ ແລະ ທ່ານ ນາງຈັນທະຈອນ ວົງໄຊ ຮອງປະທານ ກຸ່ມບໍລິສັດເຄແອນຊີຈໍາກັດ, ໂດຍໃຫ້ກຽດ ເຂົ້າຮ່ວມຂອງທ່ານ ສົມສະນຸກ ມີໄຊ ຮອງປະທານສະມາຄົມນັກຂ່າວລາວ ພ້ອມດ້ວຍ ສື່ມວນຊົນທັງພາຍໃນແລະຕ່າງປະເທດເຂົ້າຮ່ວມ.

ຂອງລາງວັນ ທີ່ ທາງ ຜູ້ໃຫ້ ການສະໜັບສະໜູນ ນໍາ ມາ ມອບໃຫ້ ຜູ້ ທີ່ ຈະ ໄດ້ຮັບ ຕໍາແໜ່ງ ນາງ ສາວລາວ ປະຈໍາ ປີ 2012 ປະກອບ ມີ ລົດໃຫຍ່ ເຊັບ ໂລເລັກສ 1 ຄັນ, ມູນຄ່າ 135 ລ້ານກີບ, ພ້ອມດ້ວຍມົງກຸດເພັດ, ຊຸດປະດັບຄໍາແລະເງິນໂຄງການສະໜັບສະໜູນລວມມູນຄ່າ 55 ລ້ານກີບ. ງານ ການປະກວດ ນາງສາວລາວ ແມ່ນ ເພື່ອ ເປັນ ການສົ່ງເສີມ ຮີດຄອງປະເພນີ ອັນດີງາມ ຂອງ ແມ່ຍິງ ລາວ ບັນດາເຜົ່າ ໃຫ້ ຄົງຢູ່ ກັບ ຊາດ ລາວ ແມ່ຍິງ ລາວ, ທັງເປັນ ການເຜີຍແຜ່ ມູນເຊື້ອ ວັດທະນະທໍາ ຂອງ ຊາດ ລາວ.

ງານປະກວດ ນາງສາວລາວ ປີນີ້ ຈັດຂື້ນ ເປັນຄັ້ງທີ 4. ໃນ ຕອນເຊົ້າ ວັນດຽວກັນ ໄດ້ ມີ ການຄັດເລືອກ ນາງສາວ ຂັວນໃຈ ຊ່າງພາບ ປະຈໍາປີ 2012 ແລະ ພິທີ ປະກວດ ນາງສາວ ລາວ ປະຈໍາ ປີ 2012 ຈະ ເລີ່ມ ຈັດຂື້ນ ໃນ ວັນທີ 7 ທັນວາ ທີ່ ຈະ ມາ ເຖິງນີ້.