ວຸດ​ທີ​ສະພາ​ອາ​ເມ​ລິ​ກາ​ຮັບຮອງ​ມະຕິ​ທີ່​ເກາະ​ຕ້ຽວ​ອີ​ເໝາະ​​ໃຊ້ "ສົນທິສັນຍາປ້ອງ​ກັນຄວາມ​ປອດ​ໄພ​​ອາ​ເມ​ລິ​ກາ​-​ຍີ່ປຸ່ນ

(GMT+08:00) 2012-12-02 15:46:14     cri

ວັນ​ທີ29 ພະຈິກ​ແລ້ວ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ, ກອງ​ປະຊຸມ​ຄົບ​ຄະນະຂອງ​ວຸດ​ທິສະພາອາ​ເມ​ລິ​ກາ​ຕົກລົງ​ວ່າ, ຈະ​ເພີ່ມຂໍ້​ມາດຕາ​ຕື່ມ​ໃສ່​ໃນ "ຍັດຕິ​ມອບ​ສິດ​ການ​ປ້ອງ​ກັນຊາ​ດ"ປີ2013, ກຳນົດ​ຢ່າງ​ຈະ​ແຈ້ງວ່າຂໍ້ມາດຕາ​ທີ5ຂອງ "ສົນທິສັນຍາ​ປ້ອງ​ກັນ​ຄວາມ​ປອດ​ໄພ​ອາ​ເມ​ລິ​ກາ​ຍີ່ປຸ່ນ"ທີ່​ອາ​ເມ​ລິ​ກາ​ມີພັນທະຕໍ່​ການ​ປ້ອງ​ກັນ​ຍີ່ປຸ່ນ​​ແມ່ນເໝົາ​ະ​ໃຊ້ເກາະ​ຕ້ຽວ​ອີ. ທ່ານ​ກ່າວ​ຫົງ ຮອງ​ຫົວໜ້າສະ​ຖາ​ບັນຄົ້ນ​ຄວ້າ​ຍີ່ປຸ່ນຂອງ​ສະພາ​ບັນດິດ​ວິທະຍາສາດ​ສັງຄົມ​ຈີນ​ເຫັນ​ວ່າ, ການ​ກະທຳ​ຂອງ​ອາ​​ເມ​ລິ​ກາ​ທີ່​ເຂົ້າ​ຂ້າງ​ຝ່າຍ​ຍີ່ປຸ່ນໃນ​ຄວາມ​ຂັດ​ແຍ່ງ​ກັນ​ກ່ຽວ​ກັບ​ເກາະ​ຕ້ຽວ​ອີ​ລະຫວ່າງ​ຈີນ​ກັບ​ຍີ່ປຸ່ນ​ຈະ​ທຳລາຍ​ຄວາມ​ໝັ້ນຄົງ​ແລະ​ສັນຕິພາບ​ຂອງ​ເຂດ​ອາຊີ​ປາຊີ​ຟິກ, ​ແລະກໍ່​ຈະ​ທຳລາຍ​ຜົນ​ປະ​​ໂຫຍ​ດຍຸດ​ທະ​ສາດ​ຂອງ​ອາ​ເມ​ລິ​ກາ​ຢູ່​ເຂດ​ອາຊີ​ປາຊີ​ຟິກ.

ທ່ານ​ກ່າວ​ຫົງ​ເຫັນ​ວ່າ, ປັດ​ຈຸ​ບັນ, ຈີນ​ກັບ​ຍີ່ປຸ່ນຍັງ​ຮັກສາ​ສະພາບ​ຢຸດ​ຈື້ງກ່ຽວ​ກັບບັນຫາ​ເກາະ​ຕ້ຽວ​ອີ, ຖ້າ​ບັນຫາ​ເກາະ​ຕ້ຽວ​ອີ​ຖືຈັດ​​ເຂົ້າໃນ "ສົນທິສັນຍາ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຍີ່ປຸ່ນ​ອາ​ເມ​ລິ​ກາ"​ໃນ​ທີ່​ສຸດ, ຈະ​ໃຫ້​ການ​ສະໜັບສະໜູນ​ແກ່​ອິດ​ທິກຳລັງ​ປີກ​ຂວາ​ຍີ່ປຸ່ນ, ຈະ​ໃນ​ທີ​ສຸດທຳລາຍ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ເຂດ​ອາຊີ​ປາຊີ​ຟິກ.

ການ​ເລືອກ​ຕັ້ງ​ຂອງສະພາ​ສູງ​ຍີ່ປຸ່ນ​ຈະ​ຈັດ​ຂຶ້ນ​ໃນ​ໄວໆ​ນີ້, ການ​ອະພິປາຍ​ກ່ອນ​ການ​ເລືອກ​ຕັ້ງ​ລະຫວ່າງ​ບັນດາ​ພັກຝ່າຍ​ຍີ່ປຸ່ນ​ຈະ​ມີ​ທ່າ​ອຽງ​ທີ່​ເຄັ່ງ​ຕຶງ​ຂຶ້ນ, ຫຼາຍ​ພັກ​ການ​ເມືອງ​ຍັງ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຫຼັກ​ໝັ້ນ​ອັນແຂງກະດ້າງ​ໃນ​ບັນຫາ​ນີ້​ເພື່ອ​ໂຄສະນາ​ຫາ​ສຽງ. ທ່ານ​ສາ​ສະ​ດາ​ຈານ​ກ່າວ​ຫົງ​​ເຫັນ​ວ່າ ​ໃນ​ເວລາ​ນີ້, ວຸດ​ທິສະພາອາ​ເມ​ລິ​ກາ​ຮັບຮອງຍັດຕິ​ນີ້, ​ແນ່ນອນ​ຈະ​ເພີ່ມ​ກຳລັງ​ແນວ​ໜ້າ​ແລະ​ຖັນ​ແຖວການ​ເລືອກ​ຕັ້ງ​ຂອງ​ອິດ​ທິກຳລັງ​ປີກ​ຂວາ​ຍິ່ງ​ກວ່າ​ນັ້ນ​ອິດ​ທິກຳລັງ​ປີກ​ຂວາ​ທີ່​ສຸດ, ບຸກຄົນ​ປີກ​ຂວາ​ທີ່​ສຸດ, ຈະ​ມີ​ບົດບາດ​ທາງ​ລົບ​ຕໍ່​ການ​ເລືອກ​ຕັ້ງຂອງ​ຍີ່ປຸ່ນ."