ສຳ​ເລັດ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 5 ສະ​ໄໝ​ທີ IX ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ

(GMT+08:00) 2012-12-04 17:32:33     cri
ໃນລະຫວ່າງວັນທີ26ເຖິງວັນທີ30ພະຈິກທີ່ຜ່ານມາ ທີ່​ນະ​ຄອນ​ຫລວງ​ວຽງ​ຈັນ,​ໄດ້​ມີ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ຄັ້ງ​ທີ​5​ສະ​ໄຫມ​ທີ​IX​ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ສະ​ຫາຍ​ຈູມ​ມາ​ລີ ໄຊ​ຍະ​ສອນ,​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ.

ກອງປະຊຸມຄົບຄະນະຄັ້ງນີ້ ໄດ້ປຶກສາຫາລືລົງເລິກຫົວຂໍ້ກ່ຽວກັບສະພາບຄວາມ ເປັນຈິງຂອງວິສາຫະ​ກິດ​ໃນ​ພາກ​ສ່ວນ​ເສດ​ຖະ​ກິດ​ຕ່າງໆ​ຢູ່​ປະ​ເທດ​ລາວ ແລະ ທິດ​ທາງ ກ່ຽວ​ກັບ​ການ​ປັບ​ປຸງ​ກໍ່​ສ້າງ ແລະ ຂະ​ຫຍາຍ​ໃນ​ຕໍ່​ຫນ້າ​ເຊິ່ງ​ກອງ​ປະ​ຊຸມ​ໄດ້​ຕີ​ລາ​ຄາ​ເປັນ​ເອ​ກະ​ພາບ​ກັນ​ວ່າ:​ໃນ 20​ກວ່າ​ປີ​ຜ່ານ​ມາ,​ພາຍ​ຫລັງ​ທີ່​ພັກ​ເຮົາ​ໄດ້​ມີ​ແນວ​ທາງ​ປ່ຽນ​ແປງ​ໃຫມ່,​ເປັນ​ຕົ້ນ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ​ໂດຍ​ມີ​ນະ​ໂຍ​ບາຍ​ຊຸກ​ຍູ້​ສົ່ງ​ເສີມ​ໃຫ້​ທຸກ​ພາກ​ສ່ວນ​ເສດ​ຖະ​ກິດ​ໄດ້​ຮັບ​ການ​ຈັດ​ຕັ້ງ,​ເຄື່ອນ​ໄຫວ ໂດຍ​ມີ​ຄວາມ​ສະ​ເຫມີ​ພາບ​ຕໍ່​ຫນ້າ​ກົດ​ຫມາຍ,​ທັງ​ດຳ​ເນີນ​ນະ​ໂຍ​ບາຍ​ເປີດ​ກວ້າງ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ພາຍ​ນອກ ໂດຍ​ສະ​ເພາະ​ໃນ ຊຸມ​ປີ​ມໍ່ໆມາ​ນີ້,​ເສດ​ຖະ​ກິດ​ແຫ່ງ​ຊາດ​ຂອງ​ປະ​ເທດ​ເຮົາ​ໄດ້​ຮັບ​ການ​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ ຢ່າງ​ຈະ​ແຈ້ງ;​ພາກ​ສ່ວນ​ເສດ​ຖະ​ກິດ​ຕ່າງໆ ໄດ້​ກຳ​ເນີດ​ເກີດ​ຂຶ້ນ​ແລະ​ມີ​ຫລາຍ​ຮູບ​ແບບ​ການ​ຜະ​ລິດ ແລະ ການ​ບໍ​ລິ​ການ​ຕາມ​ກົນ​ໄກ​ເສດ​ຖະ​ກິດ​ຕະ​ຫລາດ​ທີ່​ມີ​ການ​ນຳ​ພາຂອງ ພັກ​ແລະ​ການ​ຄຸ້ມ​ຄອງ​ຂອງ​ລັດ.​ບັນ​ດາ​ພາກ​ສ່ວນ​ເສດ​ຖະ​ກິດ​ເຫລົ່າ​ນັ້ນ​ໄດ້​ປະ​ກອບ​ສ່ວນ​ຢ່າງ​ສຳ​ຄັນ ແລະ ໃຫຍ່​ຫລວງ​ເຂົ້າ​ໃນ​ການ​ຮັບ​ປະ​ກັນ​ໃຫ້​ຈັງ​ຫວະ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ແຫ່ງ​ຊາດ ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ.​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໄດ້​ຮັບ​ການ​ປົວ ແປງ​ໃຫ້​ດີ​ຂຶ້ນ​ຕື່ມ​ກ້າວ​ຫນຶ່ງ,​ພ້ອມ​ກັນ​ນັ້ນ​ພວກ​ເຮົາ​ກໍ່​ສາ​ມາດ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຈຳ​ນວນ​ຫນຶ່ງ​ສຳ​ລັບ​ການ​ນຳ​ເອົາ​ປະ​ເທດ​ເຮົາ​ກ້າວ​ຂຶ້ນ​ຢ່າງ​ຫນັກ​ແຫນ້ນ​ເພື່ອ​ຫຼຸດ​ພົ້ນ​ອອກ ຈາກ​ຄວາມ​ດ້ອຍ​ພັດ​ທະ​ນາ​ໃນ​ປີ 2020.

ສຳລັບທິດທາງວຽກງານຈຸດສຸມໃນຕໍ່ຫນ້ານັ້ນ,ແມ່ນຈະໄດ້ສຸມໃສ່ຊີ້​ນຳ​ນຳ​ພາ​ການ​ສືບ​ຕໍ່​ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ IX ຂອງ​ພັກ​ໃຫ້​ເຂົ້າ​ສູ່​ການ​ກະ​ທຳ​ຕົວ​ຈິງ ແລະ ເກີດ​ຫມາກ​ເກີດ​ຜົນ​ເປັນ​ຮູບ​ປະ​ທຳ​ກວ່າ​ເກົ່າ ໂດຍ​ສະ​ເພາະ​ແມ່ນ​ການ​ຈັດ ຕັ້ງ​ປະ​ຕິ​ບັດ​ມະ​ຕິ 3 ສ້າງ, ການ​ແກ້​ໄຂ​ຄວາມ​ທຸກ​ຍາກ​ຂອງ​ປະ​ຊາ​ຊົນ ແລະ ບັນ​ລຸ​ເປົ້າ​ຫມາຍ​ສະ​ຫັດ​ສະ​ວັດ​ດ້ານ​ການ​ພັດ​ທະ​ນາ.​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຮຽກ​ຮ້ອງ​ມາ​ຍັງ​ທົ່ວ​ພັກ, ທົ່ວ​ກຳ​ລັງ​ປະ​ກອບ​ອາ​ວຸດ​ແລະ ທົ່ວ​ປວງ​ຊົນ​ລາວ​ທັງ​ຊາດ​ຈົ່ງ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ ເປັນ​ປຶກ​ແຜ່ນ​ຢູ່​ອ້ອມ​ຂ້າງ​ພັກ ແລະ ລັດ,​ເສີມ​ຂະ​ຫຍາຍ​ນ້ຳ​ໃຈ​ຮັກ​ຊາດ​ຮັກ​ລະ​ບອບ​ໃຫມ່,​ຄວາມ​ດຸ​ຫມັ່ນ​ຂະ​ຫຍັນ​ພຽນ,​ສຸມ​ສະ​ຕິ​ປັນ​ຍາ ແລະ ຫົວ​ຄິດ​ປະ​ດິດ​ສ້າງ​ເຂົ້າ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ບັນ​ດາ​ຄາດ​ຫມາຍ​ທີ່​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ IX ຂອງ​ພັກ​ວາງ​ອອກ,​ກໍ່​ຄື​ມະ​ຕິ​ກອງ​ປະ​ຊຸມ​ສູນ​ກາງ​ຄົບ​ຄະ​ນະ​ຄັ້ງ​ທີ 5 ສະ​ໄຫມ​ທີ IX ດ້ວຍ​ຜົນ​ສຳ​ເລັດ​ທີ່​ໃຫຍ່​ຫລວງ​ກວ່າ​ເກົ່າ.