ບັນ​ດາ​ປະ​ເທດ​ເພື່ອນ​ມິດ​ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ອວຍ​ພອນ​ຜູ​ນຳ​ພັກ​-ລັດ​ສປປ​ລາວ​ໃນ​ໂອ​ກາດ​ວັນ​ຊາດ​ຄົບ​ຮອບ​37​ປີ

(GMT+08:00) 2012-12-04 17:41:47     cri
ໃນວັນທີ 1 ທັນວານີ້ ທີ່ສຳນັກງານປະທານປະເທດ (ຫໍຄຳ) ບັນດາທ່ານທູຕານຸ ທູດປະເທດເພື່ອນມິດ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ປະ​ຈຳ​ລາວ​ໄດ້​ເຂົ້າ​ອວຍ​ພອນ​ທ່ານ​ຜູ້ນຳພັກ-ລັດຂອງສປປລາວ​ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດ​ທີ 2 ທັນ​ວາ​ຄົບ​ຮອບ 37 ປີ.​ໂດຍ​ມີ​ພະ​ນະ​ທ່ານ ຈູມ​ມາ​ລີ ໄຊ​ຍະ​ສອນ ປະ​ທານ​ປະ​ເທດ​ແຫ່ງ​ລາວ​ພ້ອມ​ພັນ​ລະ​ຍາ, ພະ​ນະ​ທ່ານ ທອງ​ສິງ ທຳ​ມະ​ວົງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ພ້ອມ​ພັນ​ລະ​ຍາ,​ພະ​ນະ​ທ່ານ​ດຣ.​ທອງ​ລຸນ ສີ​ສຸ​ລິດ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ,​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ພ້ອມ​ພັນ​ລະ​ຍາ ແລະ ບັນ​ດາ​ລັດ​ຖະ​ມົນ​ຕີ​ວ່າ​ການ,​ຊ່ວຍ​ວ່າ​ການ,​ພະ​ນັກ​ງານ​ຂັ້ນ​ສູງ​ເຂົ້າ​ຮ່ວມ.

ໃນພິທີ ທ່ານ​ລີ​ກັນ​ເຕ,​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ່​ມີ​ອຳນາດ​ເຕັມ​ແຫ່ງ​ສ.​ເກົາ​ຫຼີ,​ໃນ​ນາມ​ທູດ​ອາ​ວຸ​ໂສ​ໄດ້​ຕາງ​ຫນ້າ​ໃຫ້​ບັນ​ດາ​ທ່ານ​ທູດ​ປະ​ເທດ​ເພື່ອນ​ມິດ​ຂຶ້ນ​ກ່າວ​ອວຍ​ພອນ​ຜູ້​ນຳ​ພັກ​-​ລັດ​ແຫ່ງ​ສປປ​ລາວ​ວ່າ:​ໃນ​ນາມ​ທູດ​ອາ​ວຸ​ໂສ​ຂໍ​ສະ​ແດງ​ຄວາມ​ຊົມ ເຊີຍ​ຢ່າງ​ຈິງ​ໃຈ​ຂອງ​ບັນ​ດາ​ທູ​ຕາ​ນຸ​ທູດ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ທັງ​ໝົດ​ມາ​ຍັງ​ພະ​ນະ​ທ່ານ​ປະ​ທານ​ປະ​ເທດ​ກໍ່​ຄື​ບັນ​ດາ​ຜູ້​ນຳ​ພັກ- ລັດ ແລະ​ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ ທີ່​ຍາດ​ມາ​ໄດ້​ຜົນ​ງານ​ອັນ​ໃຫຍ່​ຫລວງ​ໃນ​ປີ​ນີ້​ເປັນ​ຕົ້ນ: ສຳ​ເລັດ​ການ​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ສຸດ​ຍອດ ອາຊີ - ເອີ​ຣົບ​ຄັ້ງ​ທີ 9 (ອາ​ເຊັມ 9),​ນອກ​ນັ້ນ​ຍັງ​ມີ​ຜົນ​ສຳ​ເລັດ​ການ​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ລັດ​ຖະ​ສະ​ພາ​ອາ​ຊີ​ເອີ​ຣົບ ຫຼື ອາ​ເຊັບ 7 ແລະ ຜົນ​ສຳ​ເລັດ​ທີ່​ສຳ​ຄັນ​ອີກ​ອັນ​ຫນຶ່ງ​ທີ່ ລາວ​ຍາດ​ມາ​ໄດ້​ໃນ​ປີ​ນີ້ ກໍ່​ແມ່ນ​ການ​ໄດ້​ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ​ອົງ​ການ​ການ​ຄ້າ​ໂລກ.

ທ່ານ​ຍັງ​ກ່າວ​ຕື່ມ​ອີກວ່າ: ຂໍອວຍພອນໄຊມາຍັງພະນະທ່ານປະທານປະ​ເທດ​ຈູມ​ມາ​ລີ ໄຊ​ຍະ​ສອນ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ບັນ​ດາ​ການ​ທຳ​ທ່ານ​ອື່ນໆ ກໍ​ຄື​ປະ​ຊາ​ຊົນ​ລາວ​ທຸກ​ຖ້ວນ​ຫນ້າ​ຈົ່ງ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ,​ມີ​ຄວາມ​ຜາ​ສຸກ​ເບີກ​ບານ​ໃຈ ແລະ ປະ​ສົບ​ຜົນ​ສຳ​ເລັດ​ຕະ​ຫຼອດ​ປີ​2013​ທີ່​ຈະ​ມາ​ເຖິງ​ນີ້.