ທ້າຍ​ປີ 2015​ລາວ​ຈະ​ມີ​ດາວ​ທຽມ​ເປັນ​ຂອງ​ຕົນ​ເອງ

(GMT+08:00) 2012-12-05 18:40:15     cri
ຫວ່າງ​ບໍ່​ດົນ​ມາ​ນີ້, ທີ່​ນະຄອນຫຼວງ​ວຽງ​ຈັນ​ ໄດ້​ຈັດ​ກອງ​ປະຊຸມ​ໄຂ​ໂຄງການ​ກໍ່ສ້າງ​ລະ​ບົບ​ວິ​ທະ​ຍຸ,​ໂທ​ລະ​ພາບ​ແລະ​ໂທ​ລະ​ຄົມມະນາຄົມ. ​ໂດຍ​ການ​ເປັນ​ກຽດ​ຂອງ​ທ່ານ​ຫຍມ ພົມ​ມະ​ຈັນ ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ໄປ​ຊະ​ນີ​ໂທ​ລະ​ຄົມ​ມະ​ນາ​ຄົມ ​ແລະ​ການ​ສື່​ສານ,​ທ່ານ​ສຈ. ດຣ. ບຸນ​ຕຍມ ພິດ​ສະ​ໄໝ ລັດ​ຖະ​ມົນ​ຕີ​ປະ​ຈໍາ​ຫ້ອງ​ວ່າ​ການ ລັດ​ຖະ​ບານ,​ທ່ານ ນາງ​ປູ​ຈ້ຽນ​ກົວ ​ເອກ​ອັກ​ຄະ​ລະ​ຖະ​ທູດ​ຈີນ ປະ​ຈໍາ​ລາວ ພ້ອມ​ດ້ວຍ​ພະ​ນັກ​ງານ​ກ່ຽວ​ຂ້ອງ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.

ໂຄງການ​ດັ່ງກ່າວ​ເປັນ​ໂຄງ​ການ​ທີ່​ມີ​ຄວາມ​ໝາຍ​ຄວາມ​ສໍາຄັນ​​ຢ່າງ​ຍິ່ງ​ໃນ​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ລາວ​-​ສັງ​ຄົມ​ລາວ. ​ເນື້ອ​ໃນ​ຂອງ​ກອງ​ປະຊຸມ​ແມ່ນ​ແນ​ໃສ່​ປະຕິບັດ​ຕາມ​ແຜນ​ຜະ​ລິດ​ດາວ​ທຽມ,​ການ​ກໍ່​ສ້າງ​ລະ​ບົບ​ວິ​ທະ​ຍຸ, ​ໂທ​ລະ​ພາບ​ແລະ​ໂທ​ລະ​ຄົມ​ມະ​ນາ​ຄົມ​ພາກ​ພື້ນ​ດິນ ​ແລະ​ຈັດ​ຝືກ​ອົບ​ຮົມ​ພະ​ນັກ​ງານ​ວິ​ຊາ​ການ​ທີ່​ກ່ຽວ​ຂ້ອງ​ໃຫ້​ຝ່າຍ​ລາວ​ເປັນ​ລະ​ບົບ​ຄົບ​ຊຸດ​ແລະ​ສໍາ​ເລັດ​ຕາມ​ຄາດ​ໝາຍ​ແລ້ວ​ສົ່ງ​ດາວ​ທຽມ​ຂື້ນ​ສູ່​ຕໍາ​ແໜ່ງ​ວົງ​ໂຄ​ຈອນ 128,5​ອົງສາ​E (ຕາ​ເວັນ​ອອກ)​ແລ້ວ​ມອບ​ໃຫ້​ລັດ​ຖະ​ບານ​ລາວ​ເພື່ອ​ດໍາ​ເນີນ​ທຸ​ລະ​ກິດ​ດ້ານ​ດາວ​ທຽມ​ຢູ່​ລາວ.

ລັດຖະບານ​ລາວ​ໄດ້​ລົງ​ທືນ​ໃນ​ໂຄງການ​ນີ້ 258 ລ້ານ​ໂດ​ລາ​ສະ​ຫະ​ລັດ​ຫຼື​ປະມານ 2 ພັນ​ຕື້​ກວ່າ​ກີບ​ເພື່ອ​ໃຫ້​ກຸ່ມ​ບໍ​ລິ​ສັດ​ອາ​ວະ​ກາດ​ຈີນ​ໄດ້​ດໍາ​ເນີນ​ການ​ຜະ​ລິດ​ພ້ອມ​ທັງ​ໄດ້​ສະ​ໜອງ​ເຕັກ​ໂນ​ໂລ​ຊີ​ທີ່​ກ່ຽວ​ຂ້ອງ.​ໂດຍ​ໂຄງ​ການ​ນີ້​ໄດ້​ແນວ​ຄິດ​ເລີ່ມ​ມາ​ແຕ່​ປີ 2006​ແລະ​ພາຍ​ຫຼັງ​ການ​ໄຂ​ໂຄງ​ການ​ຄັ້ງ​ນີ້,​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຈະ​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ໃຫ້​ສໍາ​ເລັດ​ພາຍ​ໃນ​42​ເດືອນ​ຫຼື​ປະ​ມານ​ທ້າຍ​ປີ 2015.