ປະທານ​ສະພາ​ແຫ່ງ​ຊາດ​ລາວ​ຕ້ອນຮັບ​ຄະນະ​ຜູ້​​ແທນ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ຈີນ

(GMT+08:00) 2012-12-06 16:39:23     cri

ຕາມ​ຂ່າວCRI:ຕອນ​ເຊົ້າ​ວັນ​ທີ 6 ທັນວາ​ນີ້,ຢູ່​ຫໍ​ຮັບ​ແຂກ​ສະພາ​ແຫ່ງ​ຊາດ​ລາວ,ທ່ານ​ນາງ​ປານີ ຢາ​ທໍ່​ຕູ້,ປະທານ​ສະພາ​ແຫ່ງ​ຊາດ​ລາວ​ໄດ້​ຕ້ອນ​ຮັບຄະນະ​ຜູ້​ແທນ​ຄະນະ​ກຳມະ​ການ​ວຽກ​ງານການ​ຕ່າງປະ​ເທດສະພາ​ປຶກສາ​ການ​ເມືອງ​ປະຊາ​ຊົນ​ຈີນ​ທີ່​ນຳ​ໂດຍ​ທ່ານ​ສີເຈິ້ນ​ຮວນ,ກຳມະ​ການ​ປະຈຳ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນຈີນ​ທັງ​ເປັນ​ກຳມະການ​ຄະນະ​ກຳມະການ​ວຽກ​ງານຕ່າງປະ​ເທດ​ແຫ່ງ​ຊາດ.

ໃນ​ເວ​ລາ​ເຂົ້າ​ຢ້ຽມ​ຂ່ຳນັບປ​ະທານ​ສະພາ​ແຫ່ງ​ຊາດ​ລາວ,ທ່ານ​ສີ​ເຈິ້ນ​ຮວນ​ໄດ້​ແຈ້ງ​ຜົນສຳ​ເລັດ​ອັນ​ສຳຄັນ​ຂອງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູນິດ​ຈີນ​ໃຫ້​ປະ​ທານ​ສະພາ​ແຫ່ງ​ຊາດ​ລາວຊາບ,​ທ່ານໄດ້​ຕີ​ລາຄາ​ສູງ​ຕໍ່​ມິດຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ​ລະຫວ່າງ​ຈີນ​ກັບ​ລາວມາ​ເປັນ​ເວລາ​ອັນຍາວ​ນານ​ແລະ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ,​ພ້ອມ​ທັງກ່າວ​ວ່າ​ຈະ​ຕັ້ງໜ້າ​ຊຸກຍູ້​ການ​ແລກປ່ຽນ​ແລະຮ່ວມ​ມືລະຫວ່າງ​ສອງ​ພັກ,ສອງ​ລັດ​,ໂດຍ​ສະ​ເພາະ​ແມ່ນ​ລະຫວ່າງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ຈີນ​ກັບ​ສະພາ​​ແຫ່ງ​ຊາດ​ລາວ.

ທ່ານ​ນາງ​ປານີ ຢາ​ທໍ່​ຕູ້​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຜົນສຳ​ເລັດ​ອັນ​ຈົບງາມ​ທີ່​ໄດ້​ຮັບ​ໃນ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູນິດ​ຈີນ​ທີ່ຫາ​ກໍ່​ສິ້ນ​ສຸດ​ລົງ​ໃນ​ຫວ່າງ​ກ່ອນ​ນີ້​ບໍ່​ດົນ,ສະ​ແດງ​ຄວາມ​ຍ້ອງຍໍ​ສັນລະ​ເສີນ​ຕໍ່​ຜົນສຳ​ເລັດ​ອັນ​ຍິ່ງ​ໃຫຍ່​ທີ່​ພັກ​ກອມ​ມູນິດ​ຈີນ​ໄດ້​ຮັບ​ໃນ​ເວລາ​ຍາວ​ນານ​ມາ​ນີ້​ໃນ​ການ​ນຳພາ​ປະຊາຊົນຈີນຍຶດໝັ້ນ​ເດີນ​ຕາມ​ເສັ້ນທາງ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ,​ແລະ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ພັກ,ລັດ​ແລະ​ປະຊາຊົນ​ຈີນ​ທີ່​ໄດ້​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ຢ່າງ​ຫຼວງ​ຫຼາຍ​​​ແກ່​ພັກ,ລັດ​ແລະ​ປະຊາຊົນ​ລາວ​ມາ​ໂດຍ​ຕະຫຼອດ.

ຕອນ​ເຊົ້າ​ມື້​ດຽວ​ກັນ,ທ່ານ​ສີເຈິ້ນ​ຮວນ​ຍັງ​ໄດ້​ເຈລະຈາ​ກັບ​ທ່ານ​ຈັນທະ​ວົງ ​ແສນ​ອາມາດ​ມົນຕີ,ຮອງ​ປະທານ​ແນວ​ລາວ​ສ້າງ​ຊາດ.

ທ່ານສີ​ເຈິ້ນ​ຮວນໄດ້​ເດີນ​ທາງ​​ມາ​ຢ້ຽມ​ຢາມ​ລາວ​ເປັນ​​ເວລາ 5​ ວັນຕາມຄຳ​ເຊີນ​ຂອງ​ແນວ​ລາວ​ສ້າງ​ຊາດ.