ແຂວງ​ຫຼວງ​ພະ​ບາງ​ຈະ​ໄຂ​ງານ​ຫັດ​ຖະ​ກໍາ​ສີ​ໄມ້​ລາຍ​ມື​ບັນ​ດາ​ເຜົ່າ​ຄັ້ງ​ທີ​ 11

(GMT+08:00) 2012-12-06 16:12:17     cri
ທ່ານນາງ​ແວວ​ມະນີ ດວງ​ດາລາ ຜູ້​ອໍານວຍ​ການ​ສູນ​ສິລະ​ປະ​ຫັດຖະ​ກໍາ​ແຂວງ​ຫຼວງ​ພະ​ບາງ​ໃຫ້​ຮູ້​​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ:​ສະ​ມາ​ຄົມ​ຫັດຖະ​ກໍາ​ແຂວງ​ຫຼວງ​ພະ​ບາງ​ຮ່ວມ​ກັບ​ສະ​ພາ​ການ​ຄ້າ​ແລະ​ອຸດ​ສາ​ຫະ​ກໍາ​ແຂວງ​ຫຼວງ​ພະ​ບາງ,​ຈະ​ໄຂ​ງານ​ຫັດ​ຖະ​ກໍາ​ສີ​ໄມ້​ລາຍ​ມື​ບັນ​ດາ​ເຜົ່າ,​ງານ​ແນະ​ນຳ​ກາ​ໝາຍ​ສິນ​ຄ້າ​ຫັດຖະ​ກໍາ​ແຂວງ​ຫຼວງ​ພະ​ບາງ​ຂື້ນ, ​ແຕ່​ວັນ​ທີ 7-11 ທັນວາ​ນີ້;

ພາຍ​ໃນ​ງານ​ຈະ​ມີ​ການວາງສະ​ແດງ​ສິນຄ້າ​ຫັດຖະ​ກໍາ​ທີ່​ເຮັດ​ດ້ວຍ​ມື, ສິນຄ້າ​ຫັດຖະ​ກໍາ​ປຸງ​​ແຕ່ງ ​ແລະ​ເຄື່ອງ​ຕັດ​ຫຍິບ, ​ເຄື່ອງ​ເຟີ​ນີ​ເຈີ້​ທີ່​ຜະ​ລິດ​ຈາກ​ໄມ້, ​ໄມ້​ປ່ອງ,​ຫວາຍ,​ເຄື່ອງ​ປັ້ນ​ດິນ​ເຜົາ​ແລະ​ສິນ​ຄ້າ​ປະ​ເພດ​ອື່ນໆ, ​ເຊິ່ງຈະ​ມີ​ຜູ້​ເຂົ້າ​ຮ່ວມ​ຫຼາຍ​ກວ່າ 40 ຮ້ານ​ຈາກ​ແຂວງ​ຫຼວງ​ພະ​ບາງ​ແລະ​ບັນ​ດາ​ແຂວງ​ພາກ​ເໜືອ​ຂອງ​ລາວ. ​ໂຄງ​ການ​ນີ້​ໄດ້​ຮັບ​ການ​ສະ ໜັບ​ສະ​ໜູນ​ຊ່ວຍ​ເຫຼື​ອລ້າ​ຈາກ​ລັດ​ຖະ​ບານ​ປະ​ເທດ​ສະ​ວິດ​ແລະ​ໄດ້​ຈັດ​ຕັ້ງ​ມາ​ແຕ່​ປີ​2011 -2014 ​ເພື່ອ​ເປັນ​ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ພາກ​ລັດ​ແລະ​ພາກ​ເອ​ກະ​ຊົນ​ດ້ານ​ກະ​ສິ​ກໍາ,​ຫັດ​ຖະ​ກໍາ.​ພ້ອມ​ກັນ​ນັ້ນ ​ເພື່ອ​ເປັນ​ການ​ສະ​ເຫຼີມ​ສະ​ຫຼອງ​ວັນ​ຫັດ​ຖະ​ກໍາ​ແຫ່ງ​ຊາດ​ວັນ​ທີ 1 ພະ​ຈິກ​ຄົບ​ຮອບ 11 ປີ.