ສະພາ​ແຫ່ງ​ຊາດ​ລາວ​ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ​ກ່ຽວ​ກັບ​ສປປ​ລາວ​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງ​ການ​WTO

(GMT+08:00) 2012-12-07 11:03:02     cri
ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ4​ຂອງສະພາ​ແຫ່ງ​ຊາດ​ລາວຊຸດ​ທີ7ຂອງລາວ​ໄດ້​​ເລີ່​ມຂຶ້ນ​ແຕ່ວັນ​ທີ5​ທັນວາ​ນີ້​ເປັນ​ຕົ້ນ​ໄປ,ຕອນ​ເຊົ້າ​ວັນ​ທີ6​ທັນວາ​ນີ້,ທີ່​ປະຊຸມ​ໄດ້​ພິຈາລະນາ​ແລະ​ລົງມະຕິຕໍ່​ສັນ​ຍາ​ວ່າ​ດ້ວຍ​ສປປລາວ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ​ຫຼືWTO,​ໂດຍ​ໄດ້​ຮັບຮອງ​ສັນ​ຍາ​ນີ້​ດ້ວຍ​ຄະ​ແນນ​ສຽງ​ເຫັນ​ດີ​ຢ່າງ​ເປັນ​ເອກະສັນ.

ໃນ​ມື້​ດຽວ​ກັນ,ທ່ານ​ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກລັດຖະມົນຕີທັງ​ເປັນ​ລັດຖະມົນຕີວ່າການ​ກະຊວງ​ການ​ຕ່າງປະ​ເທດ​ໄດ້​ລາຍ​ງານ​ຜົນສຳ​ເລັດ​ຂອງ​ການ​ເຈລະຈາ​ເຂົ້າ​ເປັນ​ສະ​ມາ​ຊິກ​ອົງ​ການ WTOຂອງ​ສປປລາວຢູ່​ທີ່​ສະພາ​ແຫ່ງ​ຊາດ.ທ່ານ​ທອງ​ລຸນ​ສີ​ສຸ​ລິດ​ຊີ້​ອອກວ່າ,ລາວ​ເຂົ້າ​ເປັນ​ສະມາຊິກ​ອົງການ WTOຈະ​ມີ​ຜົນ​ດີ​​ຕໍ່​ການ​ຊຸກ​ຍູ້​ໃຫ້​ກົງຈັກ​ລັດ​ຖະ​ບານ​ຖື​ການ​ຫັນປ່ຽນ​ພາລະ​ບົດບາດ​ເປັນ​ຈຸດ​ສຸມ​​ແຫ່ງ​ການ​ພັດທະນາ​ເສດ​ຖະກິດ, ​ປັບປຸງ​ສະພາບ​ແວດ​ລ້ອມ​ການ​ລົງທຶນ​ໃຫ້​ດີ​ຂຶ້ນ​ຕື່ມ​ອີກ​ເພື່ອ​ຊຸກ​ຍູ້ການ​ດຶງ​ດູດ​ນັກທຸລະກິດ​ຕ່າງປະ​ເທດ​ເຂົ້າ​ມາ​ລົງທຶນ​ຢູ່​ລາວ,​ແລະ​ຍັງ​ມີ​ຜົນ​ດີ​ຕໍ່​ການ​ເພີ່ມ​ລາຍ​​ໄດ້​ການ​ເງິນ​,ກະ​ຕຸ້ນ​ຄວາມ​ຕ້ອງການ​ພາຍ​ໃນ,ຊຸກ​ຍູ້​ໃຫ້​ວິ​ສາ​ຫະກິດ​ລາວ​ກ້າວ​ໄປ​ສູ່​ຕະຫຼາດ​ສາກົນ​ແລະ​ຊຸກ​ຍູ້​ການ​ປະ​ກອບ​ອາຊີບ​ເຫຼົ່າ​ນີ້​ເປັນ​ຕົ້ນ.

ທ່ານ​ທອງ​ລຸນ​ສີ​ສຸລິດ​ກ່າວ​ວ່າ,​ໃນ​ຕໍ່ໜ້າ,ລາວ​ຈະ​ສຸມ​ໃສ່​ການ​ປັບປຸງ​ລະບຽບ​ກົດໝາຍ​ກ່ຽວ​ກັບການ​ຄ້າດ້ານ​ສິນຄ້າ​ແລະ​ການ​ບໍລິການ​ໃຫ້​ສົມ​ບູນ​ຂຶ້ນ​ຕື່ມ​ອີກ​ເພື່ອ​ໃຫ້​ສອດຄ່ອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຕາມ​ກົດ​ລະບຽບ​ທີ່​ກ່ຽວຂ້ອງ​ຂອງ​ອົງການ WTO.ນອກ​ນີ້,ລາວ​ຍັງ​ຈະສຸມ​ໃສ່ຊຸກ​ຍູ້​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ໂດຍ​ຖື​ວຽກ​ງານ​ການຄົມມະນາຄົມ​ ​ຂົນ​ສົ່ງ​ເປັນ​ຕົ້ນຕໍ.

ອີງ​ຕາມ​ສັນຍາ​ເຂົ້າ​ເປັນ​ສະມາຊິກ​ອົງການ WTO,​ໃນ​ດ້ານ​ການ​ຄ້າ​ສິນຄ້າ,ລາວ​ໃຫ້​ຄຳ​ໝັ້ນ​ສັນຍາ​ໃນ​ການຄວບ​ຄຸມ​ອັດຕາ​ພາສີ​ທີ່​ປະຕິບັດ​ໃນ​ປະຈຸ​ບັນ,ອັດຕາ​ພາສີ​ສະ​ເລ່ຍຂອງ​ສິນຄ້າ​ນຳ​ເຂົ້າ​ທັງ​ໝົດ​ແມ່ນ18,8%,​ໃນ​ນັ້ນ,ຜະລິດ​ຕະພັນ​ກະສິກຳ​ແມ່ນ19,3%,ສ່ວນ​ຜະລິດ​ຕະພັນ​ອື່ນໆ​ແມ່ນ18,7%.​ໃນ​ດ້ານ​ການ​ຄ້າ​ການ​ບໍລິການ,ລາວ​ໃຫ້​ຄຳ​ໝັ້ນ​ສັນຍາ​ໃນ​ການ​ເປີດ​ຕະຫຼາດ10ຂະ​ແໜງ​ການ​ຕໍ່​ພາຍ​ນອກ​ເປັນ​ຕົ້ນ​ແມ່ນ​ການ​ບໍລິການດ້ານ​ການ​ຄ້າ,ການ​ປະກັນ​ໄພ,ທະນາຄານ​ແລະ​ທຸລະ​ກິດ​ດ້ານການ​ທະນາຄານ​ອື່ນໆ,ການ​ບໍລິການ​ຂອງ​ໂຮງໝໍ​ເອກະ​ຊົນ,​ການ​ທ່ອງ​ທ່ຽວ​ແລະ​ການ​ຂົນ​ສົ່ງ​ທາງ​ອາກາດ​ເຫຼົ່າ​ນີ້​ເປັນ​ຕົ້ນ,ຊຶ່ງ​ໄດ້​ກວມ​ເຖິງ79​ຂະ​ແໜງ​ການ​ຍ່ອຍ.