ທ່ານ​ຫູ​ຈີນ​ທ່າວ​ກ່າວ​ເນັ້ນ​ວ່າ: ຄົ້ນ​ຄ້ວາຮ່ຳຮຽນ​​ແລະ​ຈັດ​ຕັ້ງ​ປະຕິບັດ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ18​ຂອງພັກ​ຄອມ​ມູນິດ​ຈີນ, ​ສາມັກຄີ​ສູ້​ຊົນ​ເພື່ອ​ສ້າງ​ສັງຄົມ​ທີ່​ອີ່ມ​ໜຳ​ສຳລານ​​ໃຫ້​ສຳ​ເລັດ​ຮອບດ້ານ

(GMT+08:00) 2012-12-07 16:22:45     cri
ຕາມ​ຂ່າວສານ​ຊິນ​ຮວາ: ຫວ່າງ​ມໍ່ໆ​ມາ​ນີ້, ​ໃນ​ເວລາ​ລົງສຳ​ຫຼວດວຽກ​ງານ​ຢູ່​​ແຂວງ​ກຸ້ຍ​ໂຈ່​ວ, ທ່ານ​ຫູ​ຈີນ​ທ່າວ, ປະທານ​ປະ​ເທດ​ຈີນ​ກ່າວ​ເນັ້ນ​ວ່າ: ລົງ​ເລິກ​ການ​ຄົ້ນ​ຄ້ວາຮ່ຳຮຽນປ​ະຕິບັດ​ຕາມ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ກອງ​ປະຊຸມ​ໃຫຍ່​ຜູ້​​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ຄອມ​ມູນິດ​ຈີນ, ​ເຕົ້າ​ໂຮມສະຕິ​ປັນຍາ​ແລະ​​ເຫື່ອ​ແຮງ​ເຂົ້າ​ໃນ​ການ​ປະຕິ​ບັດ​ໜ້າ​ທີ່​ຕ່າງໆຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ18​ຂອງ​ພັກ, ​ສາມັກຄີ​ສູ້​ຊົນ​ເພື່ອ​ສ້າງ​ສັງຄົມ​ທີ່​ອີ່ມ​ໜຳ​ສຳລານ​ໃຫ້​ສຳ​ເລັດ​ຮອບດ້ານ.

ແຕ່​ວັນ​ທີ1​ຫາ​ວັນ​ທີ6​ທັນວາ​ນີ້, ທ່ານ​ຫູ​ຈີນ​ທ່າວ​ໄດ້​​ລົງສຳ​ຫຼວດຕິດ​ຕາມວຽກ​ງານຂອງ​ວິ​ສາ​ຫະກິດ, ຊົນນະບົດ​ແລະ​ເຂດ​ຊຸນ​ຊົນ​ຢູ່​​ເມືອງຈຸ່ນອີ້, ​ເມືອງປີ້​ເຈຍ​ແລະ​ເມືອງ​ກຸ້ຍ​ຢາງຂອງ​ແຂວງ​ກຸ້ຍ​ໂຈ່​ວ.