ການ​ຄ້າ​ສົ່ງ​ອອກສິນຄ້າ​ຕໍ່​ອາ​ຊຽນຂອງ​ເມືອງ​ສວນ​ໂຈ່​ວ​ແຂວງ​ຟູ​ຈ້ຽນຈີນ​ໃນປີ2012​​ໄດ້​ຮັກສາ​ຈັງຫວະ​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ

(GMT+08:00) 2012-12-08 14:38:41     cri
ເຈົ້າ​ໜ້າ​ທີ່​ຮັບຜິດຊອບ​ຫ້ອງການ​ເສດຖະກິດ​ການ​ຄ້າ​ຕໍ່ຕ້າງ​ປະ​ເທດ​​ນະຄອນ​ສວນ​ໂຈ່​ວ​ແຂວງ​ຟູ​ຈ້ຽນຂອງຈີນ​ໃຫ້​ຮູ້​ໃນ​ເວລາ​ສຳພາດ​ຕໍ່​ນັກ​ຂ່າວ​ໃນ​ວັນ​ທີ7​ທັນວາ​ນີ້​ວ່າ:​ແຕ່​ເດືອນ​ມັງກອນ​ຫາ​ເດືອນ​ຕຸລາ​ປີ2012​ນີ້,ນະຄອນ​ສວນ​ໂຈ່​ວ​ໄດ້​ສົ່ງ​ອອກ​ສິນຄ້າ​ຕໍ່​ອາ​ຊຽນ​ໃນ​ມູນ​ຄ່າ​ເຖິງ​1​ຕື້​580​ລ້ານ​ໂດ​ລາ,​ເພີ່ມ​ຂຶ້ນ36,5%​ເມື່ອ​ທຽບ​ໃສ່​​ໄລຍະ​ເວລາ​ດຽວ​ກັນ​ຂອງ​ປີ​ກາຍ.

ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນສ້າງ​ສຳ​ເລັດ​ໃນ​ເກືອບ3​ປີມາ​ນີ້,ມູນ​ຄ່າ​ການ​ຄ້າ​ລະຫວ່າ​ງນະຄອນ​ສວນ​ໂຈ່ວ​ກັບ​ອາ​ຊຽນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ,ສ່ວນ​ໃນ​ປີ2002,ມູນຄ່າ​ການ​ຄ້າ​ສົ່ງ​ອອກ​ຕໍ່​ອາ​ຊຽນຂອງ​ນະຄອນ​ສວນ​ໂຈ່​ວມີ​ພຽງ​94ລ້ານ​ໂດ​ລາ​ເທົ່າ​ນັ້ນ.

ຜະລິດ​ຕະພັນ​ທີ່​ນະຄອນ​ສວນ​ໂຈ່​ວສົ່ງ​ອອກ​ໄປ​​ຍັງ​ອາ​ຊຽນນັ້ນ​ຕົ້ນຕໍ​ແມ່ນ​ຜະລິດ​ຕະພັນ​ທີ່​ມາ​ຈາກ​ຂະ​ແໜງ​ການ​ທີ່​ມີ​ທ່າ​ແຮງ​ຂອງ​ນະຄອນ​ສວນ​ໂຈ່​ວ​ເປັນຕົ້ນ​ແມ່ນ​ຜະລິ​ດຕະພັນ​ໂລຫະ,ກົນ​ຈັກ​ວິ​ສະ​ວະ​ກຳ,​ເກີບ​ແລະ​ເຄື່ອງ​ນຸ່ງ​ຫົ່ມ​ເຫຼົ່າ​ນີ້​ເປັນ​ຕົ້ນ.ນັບ​ມາ​ຮອດ​ທ້າຍ​ປີ​ກາຍ​ນີ້,ວິ​ສາ​ຫະ​ກິດ​ຂອງ​ນະຄອນ​ສວນ​ໂຈ່​ວ​ໄດ້​​ໄປ​ລົງທຶນ​ສ້າງ​ຕັ້ງ​ໂຮງງານ​ຢູ່​ປະ​ເທດ​ອາ​ຊຽນມີ​ເຖິງ14​ແຫ່ງ.