ເຂື່ອນ​ໄຟ​ຟ້າ​ລາວ​ທີ່​ຈີ​ນ​ລົງ​ທຶນ​ກໍ່ສ້າງ​ນັ້ນ​ຜະລິດ​ໄຟ​ຟ້າ​ຢ່າງ​ເປັນ​ທາງ​ການ

(GMT+08:00) 2012-12-10 17:27:39     cri
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ9​ທັນວາ​ນີ້, ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ນ້ຳ​ງື່ມ5ຄື​ໂຄງການ​ເຂື່ອນ​ໄຟຟ້າ​ນ້ຳຕົກ​BOT​ແຫ່ງທຳ​ອິດ​ທີ່​ກຸ່ມ​ບໍລິ​ສັດ​ຊົນລະ​ປະທານ​ໄຟຟ້າ​ນ້ຳຕົກຈີນ​ລົງ ທຶນ​ກໍ່ສ້າງ​ຢູ່​ລາວ​​ໄດ້​​ເລີ່​ມຜະລິດ​​ກະ​ແສໄຟຟ້າ​ຢ່າງ​ເປັນ​ທາງ​ການ​ແລ້ວ.

ຕອນ​ເຊົ້າ​ວັນ​ທີ9​ທັນວາ​ນີ້, ກຸ່ມ​ບໍລິສັດ​ຊົນລະ​ປະທານ​ໄຟຟ້າ​ນ້ຳຕົກຈີນ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ​ຜົນ​ສຳ​ເລັດ​ແລະ​ການເລີ່​ມຜະລິດ​​ກະ​ແສໄຟ​ຟ້າຢ່າງ​ເປັນ​ທາງ​ການຢູ່​ທີ່​ຫຼວ​ງພະ​ບາງ. ທ່ານ​ຈູມ​ມະ​ລີ ​ໄຊ​ຍະ​ສອນ, ປະທານ​ປະ​ເທດ​ລາວ, ທ່ານ​ສົມ​ສະ​ຫວາດ​ເລັ່ງສະ​ວັດ, ຮອງ​ນາຍົກ​ລັດຖະ​ມົນຕີລາວ, ທ່ານ​ອູ​ຈື້ອູ, ອຸປະ​ທູດ​ຊົ່ວຄາວ​ສະຖານທູດ​ຈີນປະ​ຈຳລາວ, ທ່ານ​ຈົ່ງ​ຕຸ່ນ​ເຟິ່ງ, ຮອງ​ຜູ້​ອຳນວຍ​ການ​ຂອງ​ກຸ່ມ​ບໍລິສັດ​ຊົນລະ​ປະທານ​ໄຟຟ້າ​ນ້ຳ​ຕົກຈຳກັດ​ຂອງ​ຈີນ​ແລະ​ທ່ານ​ອື່ນໆ​ໄດ້​ເຂົ້າ​ຮ່ວມ​ພິທີ​ແລະ​ຕັດ​ແຖບ​ຜ້າ​ເລີ່​ມຜະ​ລິດຜົນ.

ທ່ານ​ລັດ​ລັດຖະມົນຕີ​ວ່າການ​ກະຊວງ​ພະລັງງານ​ແລະ​ບໍ​ແຮ່​ລາວ​ໄດ້​ຕາງໜ້າ​ລັດ ຖະບານ​ລາວ​ກ່າວ​ຄຳ​ປາ​ໄສ​ໃນ​ພິທີ​ວ່າ, ​ໂຄງການ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ນ້ຳ​ງື່ມ5​ແມ່ນ​ຜົນ​ສຳ​ເລັດ​ຫຼ້າ​ສຸດ​ລະຫວ່າງ​ການ​ຮ່ວມ​ມືລາວ​-ຈີນ​ໃນ​ຂົງ​ເຂດ​ພະລັງງານ, ​​ເປັນ​ການສະ​ແດງ​​ໃຫ້​ເຫັນ​ເຖິງສອງ​ປະ​ເທດ​​ໃນ​ການ​ຜັນ​ຂະຫຍາຍ​ປະຕິບັດ​ນະ​ໂຍບາຍ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​​ໂຫຍດ, ​ເປັນ​ຕົວຢ່າງ​ໃຫ້​ແກ່​ການ​ພັດທະນາ​ໂຄງການ​​ເຂື່ອນ​ໄ​ຟຟ້າ​ນ້ຳຕົກ​ອື່ນໆຂ​ອງ​ລາວ​, ​ແລະ​ໄດ້​ສະ​ສົມ​ບົດຮຽນ​ອັນ​ລ້ຳ​ຄ່​າ. ທ່ານ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​​ເລີ່​ມຜະລິດ​ໄຟຟ້າ​ຂອງ​ໂຄງການ, ສະ​ແດງ​ຄວາມ​ຂອບ​ໃຈນຳ​ກຸ່ມ​ບໍລິສັດ​ຊົນ​ລະ​ປະທານ​ໄຟຟ້າ​ນຳ​ຕົກ​ຈີນ​ທີ່​ໄດ້ປະ​ກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສ​ດຖະກິດ​ສັງຄົມ​ລາວ, ​ແລະ​ຫວັງ​ວ່າ​ກຸ່ມ​ບໍລິສັດ​ຊົນລະປະທານ​​ໄຟຟ້າ​ນ້ຳຕົກ​ຈີນ​ປະ​ກອບ​ສ່ວນ​ຫຼາຍ​ກວ່າ​ເກົ່າ​ໃນ​ການ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ສັງຄົມ​ລາວ​ແລະ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​​ໂຫຍ​ດລະຫວ່​າງ ສອງປະ​ເທດ.​

ໂຄງການ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ນ້ຳ​ງື່ມ5ຂອງ​ລາ​ວ​ລົງທຶນ​​ໂດຍ​ກຸ່ມ​ບໍລິສັດ​ຊົນລະ​ປະທານ​ໄຟຟ້າ​ນ້ຳຕົກ​ຈີນແລະ​ບໍລິສັດ​ໄຟຟ້າ​ລາວ, ​ເລີ່​ມກໍ່ສ້າງ​ໃນ​ເດືອນ​ຕຸລາ​ປີ2008, ກຳລັງ​ຕິດ​ຕັ້ງ​ເຄື່ອງ​ຈັກ​ຜະລິດ​ໄຟຟ້າ​ມີ​ເຖິງ1​ແສນ2​ໝື່ນ​ກິ​ໂລ​ວັດ.