ເລີ່​ມລົງມື​ກໍ່​ສ້າງ​ໂຄງ​ການ​ພັດ​ທະ​ນາ​ໄຟ​ຟ້າ​ນ້ຳ​ຕົກ​ແບບ​ຂັ້ນ​ໄດຢູ່​ນ້ຳ​ອູ​ປະ​ເທດລາວ

(GMT+08:00) 2012-12-11 17:28:17     cri
ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວ່າ:ກຸ່ມ​ບໍລິສັດ​ກໍ່ສ້າງ​ຊົນລະປະທານ​ແລະ​ໄຟຟ້າ​ນ້ຳ​ຕົກ​ຈີນ​ໄດ້​ປະກາດ​​ໃນ​ວັນ​ທີ10​ທັນວາ​ນີ້​ທີ່​ນະ​ຄອນ​ຫຼວງ​ວຽງ​ຈັນ​ວ່າ:​ໂຄງການ​​ໄລຍະ​ທີ​ໜຶ່ງ​​ຂອງ​ການ​ພັດທະນາ​ໄຟຟ້າ​ນ້ຳຕົກ​​ແບບຂັ້ນ​ໄດ​ນ້ຳ​ອູ​ຊຶ່ງ​ແມ່ນ​ກຸ່ມ​ບໍລິສັດ​ດັ່ງກ່າວ​ເປັນ​ຜູ້​ລົງທຶນ​ກໍ່ສ້າງ​ນັ້ນ​ໄດ້​ເລີ່ມລົງມື​ກໍ່ສ້າງ​ແລ້ວ.

ທ່ານ​ສຸ​ລິ​ວົງ ດາລາ​ວົງ ລັດຖະມົນຕີ​ວ່າການ​ກະຊວງ​ພະລັງງານ​ແລະ​ບໍ່​ແຮ່​ຂອງ​ລາວ​ກ່າວວ່າ:​ໂຄງການ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ນ້ຳ​ອູ​ແມ່ນ​ຜົນ​ສຳ​ລັດ​ຕົວ​ຈິງ​ຂອງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ​ສອງ​ປະ​ເທດ​ລາວ​ຈີນ​ໂດຍ​ສະ​ເພາະ​ແມ່ນ​ວິ​ສາ​ຫະກິດ​ພັດທະນາ​ໄຟຟ້າ​ຂອງ​ສອງ​ປະ​ເທດ,ພາຍຫຼັງ​​ໂຄງການ​ນີ້​ສ້າງ​ສຳ​ເລັດ​ແລ້ວ,ຈະ​ສາມາດ​ສະໜອງ​ໄຟຟ້າ​ທີ່​ມີ​ຄຸນ​ນະພາ​ບດີ​ແລະ​ໝັ້ນຄົງ​ໃຫ້​ແກ່​ຕາ​ຂ່າຍ​ໄຟຟ້າ​ຂອງ​ລາວ,ພ້ອມ​ທັງ​ຈະປັບປຸງ​ເງື່ອນ​ໄຂ​ດ້ານ​ຄົມ​ມະ​ນາ​ຄົມ​ຂອງ​ແຂວງ​ຜົ້ງ​ສາລີ,​ແຂວງຫຼວງ​ພະ​ບາງ​ແລະ​ເຂດ​ລ້ອງ​ນ້ຳ​ອູ​ໃຫ້​ດີ​ຂຶ້ນ,ທັງ​ເປັນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແລະ​ສັງ​ຄົມ​ໃນ​ເຂດ​ແຄວ້ນ​ນີ້,ສ້າງ​ເງື່ອນ​ໄຂ​ທີ່​ດີ​ໃນ​ການ​ຊ່ວຍ​ໃຫ້​ປະຊາຊົນ​ພາກ​ເໜືອ​ຂອງ​ລາວ​ໄດ້​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ.

ນ້ຳ​ອູ​ແມ່ນ​ສາຂາ​ແມ່ນ້ຳຂອງຕອນ​ພາກ​ເໜືອ​ຢູ່​ລາວ​ທີ່​ໃຫຍ່​ທີ່​ສຸດ,ຕາມ​ແຜນການ​ແລ້ວ,ຈະສ້າງ​ເປັນ​ເຂື່ອນ​ໄຟຟ້ານ້ຳຕົກ7​ຂັ້ນ,ປະລິມານ​ການ​ຕິດ​ຕັ້ງ​ເຄື່ອງ​ຜະລິດ​ໄຟຟ້າ​ມີ​ເຖິງ1​ລ້ານ1​ແສນ5​ໝື່ນ6000​ກິ​ໂລ​ວັດ,​ໂຄງການ​ໄລຍະ​ທີ​ໜຶ່ງ​ໄດ້​ລວມ​ມີ​ການ​ກໍ່ສ້າງເຂື່ອນ​ໄຟຟ້າ​ນ້ຳຕົກ​ຂັ້ນ2,ຂັ້ນ5​ແລະ​ຂັ້ນ6,ປະລິມານ​ການ​ຕິດ​ຕັ້ງ​ເຄື່ອງ​ຈັກ​ຜະລິດ​ໄຟຟ້າມີ5​ແສນ4​ໝື່ນ​ກິ​ໂລ​ວັດ,ຄາດ​ວ່າ​ຈະ​ສ້າງ​ສຳ​ເລັດ​ໃນ​ປີ2017.

ເຂົ້າ​ຮ່ວມ​ໄຂ​ພິທີ​ກໍ່ສ້າງ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ແບບ​ຂັ້ນ​ໄດ​ຢູ່​ນ້ຳ​ອູ​ຄັ້ງ​ນີ້​ມີທ່ານ​ສົມ​ສະຫວາດ​ເລັ່ງສະຫວັດ ຮອງ​ນາຍົກລັດຖະມົນຕີລາວ,ທ່ານ​ສຸ​ລິ​ວົງ ດາລາ​ວົງ ລັດຖະມົນຕີ​ວ່າການ​ກະຊວງ​ພະລັງງານ​ແລະ​ບໍ່​ແຮ່​ຂອງລາວ,ທ່ານ​ອູ​ຈື້ອູ ອຸປະ​ທູດ​ຊົ່ວຄາວ​,ທ່ານ​ຈ້າວ​ເວິນອີ ທີ່​ປຶກ​ສາ​ເສດ​ຖະ​ກິດ ຂອງ​ສະຖານທູດ​ຈີນ​ປະຈຳ​ລາວ,ທ່ານ​ຈົ່ງ​ຕຸ່ນ​ເຟີ່ງ ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ​ຫຸ້ນ​ສວນ​ຈຳ​ກັດ​ຂອງ​ກຸ່ມ​ບໍລິ​ສັດ​ກໍ່​ສ້າງ​ຊົນ​ລະ​ປະ​ທານ​ແລະ​ໄຟຟ້າ​ນ້ຳຕົກ​ຈີນ​ແລະ​ທ່ານ​ອື່ນໆ​ຈຳນວນ​200ກວ່າ​ຄົນ​ໄດ້​ເຂົ້າ​ຮ່ວມ​ພິທີ​ລົງມື​ກໍ່ສ້າງ.