ວາລະ​ພິທີ​ເຊີນ​ທຸງ​ຂຶ້ນ​ເສົາ​ຢູ່​ທີ່​ບ້ານ​ພັກ​ນັກ​ກິລາ​ໃນ​ງານ​ມະຫາ​ກຳ​ກິລາ​ມະຫາວິທະຍາ​ໄລ​ອາຊຽນ ຄັ້ງທີ 16

(GMT+08:00) 2012-12-11 18:48:19     cri
ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 11 ທັນວາ​ນີ້, ​ໄດ້​ມີ​ວາ​ລະ​ພິ​ທີ​ເຊີນ​ທຸງ​ຂຶ້ນ​ເສົາ ຢູ່​ທີ່​ບ້ານ​ພັກ​ນັກ​ກິ​ລາ ໃນ​ງານ​ມະ​ຫາ​ກຳ​ກິ​ລາ​ມະ​ຫາ​ວິ​ທະ​ຍາ​ໄລ​ອາ​ຊຽນ​ຄັ້ງ​ທີ 16, ເປັນ​ກຽດ​ເຂົ້າ​ຮ່ວມ​ໂດຍ​ທ່ານ ສາຍ​ທອງ ແກ້ວ​ດວງ​ດີ ຮອງ​ເຈົ້າ​ຄອງ​ນະ​ຄອນ​ຫຼວງ​ວຽງ​ຈັນ ທັງ​ເປັນ​ປະ​ທານ​ສະ​ມາ​ຄົມ​ທີ່​ພັກ ແລະ ອາ​ຫານ​ໃນ​ງານ​ມະຫາ​ກຳ​ກິລາ​ມະ​ຫາ​ວິ​ທະ​ຍາ​ໄລ​ອາ​ຊຽນ​ຄັ້ງ​ທີ 16, ທ່ານ ດຣ. ພັນຄຳ ວິພາວັນ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິລາ ທັງ​ເປັນ​ປະ​ທານ​ຈັດ​ງານ​ມະ​ຫາ​ກຳ​ກິ​ລາ​ມະ​ຫາ​ວິ​ທະ​ຍາ​ໄລ​ອາ​ຊຽນ ຄັ້ງ​ທີ 16, ທ່ານ ສຈ ດຣ ສຸກ​ກົງ​ແສງ ໄຊຍະເລີດ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ອະ​ທິ​ການ​ບໍ​ດີ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ທັງ​ເປັນ​ຮອງ​ປະ​ທານ​ຈັດ​ງານ​ມະ​ຫາ​ວິ​ທະ​ຍາ​ໄລ​ອາ​ຊຽນ​ຄັ້ງ 16 ນີ້, ພ້ອມ​ດ້ວຍ​ປະ​ທານ​ກິ​ລາ​ມະ​ຫາ​ວິ​ທະ​ຍາ​ໄລ 11 ປະ​ເທດ​ເຂົ້າ​ຮ່ວມ. ທ່ານ​ຮອງ​ເຈົ້າ​ຄອງ​ນະ​ຄອນ​ຫຼວງ​ວຽງ​ຈັນ ໄດ້​ມອບ​ຂອງ​ຂວັນ​ທີ່​ລະ​ນຶກ​ໃຫ້​ແກ່​ບັນ​ດາ​ປະ​ທານ​ນັກ​ກິ​ລາ​ທັງ 11 ປະ​ເທດ.