ທ່ານ​ບຸນ​ຍັງ ວໍ​ລະ​ຈິດ,​ຮອງ​ປະ​ທານ​ປະ​ເທດ​ລາວ​ລົງ​ກວດ​ກາ​ໂຄງ​ການ​ລະ​ບາຍ​ນ້ຳ​ເຂົ້າ​ນາ​ທີ່​ກໍ່ ສ້າງ​ໂດຍ​ກຸ່ມ​ບໍ​ລິ​ສັດ​ເກີ​ໂຈ່ວ​ປ໋າ​ຂອງ​ຈີນ

(GMT+08:00) 2012-12-11 12:42:40     cri
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ10​ທັນວາ​ນີ້,ທ່ານ​ບຸນ​ຍັງ ວໍ​ລະ​ຈິດ,ຮອງ​ປະທານ​ປະ​ເທດ​ລາວ​ໄດ້​ລົງ​ກວດ​ກາ​ເບິ່ງ​ຄວາມ​ຄືບ​ໜ້າ​ຂອງ​ໂຄງ​ການ​ກໍ່​ສ້າງ​ຊົນ​ລະ​ປະ​ທານ "ເຊ​ຊະ​ລາ​ລອງ"​ເມືອງ​ທ່າ​ປາງ​ທອງ​ແຂວງ​ສະ​ຫວັນ​ນະ​ເຂດ ຊຶ່ງ​ແມ່ນ​ກຸ່ມ​ບໍ​ລິ​ສັດ​ເກີ​ໂຈ່ວ​ປ໋າ​ຂອງ​ຈີນ​ເປັນ​ຜູ່​ຮັບ​ເໝົາ​ກໍ່​ສ້າງ, ​ພ້ອມ​ທັງ​ກ່າວ​ຢື້​ຢາມ​ຖາມ​ຂ່າວ​ພະ​ນັກ​ງານ​ແລະ​ກຳ​ມະ​ກອນ​ທີ່​ເຮັດ​ວຽກ​ຢູ່​ສະ​ໜາມ​ກໍ່​ສ້າງ.

ໂຄງການ​ຊົນລະປະທານ "​ເຊ​ຊະລາ​ລອງ"​ເມືອງ​ທ່າ​ປາງ​ທອງ​ແຂວງ​ສະ​ຫວັນນະ​ເຂດ,​ໂຄງ​ການ​ຊົນ​ລະ​ປະ​ທານ​ທີ່​ໃຫຍ່​ທີ່​ສຸດ​ໃນ​ລາວ​ໂດຍ​ແມ່ນ​ໄດ້​ນຳ​ໃຊ້​ທຶນ​ກູ້​ຢືມ​ພິ​ເສດ​ຈາກ​ລັດ​ຖະ​ບານ​ຈີນ,​ເລີ່ມ​ກໍ່​ສ້າງ​ແຕ່​ກາງ​ເດືອນ​ມີ​ນາ​ປີ​ນີ້,​ໂດຍ​ກຸ່ມ​ບໍ​ລິ​ສັດ​ເກີ​ໂຈ່ວ​ປ໋າ​ຈີນ,​ສາ​ຂາ​ປະ​ເທດ​ລາວ.