ການ​ສົນ​ທະ​ນາ​ດ້ານ​ຍຸດ​ທະ​ສາດ​ລະ​ຫວ່າງ​ຟີ​ລິບ​ປິນ​ກັບ​ອາ​ເມ​ລິ​ກາ​ມີ​ຈຸດ​ປະ​ສົງ​ຄື​​ແນວ​ໃດ?

(GMT+08:00) 2012-12-12 17:43:54     cri
ເຈົ້າໜ້າ​ທີ່​ອາວຸ​ໂສ​ຂອງ​ຟີ​ລິບ​ປິນທີ່​ຮັບຜິດຊອບ​ການ​ພົວພັນ​ຟີ​ລິບ​ປິ​ນອາ​ເມ​ລິ​ກາ​ກ່າວ​ໃນ​ຫວ່າງ​ມໍ່​ໆ​ນີ້​ວ່າ:ຟີ​ລິບ​ປິນ​ແລະ​ອາ​ເມ​ລິ​ກາ​ຈະ​ຈັດການ​ສົນທະນາ​ດ້ານ​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ຝ່າຍ​ຢູ່​ນະຄອນຫຼວງ​ມາ​ນີລາ​ຂອງ​ຟີ​ລິບ​ປິນ​ໃນ​ອາທິດ​ນີ້,ຊຶ່ງ​ສອງ​ຝ່າຍ​ຈະ​ປຶກສາ​ຫາລືຫຼາຍ​ບັນຫາ​​ໃນ​ສາກົນ​ແລະ​ພາກ​ພື້ນ​ເປັນ​ຕົ້ນ​ແມ່ນ​ຄວາມ​ປອດ​ໄພ​ທາງ​ທະ​ເລ,ການ​ຮ່ວມ​ມື​ດ້ານ​ວຽກ​ງານ​ປ້ອງ​ກັ​ນຊາດ​ແລະ​ອື່ນໆ.​ໃນ​ນັ້ນ​ຈະ​ລົງ​ເລິກ​ຫາລື​ບັນຫາ​ກ່ຽວ​ກັບ​ການ​ເພີ່ມ​ກຳລັງ​ທະຫານ​ຂອງ​ອາ​ເມ​ລິ​ກາ​ຢູ່​ຟີ​ລິບ​ປິນ.

ເຖິງ​ວ່າ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ຂອງ​ຟີ​ລິບປິນຜູ້​ນີ້​ໄດ້​ກ່າວ​ວ່າ:ການ​ສົນທະນາ​ລະຫວ່າງ​ຟີລິບ​ປິນກັບ​ອາ​ເມ​ລິ​ກາ​ບໍ່​​ໄດ້​ກ່ຽວ​ພັນ​​ເຖິງ​ຄວາ​ມຂັດ​ແຍ່ງ​ດ້ານ​ສິດ​ອຳນາດ​ອະທິປະ​ໄຕ​ຢູ່​ທະ​ເລ​ຈີນ​ໃຕ້ລະຫວ່າງ​ຟີ​ລິບ​ປິນກັບ​ຈີນ​ກໍ່ຕາມ,​ແຕ່​ທ່ານ​ໄດ້​ຊີ້​ອອກ​ວ່າ,​ໃນ​ການ​ສົນ​ທະ​ນາ​ຄັ້ງ​ນີ້​ມັນ​ຍາກ​ທີ່​ຈະ​ບໍ່​ເວົ້າ​ກ່ຽວ​ກັບ​ບັນຫາ​ທີ່​ກ່ຽວຂ້ອງ.​ໃນ​ມື້​ດຽວ​ກັນ,ທ່ານ​ເດ​ວ​ໂລ​ຊາຣີ​ໂອ ລັດຖະມົນຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຟີ​ລິບ​ປິນກ່າວ​ວ່າ:​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ກັບ​ອາ​ເມ​ລິ​ກາ​,​ເວົ້າ​ສຳ​ລັບ​ຟີ​ລິບ​ປິນ​ແລ້ວ,ມີ​ຄວາມ​ສຳຄັນ​ດ້ານ​ຍຸດ​ທະ​ສາດ,​ໂດຍ​ສະ​ເພາະ​ແມ່ນ​ປະຈຸ​ບັນ,ຟີ​ລິບ​ປິນພວມ​ປະ​ເຊີນກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ເປັນ​ຕົ້ນ​ແມ່ນ​ໄພ​ທຳ​ມະ​ຊາດ​ຕະຫຼອດ​ຮອດ​ຄວາມ​ຂັດ​ແຍ່ງ​ທາງ​ທະ​ເລ​ເຫຼົ່ານີ້​ເ​ປັນ​ຕົ້ນ,​ຊຶ່ງ​ລ້ວນ​ແລ້ວ​ແຕ່​ຕ້ອງ​ການ​ໃຊ້​ມາດ​ຕະ​ການ​ໃນ​ການ​ຮັບ​ມື.​ທັງ​ໝົດ​ເຫຼົ່າ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ:​ການ​ຮ່ວມ​ມື​ທາງ​ການ​ທະ​ຫານ​ລະ​ຫວ່າງ​ຟີ​ລິບ​ປິນ​ກັບ​ອາ​ເມ​ລິ​ກາ​ອາດ​ຈະ​ກ່ຽວ​ພັນ​ກັບ​ບັນຫາ​ທະ​ເລ​ຈີນ​ໃຕ້.

ເວົ້າ​ສຳລັບ​ອາ​ເມ​ລິ​ກາ​ແລ້ວ,ການ​ເພີ່ມ​ກຳລັງ​ທະຫານ​ຢູ່​ຟີ​ລິບ​ປິນ​ແມ່ນ​ຂອດ​ສຳຄັນ​ໃນ​ການ​ປະຕິບັດ​ຍຸດ​ທະ​ສາດ​ກັບ​ຄືນ​ສູ່​ອາຊີ​ໂດຍ​ບໍ່​ຕ້ອງ​ສົງ​ໃສ.ມັນ​ບໍ່​ພຽງ​ແຕ່​ເປັນ​ເສັ້ນທາງ​ໜຶ່ງ​ໃນ​ການ​ເຂົ້າ​ແຊກ​ແຊງ​ວຽກ​ງານ​ໃນ​ພາກ​ພື້ນ​ນີ້​ໂດຍ​ກົງ​ຂອງ​ອາ​ເມ​ລິ​ກາເທົ່າ​ນັ້ນ,ການເພີ່ມກຳລັ​ງທະຫາ​ນຢູ່​ຟີ​ລິບ​ປິນຂອງ​ອາ​ເມ​ລິ​ກາຍັງ​ຈະ​ສົ່ງ​ຜົນ​ສະທ້ອນ​ໂດຍ​ກົງ​ຕໍ່​ສະຖານະ​ການ​ຂອງ​ພາກ​ພື້ນ​ນີ້​ອີກ​ດ້ວຍ.

ເວົ້າສຳລັບ​ຟີ​ລິບ​ປິນ​ແລ້ວ,​ທຳ​ອິດ​ແມ່ນໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຈຸດ​ຢືນ​ຂອງ​ຟີ​ລິບ​ປິນ​ທີ່​ນິ​ຍົມ​ອາ​ເມ​ລິ​ກາ​ຕະ​ຫຼອດ​ມາ,​ອັນ​ທີ​ສອງ,​ອາ​ເມ​ລິ​ກາ​ເພີ່ມ​ກຳ​ລັງ​ທະ​ຫານ​ຢູ່​ຟີ​ລິບ​ປິນຍ່ອມ​ຈະ​ນຳ​ເອົາ​ການ​ຊ່ວຍ​ເຫຼືອ​ດ້ານ​ເສດ​ຖະ​ກິດ​ທີ່​ມີ​ມູນ​ຄ່າ​ຢ່າງ​ມະ​ຫາ​ສານ​ມາ​ໃຫ້​ຟີ​ລິບ​ປິນ​ໂດຍ​ກົງ.ອັນ​ສຸດ​ທ້າຍ,ຟີ​ລິບ​ປິນຫວັງ​ຢາກ​ອາ​ໄສ​ອິດ​ທິກຳລັງ​ຂອງ​ອາ​ເມ​ລິ​ກາ​ເພີ່ມ​ສິດ​ໃນ​ການ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ແລະ​ບົດບາດ​ຂອງ​ຕົນ​ໃນ​ພາກ​ພື້ນ​ນີ້​ໃຫ້​ຫຼາຍ​ຂຶ້ນຕື່ມ​ອີກ.