ຂົວ​ມິດ​ຕະ​ພາບ​ລາວ​ໄທ​ທີ່​ຈີນ​ຊ່ວຍ​ເຫຼືອ​ກໍ່ສ້າງ​ໄດ້​ເຊື່ອມ​ຈອດ​ກັນ​ແລ້ວ

(GMT+08:00) 2012-12-13 13:23:33     cri
ຂ່າວ​ສານ​ຊີ​ນຮວາລາຍ​ງານ​ວ່າ:​ວັນ​ທີ 12 ທັນວາ​ນີ້,ຂົວແມ່​ນ້ຳຂອງຕອນ​ເມືອງ​ຫ້ວຍຊາຍຂອງ​ລາວ​ແລະ​ເມືອງ​ຊຽງ​​ຂອງຂອງ​ໄທທີ່​ຈີນ​​ໃຫ້ການ​ຊ່ວຍ​ເຫຼືອ​ໃນ​ການກໍ່ສ້າງ​ນັ້ນ​ໄດ້​ເຊື່ອມ​ຈອດກັນ​ຢ່າງ​ເປັນ​ທາງ​ການ,ນີ້​ໄດ້​ສ້າງ​ພື້ນຖານ​ອັນໝັ້ນ​ແກ່ນ​ໃຫ້ຂົວ​ແຫ່ງ​ດັ່ງກ່າວ​ທີ່​ຈະສຳ​ເລັດການ​ກໍ່ສ້າງແລະ​ເປີດ​ໃຫ້​ບໍລິການໃນ​ປີໜ້າ.

ໃນ​ມື້​ດຽວ​ກັນ,ລາວ,​ໄທ​ແລະ​ຈີນ​​ໄດ້​ຮ່ວມ​ກັນຈັດ​ພິທີ​ເຊື່ອມ​ຕໍ່​ກັນ​ຂອງ​ຂົວ​ແຫ່ງ​ດັ່ງກ່າວ.ທ່ານ​ທອງ​ລຸນ ສີ​ສຸ​ລິດ,ຮອງ​ນາຍົກ​ລັດຖະ​ມົນຕີ​ທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ລາວ,ທ່ານ​ສຸ​ຣະພົງ​ ​ໂຕ​ວິຈັກ​ໄຊ​ກູນ,ຮອງ​ນາຍົກ​ລັດຖະ​ມົນຕີ​ທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ໄທ​,ທ່ານ​ອູ​ຈື້ອູ,ອຸປະ​ທູດ​ຮັກສາ​ການ​ແທນຂອງ​ສະຖານທູດ​ຈີນ​ປະຈຳ​ລາວ​​ແລະ​ແຂກ​ຜູ້​ມີ​ກຽດ​ທ່ານ​ອື່ນໆ​ລວມ 400 ກວ່າ​ທ່ານ​ໄດ້​ເຂົ້າ​ຮ່ວມ​ພິທີ​ດັ່ງກ່າວ.

ຂົວ​​ແຫ່ງນີ້​ແມ່ນ​ຂົວທີ່​ເຊື່ອມ​ຕໍ່​ສອງ​ຝັ່ງ​ແມ່​ນ້ຳຂອງ​ລາວ​ແລະ​ໄທ​ແຫ່ງ​ທີ 4,​ເຊື່ອມຕໍ່​ເມືອງ​ຫ້ວຍ​ຊາຍ​ຂອງ​ລາວ​ກັບ​ເມືອງ​ຊຽງ​ຂອງ​ຂອງ​ໄທ,​ແມ່ນ​ການ​ລົງທຶນ​ກໍ່ສ້າງ​ຮ່ວມ​ກັນລະ​ຫວ່າງ​ລັດຖະບານ​ໄທ​ກັບລັດ​ຖະບານ​ຈີນ,ຄາດ​ວ່າ​ຈະ​ສຳ​ເລັດການ​ກໍ່ສ້າງ​ແລະ​ເປີດ​ໃຫ້​ບໍລິການໄດ້​ໃນ​ເດືອນ​ມິຖຸນາ​ປີໜ້າ.ພາຍ​ຫຼັງ​ຂົວ​ແຫ່ງນີ້​ໄດ້​ສ້າງ​ສຳ​ເລັດ​ແລ້ວ,ຈະ​ເຮັດ​​ໃຫ້​ທາງ​ຫຼວງ​ຄຸ່ນໝີງ-ບາງ​ກອກ​ເຊື່ອມ​ຕໍ່​ເຂົ້າກັນ​ທັງ​ໝົດ,​ຈະ​ເປັນ​ການ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ສັນຈອນ​ຂົນ​ສົ່ງ​ຢ່າງ​ຫຼວງ​ຫຼາຍ.​