ຈັດງານ​ສຳ​ມະ​ນາກ່ຽວ​ກັບການສົ່ງເສີມການ​ລົງທຶນ​ຢູ່​ລາວ

(GMT+08:00) 2012-12-20 17:25:15     cri

ຕາມ​ຂ່າວCRI:ວັນ​ທີ 20​ ທັນວາ​ນີ້,ງານ​ສຳ​ມະ​ນາກ່ຽວ​ກັບ​ການສົ່ງ​ເສີມ​ການ​ລົງທຶນ​ຢູ່​ລາວ​ໄດ້​ຈັດ​ຂຶ້ນ​ຢູ່​ທີ່​ປັກ​ກິ່ງ​ໂດຍ​ແມ່ນ​ກອງ​ເລຂາ​ຝ່າຍ​ຈີນຂອງ​ສະພາ​ການ​ທຸລະ​ກິດ​ຈີນ-ອາ​ຊຽນ​ແລະ​ສະຖານ​ທູດສ.ປ.ປ.​ລາວ​ປະຈຳ​ສ.ປ.ຈີນຮ່ວມ​ກັນ​ຈັດ​ຂຶ້ນ,ທ່ານ​ສູ​ໜີງ​ໜີງ,ຮອງ​ເລ​ຂາທິ​ການ​ໃຫຍ່​ຜູ້ປະຈຳການ​ຝ່າຍ​ຈີນ​ຂອງ​ສະພາ​ການ​ທຸລະ​ກິດ​ຈີນ-ອາ​ຊຽນ​ໄດ້​ເປັນ​ປະທານ​ຂອງ​ກອງ​ປະຊຸມ,ມີຜູ້​ຮັບຜິດຊອບ​ສະພາ​ການ​ຄ້າ​ໃນ​ຫຼາຍ​ຂະ​ແໜງ,ຜູ້ຕາງໜ້າວິ​ສາ​ຫະກິດ​ແລະ​ຜູ້ຕາງໜ້າ​ສື່ຕ່າງໆທົ່ວ​ປະ​ເທດ​ຈີນ​ເຂົ້າ​ຮ່ວມທັງ​ໝົດ 200 ທ່ານ.


(ທ່ານສູໜີງໜີງກຳລັງກ່າວຄຳປາໄສ)

ທ່ານ​ສູ​ໜີງ​ໜີງ,ຮອງ​ເລຂາທິການ​ໃຫຍ່​ຜູ້ປະຈຳການ​ຝ່າຍ​ຈີນ​ຂອງ​ສະພາ​ການ​ທຸລະ​ກິດ​ຈີນ-ອາ​ຊຽນຊີ້​ອອກ​ວ່າ:ລາວ​ຫາ​ກໍ່​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ​ຫຼືWTO,ວິ​ສາ​ຫະກິດ​ຈີນ​ກຳລັງ​ຍາດ​ເອົາ​​ໂອກາດ​ໃໝ່​ໃນ​ການດຳ​ເນີນທຸລະ​ກິດໂດຍອີງ​ໃສ່ທ່າ​ແຮງ​ດ້ານ​ພູມ​ສັນຖານ​ທີ່​ມີ​ສາຍພູ​ສາຍ​ນ້ຳ​ຕິດ​ຈອດ​ກັນ​ກັບ​ລາວ.ທ່ານ​ກ່າວ​ວ່າ:​ໃນຊຸມ​ປີ​ມໍ່ໆ​ມາ​ນີ້,​ເສດຖະກິດ​ລາວ​ໄດ້​ມີ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ,ພື້ນຖານ​ໂຄງ​ລ່າງ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີຂຶ້ນ​ເລື້ອຍໆ,ພ້ອມ​ທັງມີຊັບພະຍາກອນ​ບໍ່​ແຮ່​ແລະ​ໄຟຟ້ານ້ຳຕົກ​ທີ່ອຸດົມສົມບູນ,​ໄດ້​ດຶງ​ດູດ​​ໃຫ້ວິ​ສາ​ຫະກິດ​ຈີນ​ໄປ​ລົງທຶນ​ຢູ່​ລາວ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ.ຂໍ້​ມູນ​ສະຖິຕິ​ທີ່​ກ່ຽວຂ້ອງ​ສະ​ແດງ​ໃຫ້​​ເຫັນວ່າ:ນັບ​ມາ​ຮອດ​ປະຈຸ​ບັນ​ນີ້,ທຶນ​ທີ່ວິ​ສາ​ຫະກິດ​ຈີນ​ໄດ້​​ໄປລົງທຶນ​ຢູ່​ລາວນັ້ນ​ລວມທັງ​ໝົດ​ຈຳນວນ 3 ຕື້ 300 ລ້ານ​ໂດ​ລາ,​ເປັນອັນ​ດັບທີ 3 ​ໃນ​ບັນດາ​ປະ​ເທດ​ທີ່​ໄປ​ລົງທຶນ​ຢູ່​ລາວ.

ທ່ານ​ສົມ​ດີ ບຸນ​ຄຸ້ມ,​ເອກ​ອັກ​ຄະ​ລັດ​ຖະທູດ​ລາວ​ປະຈຳ​ຈີນ​ໄດ້​ເຂົ້າ​ຮ່ວມ​ງານ​ສຳ​ມະ​ນາ​ແລະ​ກ່າວ​ຄຳ​ປາ​ໄສ​ວ່າ:ຍິນ​ດີ​ຕ້ອນ​ຮັບ​ວິ​ສາ​ຫະກິດ​ຈີນມາ​ລົງ​ທຶນ​ຢູ່​ລາວ.ທ່ານ​ກ່າວ​ຕໍ່​ໄປວ່າ:​ເຖິງ​ວ່າ​ລາວ​ແມ່ນ​ປະ​ເທດ​ນ້ອຍ​ທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ,​​ແຕ່​ລາວມີ​ຊາຍ​ແດນ​ຕິດ​ກັບ​ຈີນ,ຫວຽດນາມ​ແລະ​ໄທ​ເຊິ່ງ​ເປັນ​ປະ​ເທດທີ່​ພັດທະນາ​ໄວ​ສົມຄວນ,ທ່າ​ແຮງ​ດ້ານ​ພູມ​ສັນຖານທີ່​ສຳຄັນ​ອັນ​ນີ້​ຈະ​ເຮັດ​ໃຫ້​ລາວ​ກາຍ​ເປັນ​ສູນ​ການ​ຄ້າ​ຊຸມ​ທາງ​ເຊື່ອມ​ຕໍ່ທີ່​ສຳຄັນ.


(ທ່ານສົມດີ ບຸນຄຸ້ມກຳລັງກ່າວຄຳປາໄສ)

ໃນງານ​ສຳ​ມະ​ນາ,ທ່ານ​ຄຳ​ປັນ ​ແສງ​ທອງຄຳ,ອັກ​ຄະ​ລັດ​ຖະທູດ​ທີ່​ປຶກສາ​ຝ່າຍ​ເສດ​ຖະກິດ​ການ​ຄ້າລາວ​ປະຈຳ​ຈີນ​ໄດ້​ແນະນຳ​ນະ​ໂຍບາຍ​ການ​ລົງທຶນ​ຂອງ​ລາວ​ໃຫ້​ຜູ້​ຮ່ວມ​ປະຊຸມ​ບັນດາ​ທ່ານ​ຮູ້​ຢ່າງ​ລະອຽດ.


(ທ່ານຄຳປັນ ແສງທອງຄຳກຳລັງແນະນຳນະໂຍບາຍການລົງທຶນຂອງລາວ)