ໜັງ​ສືພິມ​ຫວຽດ​ນາມ​ລາຍ​ງານ​ວ່າ: ປີ2013​ເສດ​ຖະ​ກິດ​ຂອງຈີນ​ແລະ​ລາວຈະ​ເຕີບ​ໂຕ​ຫຼາຍ​ກວ່າ​ໝູ່

(GMT+08:00) 2012-12-20 17:41:44     cri
ໜັງສືພິມ​​ເສດຖະກິດ​ທາມ​ສ໌ຂອງ​ຫວຽດ​ນາມ​ສະບັບ​ວັນ​ທີ19​ທັນວາ​ນີ້​ລາຍ​ງານ​ວ່າ: ​ປີ2013, ​ສະຖານະ​ການ​ທາງ​ດ້ານເສດ​ຖະກິດ​ໂລກ​ຈະ​ບໍ່​ດີ​ຂຶ້ນ​ພໍ​​ປານ​ໃດ, ​ແຕ່ວາລະ​ສານ​ຝຣັ່ງ "L'Expansion"​ເຫັນ​ວ່າ: ປີໜ້າ​ເສດຖະກິດ​ອາຊີຈະ​ສືບ​ຕໍ່​​ເຕີບ​ໂຕ​ດີຂຶ້ນ, ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນ4,8%. ​ໃນ​ນັ້ນ, ການ​ພັດທະນາ​ເສດ​ຖະກິດ​ຂອງ​ຈີນ​ແລະ​ອາ​ຊຽນມີ​ທ່ວງທ່າ​ທີ່​ດີ​ໃນ​ການ​ເຕີບ​ໂຕ. ຈີນ​ແລະ​ລາວ​ຈະ​ເປັນ​ປະ​ເທດ​ທີ່​ເສດຖະກິດ​ເຕີບ​ໂຕ​ຫຼາຍ​ກວ່າໝູ່, ຄາດ​ວ່າ​ຈະ​ຫຼາຍ​ກວ່າ8%; ອິນ​ໂດ​ເນ​ເຊຍ​ແມ່ນ6-7​,9%; ມຽນມາ, ​ໄທ, ຟິລິບ​ປິນ​ແມ່ນ4-5,9%; ຫວຽດນາມ​ແມ່ນ5,5%.