ງານ​ກິລາ ມ. ອາ​ຊຽນ​ອັດ​ລົງ​ດ້ວຍ​ຜົນ​ສຳ​ເລັດ​ອັນ​ຈົບ​ງາມ ອິນ​ໂດ​ເນ​ເຊຍ​ຮັບ​ກຽດ​ເປັນ​ເຈົ້າພາບ​ຄັ້ງ​ທີ​17​ປີ​2014

(GMT+08:00) 2012-12-21 16:44:56     cri
ໃນ​ວັນ​ທີ 20 ທັນວາ​ນີ້, ທີ່​ສະໝາ​ມກິລາ​​ແຫ່ງ​ຊາດຫລັກ 16 ນະຄອນ​ຫລວງ​ວຽງ​ຈັນ, ງານ​ມະຫະກຳ​ກິລາ​ມະຫາ​ວິທະຍາ​ໄລ​ອາ​ຊຽນ ຄັ້ງ​ທີ 16 ​ໄດ້​ອັດ​ລົງ​ດ້ວຍ​ຜົນສຳ​ເລັດ​ອັນ​ຈົບງາມ, ​ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ອາຊາງ ລາວ​ລີ ຮອງ​ນາຍົກ​ລັດຖະ​ມົນຕີ ທ່ານ ດຣ. ພັນ​ຄຳ ວິພາ​ວັນ ລັດຖະ​ມົນຕີ​ວ່າການ​ກະຊວງ​ສຶກສາ​ທິການ ​ແລະ ກິລາ ປະທານ​ຈັດ​ງານ​ມະຫະກຳ​ກິລາ​ມະຫາວິທະຍາ​ໄລ​ອາ​ຊຽນຄັ້ງ​ທີ 16 ພ້ອມ​ດ້ວຍ​ບັນດາ​ແຂກ​ຖຶກ​ເຊີນ.

ທ່ານສາດ​ສະດາ​ຈານ ດ໊ອກ​ເຕີ ສຸກ​ກົງ​ແສງ ​ໄຊ​ຍະ​ເລີດ ອະທິການ​ບໍດີ​ມະຫາ​ວິທະຍາ​ໄລ​ແຫ່ງ​ຊາດ ຮອງ​ປະທານ​ຈັດ​ງານ​ມະຫະກຳ​ກິລາ​ມະຫາວິ​ທະຍາ​ໄລ​ອາ​ຊຽນຄັ້ງ​ທີ 16 ກ່າວ​ວ່າ: ງານ​ມະຫະກຳ​ກິລາ​ມະຫາ​ວິທະຍາ​ໄລ​ອາ​ຊຽນຄັ້ງ​ທີ 16 ທີ່​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ລາວ​ເປັນ​ເຈົ້າພາບ ມີ​ນັກ​ກິລາ​ລະດັບ​ມະຫາວິ​ທະຍາ​ໄລ​ເຂົ້າ​ຮ່ວມ​ທັງ​ໝົດ 2.533 ຄົນ, ​ແລ​ະ​ໄດ້​ສຳ​ເລັດ​ການ​ແຂ່ງຂັນ​ທັງ​ໝົດ​ທຸກໆ​ລາຍການ​ຂອງ​ແຕ່ລະ​ປະ​ເພດ​ກິລາ, ​ເຊິ່ງສາມາດ​ສະຫລຸບ​ຜົນ​ຂອງ​ການ​​ແຂ່ງຂັນ​ໄດ້​ດັ່ງ​ນີ້: ອັນ​ດັບ 1 ປະ​ເທດ​ມາ​ເລ​ເຊຍ ​ໄດ້ 60 ຫຼຽນຄຳ, 48 ຫລຽນ​ ເງີ​ນ ​ແລະ 72ຫລຽນ​ທອງ ລວມ​180ຫຼຽນ, ອັນ​ດັບ 2 ປະ​ເທດ​ຫວຽດນາມ​ໄດ້ 56 ຫລຽນ​ຄຳ, 35 ຫລຽນ​ເງີ​ນ ​ແລະ 28 ຫລຽນ​ທອງ ລວມ​119ຫຼຽນ, ອັນ​ດັບ 3 ປະ​ເທ​ດ​ໄທ​ໄດ້ 45 ຫລຽນ​ຄຳ, 52 ຫລຽນ​ເງີ​ນ ​ແລະ 61ຫລຽນ​ທອງ ລວມ​153ຫຼຽນ, ສ່ວນ​ລາວ​ເຈົ້າພາບ​ໄດ້ 32 ຫລຽນ​ຄຳ, 35ຫລຽນ​ເງີ​ນ ​ແລະ 46 ຫລຽນ​ທອງ ລວມ113ຫຼຽນ​ຢູ່​ອັນ​ດັບ​ທີ 5.

ຜ່ານ​ການ​ຈັດການ​ແຂ່ງຂັນ​ຄັ້ງ​ນີ້ ສາມາດ​ຕີ​ລາຄາ​ໄດ້​ໂດຍ​ລວມຄື: ຄະນະ​ກຳມະການ​ຈັດການ​ແຂ່ງຂັນ​ກິລາ​ທຸກ​ປະ​ເພດ​ລ້ວນ​ແຕ່​ໄດ້​ປະຕິບັດ​ຕາມ​ລະບຽບ ຫລັກການ, ການ​ຕັດສິນ​ແມ່ນ​ມີ​ຄວາມ​ເປັນ​ທຳ, ຊື່ສັດ ​ແລະ ​ໃສ​ສະອາດ, ສຳ​ລັບ​ນັກກິລາ​ເຂົ້າ​ຮ່ວມ​ການ​ແຂ່ງຂັນແມ່ນ​ໄດ້​ປະ​ຕິ​ບັດ​ຕາມ​ຕາຕະລາງ​ຂອງ​ການ​ແຂ່ງ ຂັນ​ຢູ່​ແຕ່​ລະສະ​ໜາ​ມ​ໄດ້​ດີ​ເຄົາລົບ​ນັບຖື​ກົດ​ກະຕິ​ກາ​ຢ່າງ​ເຂັ້ມ​ງວດພິ​ເສດ​ນັກ​ກິລາ​ທັງ​ໝົດ​​ລ້ວນ​ແລ້ວ​ແຕ່​ມີ​ນ້ຳ​ໃຈ​ນັກ​ກິລາ, ມີ​ໄມຕີ​ຈິດ, ມິດຕະພາບ, ຮູ້​ເສຍ-ຮູ້​ຊະນະ ຮູ້​ໃຫ້​ອາ​ໄພ​ເຊິ່ງກັນ ​ແລະ ກັນ.

ສ່ວນ​ເຈົ້າພາບ​ທີ່​ຈະ​ຈັດ​ງານ​ມະຫະກຳ​ກິລາ​ມະຫາ​ວິທະຍາ​ໄລ​ອາ​ຊຽນຄັ້ງ​ທີ 17 ​ໃນ​ປີ 2014 ​ແມ່ນ​ເປັນ​ປະ​ເທດ​ອິນ​ໂດ​ເນ​ເຊຍ, ​ໂດຍ​ທ່ານ ສຈ. ດຣ. ສຸກ​ກົງ​ແສງ ​ໄຊ​ຍະ​ເລີດ ມອບທຸງ​ກິລາ​ມະຫາວິທະຍາ​​ໄລ​ອາ​ຊຽນ​ຄືນ​ໃຫ້​ ທ່ານ ຮສ. ດຣ. ຮາ​ຕິ ກາ​ຊິ​ມ ຣາຈິ ມານ​ຊໍ ປະທານ​ສະພາ​ມະຫາວິທະຍາ​ໄລ​ອາຊຽນ ​ແລະ​ ໄດ້ມອບ​ຕໍ່​ໃຫ້​ທ່ານ​ເຄຼຍຟາ​ມີ ຣັດສະ​ມີ​ບູ ​ເອກ​ອັກ​ຄະ​ລັດຖະທູດ​ແຫ່ງ​ປະ​ເທດ​ອິນ​ໂດ​ເນ​ເຊຍ​ປະຈຳ​ລາວ, ​ໃນ​ນາມ​ຕ່າງ​ໜ້າ​ເຈົ້າພາບ​ກິລາ​ມະຫາ​ວິທະຍາ​ໄລ​ອາ​ຊຽນຄັ້ງ​ທີ 17 ຊຶ່ງ​ອິນ​ໂດ​ເນ​ເຊຍ ​ໄດ້​ຈັດ​ຂຶ້ນ​ເປັນ​ຄັ້ງ​ທີ່ 4 ​ແລ້ວ​ຄື: ຄັ້ງ​ທີ 1 ​ໃນ​ປີ 1982, ຄັ້ງ​ທີ5 ​ໃນປີ 1990​ແລະ ຄັ້ງ​ທີ 12 ​ໃນປີ 2004.