ເລີ່ມ​ລົງ​ມື​ກໍ່ສ້າງ​ຂົວ​ມິດ​ຕະ​ພາບ​ຈີນ​ລາວ​ຂ້າມ​ແມ່​ນ້ຳຂອງ

(GMT+08:00) 2012-12-24 11:26:24     cri
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ​ 23 ທັນວາ​ນີ້,ຂົວ​ມິດຕະພາບ​ຈີ​ນລາວ​ຂ້າມ​​ແມ່​ນ້ຳຂອງ​ໃນ​ທາງ​ຫຼວງ​ເລກ 2 ຂອງ​ລາວ​ໄດ້ວາງ​ສີ​ລາລືກຢ່າງ​ເປັນ​ທາງ​ການ,ພາຍຫຼັງ​ຂົວ​​ແຫ່ງ​ນີ້​ສ້າງສຳ​ເລັດ,ຈະ​ເຊື່ອມ​ຕໍ່​ທາງ​ຫຼວງ​ລະຫວ່າງ​ຫວຽດນາມ,ລາວ​ແລະ​ໄທ.

ທ່ານ​ສົມ​ສະ​ຫວາດ ​ເລັ່ງສະ​ຫວັດ,ຮອງ​ນາຍົກ​ລັດຖະ​ມົນຕີ​ລາວ,ທ່ານ​ນາງ​ບູ້ຈ້ຽນກົວ,​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ລາວ​ໄດ້​ເຂົ້າ​ຮ່ວມ​ພິທີ​​ແລະວາງ​ສີ​ລາ​ລືກ​ໃນ​ການ​ກໍ່ສ້າງ.

ຕາມ​ຂ່າວ​ແຈ້ງວ່າ:ຂົວ​ມິດຕະ​ພາບ​ຈີນ​ລາວແຫ່ງ​ນີ້​ເຊື່ອມ​ຕໍ່​ລະຫວ່າງ​ແຂວງ​ອຸດົມ​ໄຊກັບ​ແຂວງ​ໄຊ​ຍະ​ບູລີໂດຍ​ແມ່ນ​ຈີນ​ເປັນ​ຜູ້​ໃຫ້​ເງິນ​ກູ້​ຢືມ,​ໂດຍ​ແມ່ນ​ບໍລິສັດ​ໂຄງ​ການ​ກໍ່ສ້າງ​ຂົວທາງ​ຈີນ​ຈຳກັດ​ເປັນ​ຜູ້​ຮັບ​ເໝົາ​ກໍ່ສ້າງ,ຂົວ​ແຫ່ງ​ນີ້​ຍາວ​ທັງ​ໝົດ 700​​ ​ແມັດ,​ໃນ​ນັ້ນ,ຖະໜົນ​ຕອນ​ສຳຄັນ​ຂອງ​ຂົວ​ຍາວ 379 ​ແມັດ,ກວ້າງ 13 ​ແມັດ,​ແບ່ງ​ເປັນ 2 ຊ່ອງ​ຈໍລະ​ຈອນຄື:ທາງ​ຂຶ້ນ​ແລະ​ທາງ​ລ່ອງ,ຄວາມ​ໄວ​ແລ່ນ​ລົດ​ໃນ​ການ​ອອກ​ແບບ​ແມ່ນ 60 ກີ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ,​ຢູ່​ກ້ອງ​ຂົວ​ສາມາດ​ໃຫ້​​ເຮືອ​ທີ່ບັນທຸກ​ເຄື່ອງນ້ຳໜັກ​ບໍ່​ໃຫ້​ເກີນ 300 ​ໂຕນ​ແລ່ນ​ຜ່ານ​ໄດ້.