ລາວ​ຈະ​ດຳ​ເນີນ​ການ​ສຳ​ຫຼວດ​ເສດ​ຖະ​ກິດ​ທົ່ວ​ປະ​ເທດ​ໃນ​ເດືອນ​ພຶດ​ສະ​ພາ​ປີ​ໜ້າ

(GMT+08:00) 2012-12-28 15:19:07     cri
ວັນ​ທີ 27 ທັນ​ວາ​ນີ້, ທີ່ ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ສູນ​ສະ​ຖິ​ຕິ​ແຫ່ງ​ຊາດ ລາວ​ໄດ້​ຈັດ​ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ເລີກ​ຂອງ​ຄະ​ນະ​ຊີ້​ນຳ​ສຳ​ຫຼວດ​ເສດ​ຖະ​ກິດ​ທົ່ວ​ປະ​ເທດ​ຂຶ້ນ ໂດຍ​ມີ​ທ່ານ ສົມ​ດີ ດວງ​ດີ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ,​ມີ​ພະ​ນັກ​ງານ ແລະ ຜູ້​ຕາງ​ໜ້າ​ຈາກ​3​ກະ​ຊວງ​ທີ່​ກ່ຽວ​ຂ້ອງ​ຄື: ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ, ກະ​ຊວງ​ການ​ເງິນ ແລະ ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ເຂົ້າ​ຮ່ວມ.

ໃນ​ກອງ​ປະ​ຊຸມ ຜູ້​ເຂົ້າ​ຮ​ວ່ມ​ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ສຳຫຼວດ​ເສດ​ຖະ​ກິດ​ທົ່ວ​ປະ​ເທດ ເປັນ​ຕົ້ນ​ແມ່ນ​ການ​ເກັບ​ກຳ​ຂໍ້​ມູນ​ການ​ກຳ​ນົດ​ຫົວ​ໜ່ວຍ​ເສດ​ຖະ​ກິດ ເຊິ່ງ​ປີ​2006 ລັດ​ຖະ​ບານ​ລາວ​ໄດ້​ຕົກ​ລົງ​ໃຫ້​ຈັດ​ຕັ້ງ​ປະ​ຕິ​ບັດ ການ​ສຳ​ຫຼວດ​ເສດ​ຖະ​ກິດ​ເປັນ​ຄັ້ງ​ທຳ​ອິດ ຜົນ​ການ​ສຳ​ຫຼວດ​ດັ່ງ​ກ່າວ​ໄດ້​ສ່ອງ​ໃຫ້​ເຫັນ​ໂຄງ​ປະ​ກອບ​ສ້າງ​ເສດ​ຖະ​ກິດ​ຂອງ​ລາວ ສາ​ມາດ​ກຳ​ນົດ​ທີ່​ຕັ້ງ​ຫົວ​ໜ່ວຍ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ໄດ້​ຢ່າງ​ຊັດ​ເຈນ ແລະ ລັດ​ຖະ​ບານ​ລ​າວ​ກໍ່​ຕົກ​ລົງ​ເຫັນ​ດີ​ກຳ​ນົດ​ໃຫ້​ຈັດ​ດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ສຳ​ຫຼວດ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ໃນ​ທຸກໆ 5 ປີ.

ການ​ສຳຫຼວດ​ເສດ​ຖະ​ກິດ​ທົ່ວ​ປະ​ເທດ​ຂອງ​ລາວ ​ຈະ​ເລີ່ມ​ຈັດ​ຕັ້ງ​ປະ​ຕິ​ບັດ​ພາຍ​ໃນ​ເດືອນ​ພຶດ​ສະ​ພາ​ປີ 2013 ຄາດ​ວ່າ​ຈະ​ນຳ​ໃຊ້​ບຸກ​ຄະ​ລາ​ກອນ ປະ​ມານ​5​ພັນ​ຄົນ ເຊິ່ງ​ຈະ​ໃຫ້​ສຳ​ເລັດ​ພາຍ​ໃນ​15​ວັນ.