ສະຫຼຸບ​ນະ​ໂ​ຍບາຍ​ຕໍ່​ຕ່າງປະ​ເທດ​ຂອງ​ອາ​ຊຽນ​ໃນ​ປີ2012

(GMT+08:00) 2012-12-31 17:37:25     cri
ໃນ​ພິທີ​ລະ​ລຶກວັນ​ສ້າງ​ຕັ້ງ​ອາ​ຊຽນຄົບ​ຮອບ45​ປີ​ທີ່​ຈັດ​ຂຶ້ນ​ໃນ​ເດືອນ​ສິງຫາ​ປີ2012,ທ່ານ​ຮຸນ​ແຊນ ນາຍົກ​ລັດຖະ​ມົນຕີກຳປູ​ເຈຍ​ທີ່​ເປັນ​ປະ​ເທດ​ປະທານ​ໝູນ ວຽນ​ຂອງອາ​ຊຽນ​ກ່າວ​ວ່າ:ປະຈຸ​ບັນ,ອາ​ຊຽນກຳລັງ​ບັນລຸ​ການ​ເຊື່ອມ​ໂຍງ​ເຂົ້າ​ເປັນ ອັນ​ໜຶ່ງ​ອັນ​ດຽວ​ກັນ​ໃນ​ດ້ານ​ການ​ເມືອງ​ແລະ​ເສດຖະກິດ​ເປັນ​ກ້າວໆ,​ແລະ​ໄດ້​ກາຍ​ເປັນ​ອົງການ​ຈັດ​ຕັ້ງ​ທີ່​ມີ​ບົດບາດ​ສຳຄັນ​ໃນ​ອາຊີ​ແລະ​ເປັນ​ຄູ່​​ຍຸດ​ທະ​ສາດ​ທີ່​ບໍ່​ສາມາດ​ເບິ່ງ​ຂ້າມ​ໄດ້​ຂອງ​ປະ​ເທດ​ໃຫຍ່​ແລະ​ອົງການ​ຈັດ​ຕັ້ງ​ສາກົນ​ທີ່​ສຳຄັນ​ໃນ​ໂລກ.ກ່ຽວ​ກັບ​ຈຸດ​ພິ​ເສດ​ຂອງ​ນະ​ໂຍບາຍ​ຕໍ່​ຕ່າງປະ​ເທດ​ຂອງ​ອາ​ຊຽນ​ໃນ​ປີ2012, ທ່ານ​ຈ່າງ​ເສ​ກ່າງ,ຮອງ​ຫົວໜ້າ​ຫ້ອງການ​ຄົ້ນຄວ້າ​ອາຊີ​​ໃຕ້​ແລະ​ອາຊີຕາ​ເວັນ​ອອກ ສຽງ​ໃຕ້ຂອງ​ສະ​ຖາ​ບັນ​ຄົ້ນຄວ້າ​ການ​ພົວພັນ​ສາກົນ​ຍຸກ​ປະຈຸ​ບັນຂອງ​ຈີນ​ເຫັນ​ວ່າ:ປີ2012,​ໃນ​ຂະນະ​ທີ່​ເພີ່ມ​ທະວີ​ການ​ສ້າງ​ຕັ້ງປະຊາ​ຄົມ​ນັ້ນ,ອາ​ຊຽນຍັງ​ໄດ້​ຕັ້ງໜ້າ​ນຳພາ​ແລະ​ມີ​ສ່ວນ​ຮ່ວມ​ໃນ​ການ​ຮ່ວມ​ມື​ຂອງ​ທົ່ວ​ພາກ​ພື້ນ​ອາຊີ​ປາຊີ​ຟິກ.

ທ່ານ​ຈ່າງ​ເສ​ກ່າງ​ເຫັນ​ວ່າ:ອາ​ຊຽນ​ໄດ້​ເສີມ​ຂະຫຍາຍ​ບົດບາດອັນ​ຕັ້ງໜ້າ​ທີ່​ເປັນ​ຜູ້ນຳ​ພາ​ແລະ​ຜູ້​ກໍ່ສ້າງ​ໃນ​ການ​ຮ່ວມ​ມື​ຂອງ​ທົ່ວ​ພາກ​ພື້ນ​ອາຊີ​ປາຊີ​ຟິກ.ທ່ານ​ກ່າວ​ວ່າ: "ອາ​ຊຽນ​ເປັນ​ຜູ້​ຮ່ວມ​ມື​ແລະ​ຜູ້​ສະໜອງ​ທີ່​ສຳຄັນ​ຂອງ​ກົນ​ໄກ​ຮ່ວມ​ມື​ອາຊີ​ປາຊີ​ຟິກ.​ໃນ​ດ້ານ​ນີ້,ອາ​ຊຽນມີ​ທ່າ​ແຮງ​ດ້ານ​ກົນ​ໄກ​ຂອງ​ຕົນ​ເປັນ​ຕົ້ນ​ແມ່ນ​ກົນ​ໄກ​ອາ​ຊຽນບວກ3,ກົນ​​ໄກ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກອາ​ຊຽນ​ບວກ8,​ເວທີ​ປຶກສາ​ຫາລືດ້ານ​ການ​ເມືອ​ງ​ແລະ​ຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນ​ອາ​ຊຽນ,ກອງ​ປະຊຸມ​ເປີດ​ກວ້າງ​ຂອງ​ລັດຖະມົນຕີ​ກະຊວງ​ປ້ອງກັນ​ປະ​ເທດ​ອາ​ຊຽນ​​​ແລະ​ອື່ນໆ,ຊຶ່ງ​ກົນ​ໄ​ກ​ເຫຼົ່າ​ນີ້​ໄດ້​​ເສີມ​ຂະຫຍາຍ​ບົດບາດ​ອັນ​ສຳຄັນໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ຍຸດ​ທະ​ສາດ,​ເສດ​ຖະກິດ,ວັດທະ​ນະທຳ​ແລະ​ຄວາມ​ໝັ້ນຄົງ​ໃນ​ທົ່ວ​ພາກ​ພື້ນ​ອາຊີ​ປາຊີ​ຟິກ​ໃນ​ຫຼາຍ​ປີຜ່ານມາ."

ທ່ານ​ຈ່າງ​ເສ​ກ່າງ​ກ່າວ​ວ່າ:ປີ2012,ກົນ​ໄກ​ຮ່ວມ​ມື​ໃນ​ພາກ​ພື້ນ​ທີ່​ກ່ຽວຂ້ອງ​ຂອງ​ອາ​ຊຽນ​ໄດ້​ຮັບ​ຜົນສຳ​ເລັດ​​ຢ່າງ​ບໍ່​ຢຸດ​ຢັ້ງ,ຕົວຢ່າງ​ເຊັ່ນ​ຜູ້ນຳ​ຈີນ,ຍີ່ປຸ່ນ​ແລະ​ສ.​ເກົາຫຼີ​ໄດ້​ພົບ​ປະກັນ​ໃນ​ໄລຍະ​ດຳ​ເນີນ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ​ໃນ​ປີ2012,ຊຶ່ງ​ມີ​ຜົນ​ດີ​ຕໍ່​ສະຖຽນ​ລະ​ພາບ​ແລະ​ການ​ພັດທະນາ​ຂອງ​ພາກ​ພື້ນ.ນອກ​ນີ້,​ໃນ​ປີ2012​ນີ້,ອາ​ຊຽນຍັງ​ໄດ້​ເລີ່​ມຕົ້ນ​ການ​ເຈລະຈາ​ກ່ຽວ​ກັບ​ສັນຍາ​ການ​ພົວພັນ​ຄູ່​​ເສດຖະກິດ​ຮອບດ້ານ​ໃນ​ພາກ​ພື້ນ​ທີ່​​ກວມ​ເອົາຈີນ,ຍີ່​ປຸ່ນ,ສ.​ເກົາຫຼີ,ອິນ​ເດຍ, ອົສຕຼາລີ,ນູ​​ແວນ​ເຊ​ລັງ​ແລະ10​ປະ​ເທດ​ອາ​ຊຽນ,​ຊຶ່ງ​ມີ​ເປົ້າ​ໝາຍ​ເພື່ອ​ສ້າງ​ເຂດ​ການ​ຄ້າ​ເສລີ​ຂະໜາດ​ໃຫຍ່​ທີ່​ກວມ16​ປະ​ເທດ​ໃນ​ພາກ​ພື້ນ​ອາຊີ​ປາຊີ​ຟິກ​ໃຫ້​ສຳ​ເລັດ​ໃນ​ອະນາຄົດ.ນອກ​ນີ້,​ແຕ່​ຕົ້ນ​ປີ2012​ເປັນ​ຕົ້ນ​ມາ,ອາ​ຊຽນກໍ່​ໄດ້​ພະຍາ​ຍາມ​ຈົນ​ສຸດ​ຄວາມ​ສາມາດ​ໃນ​ການ​ປະສານ​ງານ​ກິດຈະການ​ທາງ​ທະ​ເລ​ພາຍ​ໃນ​ພາກ​ພື້ນ,​ແລະ​ໄດ້​ຈັດ​ກອງ​ປະຊຸມ​ເປີດ​ກວ້າງຂອງ​ເວທີ​ປຶກສາ​ຫາລື​ກິດຈະການ​ທາງ​ທະ​ເລ​ເປັນ​ຄັ້ງ​ທຳ​ອິດ​ເພື່ອ​ປຶກສາ​ຫາລື​ບັນຫາ​ກ່ຽວ​ກັບ​ການຮ່ວມ​ກັນ​ພັດທະນາ​ທາງ​ທະ​ເລພາຍ​ໃຕ້​ຂອບ​ເຂດ​ອາ​ຊຽນບວກ8ຄື​ອາ​ຊຽນກັບ​ຈີນ,ຍີ່​ປຸ່ນ,ສ.​ເກົາຫຼີ,ອິນ​ເດຍ,ອົສຕຼາລີ,ນູ​​​ແວນ​ເຊລັງ,ຣັດ​ເຊຍ​ແລະ​ອາ​ເມ​ລິ​ກາ.

ກ່ຽວ​ກັບ​ການ​ພົວພັນ​ຈີນ-ອາ​ຊຽນ,ທ່ານ​ຈ່າງ​ຊຸຍ​ກ່າງ​ເຫັນ​ວ່າ,ປີ2012,ການພົວ ພັນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​ຮັກສາ​ທ່ວງທ່າ​ການ​ຂະຫຍາຍ​ຕົວອັນ​ພື້ນຖານທີ່​​​ແລກປ່ຽນ​,ປະສານ​ງານ​ແລະ​ຮ່ວມ​ມື​ກັນ.ທ່ານ​ກ່າວ​ວ່າ: "​ໃນ​ວັນ​ທີ7​ເດືອນ​ພະຈິກ, ຄະນະ​ກຳມະການ​ຮ່ວມ​ມື​ດ້ານ​ການ​ເຊື່ອມຕໍ່​ກັນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​ຈັດ​ກອງ​ປະຊຸມ​ຄັ້ງທຳ​ອິດ,ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເ​ຫັນ​ວ່າ ວຽກ​ງານ​ເຊື່ອມ​ຕໍ່ກັນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​ເຂົ້າສູ່​ໄລຍະ​ໃໝ່.ນອກ​ນີ້,​ໃນ​ປີ​ນີ້,ຈີນ​ແລະ​ອາ​ຊຽນ​ໄດ້​ຈັດ​ກອງ​ປະຊຸມ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດຂອງ​ຈີນ​ແລະ​ອາ​ຊຽນ ຄືອາ​ຊຽນ​ເປັນຄັ້ງທຳ​ອິດ.ສິ່ງ​ທີ່​ໜ້າ​ຊົມ​ເຊີຍເປັນ​ພິ​ເສດ​ແມ່ນ,ປີ​ນີ້,ຈີນ,ລາວ,ມຽນມາ​ແລະ​ໄທ​ໄດ້​ຮັບຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ​ໃນ​ການ​ຮ່ວມ​ກັນ​ປະຕິບັດ​ກົດໝາຍ​ຢູ່​ຕາມ​ລຳ​ແມ່ນ້ຳຂອງ,ຊຶ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ຂອງ​ຈີນ​ແລະ​ບັນດາ​ປະ​ເທດ​ອາ​ຊຽນ​ໃນ​ການ​ສຸມ​ກຳລັງ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ​ສະຖຽນ​ລະ​ພາບ​ແລະ​ການ​ຮ່ວມ​ມື​ຂອງ​ພາກ​ພື້ນ​."

ທ່ານ​ຈ່າງ​ຊຸຍ​ກ່າງ​ເຫັນ​ວ່າ,​ໂດຍ​ປະ​ເ​ຊີ​ນກັບ​ລັດຖະບານ​​ໂອ​ບາ​ມາ​ຂອງ​ອາ​ເມ​ລິ​ກາ​ທີ່​ຫັນປ່ຽນ​ຈຸດ​ໜັກ​ຂອງ​ຍຸດ​ທະ​ສາດ​ໄປ​ສູ່​ເຂດ​ອາຊີ​ປາຊິ​ຟິກ​ເປັນ​ຈຸດ​ໜັກ,ສັງ​ເກດ​ຈາກ​ດ້ານ​ລວມ​ແລ້ວ, ຕໍ່​ການ​ພົວພັນ​ກັບ​ອາ​ເມ​ລິ​ກາ,ບັນດາ​ປະ​ເທດ​ອາຊີ​ອາຄະ​ເນ​ໄດ້​ໃຊ້​ທ່າ​ທີ​ການ​ຕ່າງປະ​ເທດ​ລັກ​ສະ​ນະ​ຄ່ອງ​ແຄ້ວ ຄື:ປັບປຸງ​ການ​ພົວພັນ​ໃຫ້​ດີ​ຂຶ້ນຢ່າງ​ຕັ້ງ ໜ້າ.​ແຕ່​ພວກຂ້າພະ​ເຈົ້າກໍ່​ໄດ້​ເຫັນວ່າ,ບັນດາ​ປະ​ເທດ​ອາ​ຊຽນກໍ່​ມີ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍຕໍ່​ອິດ​ທິກຳລັງ​ທີ່​​ເຂັ້ມ​ແຂງຂອງ​ປະ​ເທດ​ຕາ​ເວັນ​ຕົກ​ເຂົ້າ​ແຊກ​ແຊງ​ວຽກ​ງານ​ຂອງ​ພາກ​ພື້ນ​ແຫ່ງ​ນີ້.