ໄປ​ສ​ະ​ນີ​ລາວ-ກຳ​ປູ​ເຈຍ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື

(GMT+08:00) 2013-01-14 13:24:35     cri
ວັນ​ທີ 11 ມັງ​ກອນ​ນີ້ ທີ່​ນະ​ຄອນຫຼວງວຽງ​ຈັນ ໄດ້​ມີ​ພິ​ທີ​ເຊັນ​ສັນ​ຍາ​ຮ່ວມ​ມື​ທາງ​ດ້ານ​ໄປ​ສະ​ນີ ໂທ​ລະ​ຄົມ​ມະ​ນາ​ຄົມ ແລະ ການ​ສື່​ສານ ຂອ​ງ​ລາວ ແລະ ກຳ​ປູ​ເຈຍ​ຂຶ້ນ, ​ການ​ເຊັນ​ສັນ​ຍາ​ຄັ້ງ​ນີ້ ທັງ​ສອງ​ຝ່າຍ​ໄດ້​ຕົກ​ລົງ​ໃຫ້​ມີ​ການ​ຍົກ​ລະ​ດັບ ລະ​ບົບ​ສາຍ​ໄຍ​ແກ້ວ​ເຊື່ອມ​ຕໍ່​ລະ​ຫວ່າງ​ປະ​ເທດ ໃຫ້​ມີ​ຄວາມ​ໄວ​ສູງກວ່າ​ເກົ່າ ແລະ ຂະ​ຫ​ຍາຍ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ບັນ​ດາ​ປະ​ເທດ​ລຸ່ມ​ແມ່ນ​ນ້ຳ​ຂອງ ໄດ້​ຍົກ​ລະ​ດັບ​ການ​ບໍ​ລິ​ການ​ຂົນ​ສົ່ງ​ທາງ​ດ້ານ​ວັດ​ສະ​ດຸ​ພັນ​ໄປ​ສະ​ນີ​ລະ​ຫວ່າງ 2 ປະ​ເທດ​ໃຫ້​ວ່ອງ​ໄວ ແລະ ຖືກ​ກັບ​ມາດ​ຕະ​ຖານ​ສາ​ກົນ, ນອກ​ຈາກ​ນັ້ນ ທັງ 2 ຝ່າຍ​ຍັງ​ຈະ​ຂະ​ຫ​ຍາຍ​ການ​ຮ່ວມ​ມື​ທາງ​ດ້ານ​ຄວາມ​ປອດ​ໄພ ແລະ ການ​ຕ້ານ​ອາດ​ຊະ​ຍາ​ກຳ​ເອ​ເລັ​ກ​ໂຕ​ຣ​ນິ​ກ, ການ​ຄຸ້​ມ​ຄອງ​ຄື້ນ​ສັນ​ຍານ​ຄວາ​ມ​ຖີ່​ລຽບ​ຕາມ​ຊາຍ​ແດນ​ຂອງ 2 ປະ​ເທດ, ການ​ບໍ​ລິ​ການ​ຂ້າມ​ຜ່ານ 2 ປະ​ເທດ​ຕາມ​ແຜນ​ແມ່​ບົດ​ອາ​ຊຽນ.

ໃຫ້​ກຽດ​ເຂົ້າ​ຮ່ມ​ໃນ​ພິ​ທີ​ດັ່ງ​ກ່າວ ມີ​ທ່ານ ຫຽມ ພົມ​ມະ​ຈັນ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ໄປ​ສະ​ນີ ໂທ​ລະ​ຄົມ​ມະ​ນາ​ຄົມ ແລະ ການ​ສື່​ສານ​ຂອງ​ລາວ ແລະ ທ່ານ ດ​ຣ. ໂຊ​ຄຸນ ລັດ​ຖະ​ມນ​ຕີ​ວ່າ​ການ​ກະ​ຊວງ​ໄປ​ສະ​ນີ​ ແລະ ໂທ​ລະ​ຄົມ​ມະ​ນາ​ຄົມ ຂ​ອງ​ກຳ​ປູ​ເຈຍ ພ້ອມ​ດ້ວຍ​ພະ​ນັກ​ງານ​ທັງທີ່​ກ່ຽວ​ຂອງ​ທັງ 2 ຝ່າຍ​ເຂົ້າ​ຮ່ວມ.