ຫາລື​ໂຄງການ​ກໍ່ສ້າງ​ຂົວ​ຂາມ​ນ້ຳ​ຂອງ​ມິດ​ຕະ​ພາບ​ລາວ​-ມຽນມ້າ

(GMT+08:00) 2013-01-14 13:26:29     cri
ຫວ່າງ​ມໍ່ໆ​ມາ​ນີ້ ທີ່ນະຄອນຫລວງ ເນປິຕໍ ປະເທດມຽນມາໄດ້ມີກອງປະຊຸມ ປຶກ​ສາ​ຫາ​ລືໂຄງການກໍ່ສ້າງຂົວຂ້າມແມ່ນ້ຳຂອງມິດ​ຕະ​ພາບ​ລາວ-ມຽນ​ມາ. ທ່ານ​ສົມ​ມາດ ພົນ​ເສນາ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ໂຍ​ທາ​ທິ​ການ ແລະ ຂົນ​ສົ່ງ​ລາວ ພ້ອມ​ດ້ວຍ​ຄະ​ນະ ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ ມຽນມາ ຕາມຄຳ​ເຊີນ​ຂອງ​ທ່ານ ຈໍ ລິນ ລັດ​ຖະ​ມົນ​ຕິ​ວ່າ​ການກະ​ຊວງ​ກໍ່​ສ້າງ ມຽນມາ ຈຸດ​ປະ​ສົງ​ເພື່ອ​ສືບ​ຕໍ່​ປຶກ​ສາ​ຫາ​ລືກັບ​ກະ​ຊວງ​ກໍ່​ສ້າງ​ມຽນ​ມາ​ກ່ຽວ​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການກໍ່ສ້າງຂົວ​ຂາມ​ນ້ຳ​ຂອງ​ມິດຕ​ະພ​າບລ​າວ-ມຽນມາ ລະ​ຫວ່າງ​ຊຽງ​ກົກ (ແຂວງ​ຫລວງ​ນ້ຳ​ທາ ລາວ) ແລະ ແກ້ງ​ລາບ (ມຽນມາ)

ທັງສອງຝ່າຍໄດ້ປຶກສາຫາລື ແລກປ່ຽນຄຳຄິດເຫັນ ແລະ ຕົກ​ລົງ​ເປັນ​ເອກ ກະ​ພາບ​ກັນ ກ່ຽວ​ກັບ​ບັນ​ຫາ​ດ້ານ​ເຕັກ​ນິກ​ການ​ກໍ່​ສ້າງ​ການ​ຈັດ​ຊື້​ຈັດ​ຈ້າງ​ງານ​ບໍ​ລິ​ສັດ​ທີ​ປຶກ​ສາ​ຄວບ​ຄຸມ​ການ​ກໍ່​ສ້າງ ແລະ ບໍ​ລິ​ສັດ​ຜູ້​ຮັບ​ເໝົາ​ກໍ່​ສ້າງ ການ​ກຳ​ນົດ​ເຂດ​ກໍ່​ສ້າງ ແລະ ວັນ​ເວ​ລາ​ວາງ​ສີ​ລາ​ລືກ​ເປີດ​ການ​ກໍ່​ສ້າງ​ຂົວ​ດັ່ງ​ກ່າວ​ຊຶ່ງ​ຈະ​ໄດ້ຈັດຂື້ນໃນວັນທີ 16ກຸມພາທີ່ຈະມາເຖິງນີ້.