ເອກ​ອັກຄະ​ລັດ​ຖະ​ທູດ​ຈີນ​ຈັດ​ງານ​ບັນ​ລະ​ຍາຍ​ກ່ຽວ​ກັບ​ຜົນ​ງານ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ​18​ຂອງ​ພັກ​ຄອມ​ມູ​ນິດ​ຈີນ​ໃຫ້​ພະ​ນັກ​ງານ​ລາວ​ຊາບ

(GMT+08:00) 2013-01-17 16:55:09     cri


ກອງປະຊຸມທີ່ສະຖາບັນການຕ່າງປະເທດລາວ

ຫວ່າງ​ມໍ່ໆ​ມາ​ນີ້,​ຢູ່​ສະ​ຖາ​ບັນ​ການ​ເມືອງ​ແລະ​ການ​ປົກ​ຄອງ​ແຫ່ງ​ຊາດ​ລາວ​ແລະ​ສະ​ຖາ​ບັນ​ການ​ຕ່າງ​ປະ​ເທດ​ລາວ,​ທ່ານ​ນາງ​ປູ້​ຈ້ຽນ​ກົວ, ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ລາວ​ໄດ້​ຈັດ​ກອງ​ປະ​ຊຸມ​ລາຍ​ງານ​ຜົນ​ງານ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ​18​ຂອງ​ພັກ​ຄອມ​ມູ​ນິດ​ຈີນ,​ພ້ອມ​ດ້ວຍ​ນ້ຳ​ໃຈ​ສຳ​ຄັນ​ດ້ານ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ໃນ​ບົດ​ລາຍ​ງານ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ນີ້,​ບັນ​ດາ​ຜູ້​ນຳ​ແລະ​ພະ​ນັກ​ງານ​ຂອງ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ, ​ເປັນ​ຕົ້ນ​ແມ່ນ, ​ສະ​ຖາ​ບັນ​ການ​ເມືອງ​ແລະ​ການ​ປົກ​ຄອງ​ແຫ່ງ​ຊາດ​ລາວ,​ກະ​ຊວງ​ການ​ຕ່າງ​ປະ​ເທດ,​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ,​ສະ​ຖາ​ບັນ​ການ​ຕ່າງປະ​ເທດ​ລາວ​ລວມ​ຫຼາຍ​ຮ້ອຍ​ຄົນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ດັ່ງ​ກ່າວ.


ຜູ່ຮ່ວມປະຊຸມຖາມບັນຫາຢູ່ສະຖາບັນການຕ່າງປະເທດລາວ

ໃນ​ກອງ​ປະຊຸມລາຍ​ງານ, ທ່ານ​ນາງ​ປູ້​ຈ້ຽນກົວ​ໄດ້ແຈ້ງ​ໃຫ້​ຊາບ​ວ່າ, ພາຍ​ໃຕ້​ການ​ນຳ​ພາ​ອັນ​ຖືກ​ຕ້ອງ​ຂອງ​ສູນ​ກາງ​ພັກ​ທີ່​ມີ​ທ່ານ​ຫູ​ຈິນ​ທ່າວ​ເປັນ​ເລ​ຂາ​ທິ​ການ​ໃຫຍ່,​ປະ​ຊາ​ຊົນ​ບັນດາ​ເຜົ່າ​ຂອງ​ຈີນ​ຍຶດ​ໝັ້ນ​ຖື​ທິດ​ສະ​ດີ​ເຕີ້ງ​ສຽວ​ຜີງ,​​ແລະ​ແນວ​ຄິດ​"3​ຕົວ​ແທນ"​ເປັນ​ທິດ​ຊີ້​ນຳ,​ລົງ​ເລິກ​ຈັດ​ຕັ້ງ​ປະ​ຕິ​ບັດ​ທັດ​ສະ​ນະ​ພັດ​ທະ​ນາ​ແບບ​ວິ​ທະ​ຍາ​ສາດ,​ຊຸກ​ຍູ້​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກ ​ແລະ​ການ​ສ້າງ​ສາ​ທັນ​ສະ​ໄໝ​ຢ່າງ​ຮອບ​ດ້ານ,​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ໄດ້​ຮັບ​ໝາກ​ຜົນ​ອັນ​ຍິ່ງ​​ໃຫຍ່.


ກອງປະຊຸມທີ່ສະ​ຖາ​ບັນ​ການ​ເມືອງ​ແລະ​ການ​ປົກ​ຄອງ​ແຫ່ງ​ຊາດ​ລາວ​


ນອກ​ນີ້, ທ່ານນາງ​ປູ້​ຈ້ຽນກົວ​ຍັງ​ໄດ້​ສຸມ​ໃສ່​ບັນ​ລະ​ຍາຍ​ນ້ຳ​ໃຈ​ສຳຄັນ​ດ້ານ​ນະ​ໂຍບາຍ​ການ​ຕ່າງ​ປະ​ເທດ​ໃນ​ບົດ​ລາຍ​ງານ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ18ຂອງ​ພັກ​ຄອ​ມມູນິດ​ຈີນ​ຈາກ6ດ້ານ, ຄື: ໜຶ່ງ,​ຖື"ການ​ສືບ​ຕໍ່​ຊຸກຍູ້​ພາລະກິດອັນ​ສູງ​ສົ່ງ​ແຫ່ງ​ສັນຕິພາບ​ແລະ​ການ​ພັດທະນາ​ຂອງ​ມະນຸດ"​ເປັນ​ຫົວ​ຂໍ້, ນີ້​ເປັນ​ການ​ສະຫຼຸ​ບ​ເປົ້າ​ໝາຍ​​ແລະ​ໜ້າ​ທີ່​ວຽກ​ງານ​ການ​ຕ່າງ​ປະ​ເທດ​ຂອງ​ຈີນ​ໃນ​ປະ​ຈຸ​ບັນ, ທັງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ປາ​ຖະ​ໜາ​ແລະ​ອຸ​ດົມ​ຄະ​ຕິ​ອັນ​ສູງ​ສົ່ງ​ຂອງ​ຈີນ​ໃນ​ວຽກ​ງານ​ການ​ຕ່າງ ປະ​ເທດ​ຕະ​ຫຼອດ​ມາ;​ສອງ,​ການ​ວິ​ເຄາະ​ຄົ້ນ​ຄວ້າ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ສາ​ກົນ​ໃນ​ປະຈຸ​ບັນ;​ສາມ, ຈີນ​ຈະ​ສືບ​ຕໍ່​ຊູ​ທຸງ​ສັນ​ຕິ​ພາບ,​ການ​ພັດ​ທະ​ນາ,​ແລະ​ການ​ຮ່ວມ​ມື,​ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ແລະ​ຄວາມ​ຈຳ​ເປັນ​ຂອງ​"ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ";​ສີ່,​ກ່າວ​ຢ້ຳວ່າ,​ຈີນ​ຈະ​ເດີນ​ຕາມ​ເສັ້ນ​ທາງ​ພັດ​ທະ​ນາ​ໂດຍ​ສັນ​ຕິ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ,​ພ້ອມ​ທັງ​ກ່າວ​ເນັ້ນ​ວ່າ ຈະ​ເດັດ​ດ່ຽວ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ,​ຄວາມ​ໝັ້ນ​ຄົງ,​ຜົນ​ປະ​ໂຫຍ​ດ​ໃນ​ການ​ພັດ​ທະ​ນາ, ຈະ​ບໍ່​ອ່ອນ ຍອມ​​ຕໍ່​ກຳ​ລັງ​ບັງ​ຄັບ​ໃດໆ​ຈາກ​ພາຍ​ນອກ;​ຫ້າ,​ຈີນ​ຈະ​ປັບ​ປຸງ​ແລະ​ຂະ​ຫຍາ​ຍການ​ພົວ​ພັນ​ກັບ​ປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ, ​ເປີດ​ກວ້າງ​ຂົງ​ເຂດ​ການ​ຮ່ວມ​ມື,​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ໃຫ້​ດີ, ຊຸກຍູ້​ການ​ສ້າງ​ການ​ພົວ​ພັນ​ລະ​ຫວ່າງ​ປະ​ເທດ​ໃຫຍ່​ທີ່​ໝັ້ນ​ຄົງ​ຍາວ​ນານ,​​ແລະ​ປອດ​ໃສ;​ຫົກ,​ຈີນ​ຈະ​ຍຶດ​ໝັ້ນ​ທິດ​ທາງ​ທີ່"ມີ​ໄມຕີ​ຈິດ​ມິດ​ຕະ​ພາບ​ກັບ​ປະ​ເທດ​ໃກ້​ຄຽງ, ຖື​ປະ​ເທດ​ໃກ້​ຄຽງ​ເປັນ​ໝູ່ຄູ່",​ຮັດ​ແໜ້ນ​ການ​ພົວ​ພັນ​ໄມຕີ​ຈິດ​ມິດ​ຕະ​ພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ, ລົງ​ເລິກ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ,​ພະ​ຍາ​ຍາມ​ເຮັດ​ໃຫ້​ການ​ພັດ​ທະ​ນາ​ຂອງ​ຕົນ​ເປັນ​ການ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ເທດ​ໃກ້​ຄຽງ​ໃຫ້​ດີກ​ວ່າ​ເກົ່າ.

ທ່ານ​ນາງ​ປູ້ຈ້ຽນກົວ​ກ່າວ​ວ່າ, ​​ໃນ​ຖານະ​ເປັນພັກ​ກຳ​ອຳນາດ​ທີ່​ມີ​ອຸດົມ​ຄະຕິ​ແລະ​ເປົ້າ​ໝາຍ​ສູ້​ຊົນ​ທີ່​ຄ້າຍ​ຄື​ກັນ,​ພວກ​ຂ້າ​ພະ​ເຈົ້າ​ຍິນ​ດີ​ຮ່ວມ​ກັບ​ຝ່າຍ​ລາວ,​ກຳ​ແໜ້ນ​ໂອ​ກາດ​ການ​ພັດ​ທະ​ນາ,​ຕັ້ງ​ໜ້າ​ຮັບ​ມື​ກັບ​ຄວາມ​ຫຍຸ້ງ​ຍາກ​ແລະ​ສິ່ງ​ທ້າ​ທາຍ​ຕ່າງໆ, ​ຖອດ​ຖອນ​ບົດ​ຮຽນ​ທາງ​ທິດ​ສະ​ດີ​ແລະ​ພຶດ​ຕິ​ກຳ​ເຊິ່ງ​ກັນ​ແລະ​ກັນ,​ຂະ​ຫຍາຍ​ການ​ຮ່ວມ​ມື​ທີ່​ມີ​ການ​ປະ​ຕິ​ບັດ​ຕົວ​ຈິງ​ໃນ​ຂົງ​ເຂດ​ຕ່າງໆ​ໃຫ້​ລົງ​ສູ່​ລວງ​ເລິກ.​ພ້ອມ​ກັນ​ນັ້ນ,​ຈີນ​ຈະ​ສືບ​ຕໍ່​ໃຫ້​ການ​ຊ່ວຍ​ເຫຼືອ​ຕາມ​ຄວາມ​ສາ​ມາດ​ຂອງ​ຕົນ​ແກ່​ພາ ລະກິດ​ປ່ຽນ​ແປງ​ໃໝ່​​ເປີດ​ປະ​ຕູ​ສູ່​ພາຍ​ນອກ, ​ແລະ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ປະ​ເທດ​ລາວ​.

ຫຼັງ​ການ​ລາຍ​ງານ, ທ່ານ​ນາງ​ປູ້​ຈ້ຽນກົວ​ຍັງ​ໄດ້​ຕອບ​ຄຳ​ຖາມ​ຂອງ​ຜູ້​ຮ່ວມ​ປະຊຸມ​ກ່ຽວ​ກັບ​ບັນ ຫາ​ຈຸດ​ຮ້ອນ​ຂອງ​ສາກົນ​ກໍ່​ຄື​ຂອງ​ພາກ​ພື້ນ.