ງານມະຫາ​ກຳ​ການ​ທ່ອງ​ທ່ຽວ​ອາ​ຊຽນ 2013 ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ທີ່​ນະ​ຄອນ​ຫລວງ​ວຽງ​ຈັນ

(GMT+08:00) 2013-01-21 17:11:29     cri
ງານມະຫາກຳ ທ່ອງທ່ຽວອາຊຽນ 2013 (ATF 2013) ໄດ້ໄຂຂຶ້ນຢ່າງເປັນທາງການ​ໃນ​ຕອນ​ຄ່ຳ​ວັນ​ທີ20​ມັງກອນ​ນີ້​ທີ່​ນະ​ຄອນ​ຫຼວງ​ວຽງ​ຈັນ ພາຍ​ໃຕ້​ຄຳ​ຂວັນ: "ອາ​ຊຽນ​ຈັບ​ມື​ກັນ​ສ້າງ​ສັນ​ອະ​ນາ​ຄົດ" ​ໂດຍ​ການ​ໃຫ້​ກຽດ​ເຂົ້າ​ຮ່ວມ​ແລະ​ກ່າວ​ເປີດ​ພິ​ທີ​ຂອງ​ພະ​ນະ​ທ່ານ​ທອງ​ສິງ ທຳ​ມະ​ວົງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ,​ມີ​ທ່ານ​ສຸ​ກັນ ມະ​ຫາ​ລາດ​ເຈົ້າ​ຄອງ​ນະ​ຄອນ​ຫລວງ​ວຽງ​ຈັນ,​ທ່ານ​ສຈ.ດຣ.​ບໍ່​ແສງ​ຄຳ ວົງ​ດາ​ລາ ລັດ​ຖະ​ມົນ​ຕີ ວ່າ​ການ​ກະ​ຊວງ​ຖະ​ແຫລງ​ຂ່າວ,​ວັດ​ທະ​ນະ​ທຳ​ແລະ​ທ່ອງ​ທ່ຽວ​ລາວ; ​ມີ​ບັນ​ດາ​ລັດ​ຖະ​ມົນ​ຕີ​ທ່ອງ​ທ່ຽວ​ອາ​ຊຽນ,​ຈີນ,​ຍີ່​ປຸ່ນ,​ສ.ເກົາ​ຫລີ,​ອິນ​ເດຍ, ຣັດເຊຍ, ຜູ້​ອຳ​ນວຍ​ການ​ທ່ອງ​ທ່ຽວ​ພາກ​ພື້ນ​ອາ​ຊີ​-​ປາ​ຊີ​ຟິກ,​ອົງ​ການ​ທ່ອງ​ທ່ຽວ​ໂລກ​ແລະ​ແຂກ​ທີ່​ຖືກ​ເຊີນ​ເຂົ້າ​ຮ່ວມ.

ໃນ​ເວລາ​ກ່າວ​ເປີດ​ງານ,ພະນະທ່ານທອງສິງ ທຳມະ​ວົງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ໄດ້​ຕາງ​ໜ້າ​ລັດ​ຖະ​ບານ​ລາວ ແລະ ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນ​ຮັບ​ແລະ​ຊົມ​ເຊີຍ​ທຸກ​ທ່ານ​ທຸກ​ພາກ​ສ່ວນ​ທາງ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ທີ່​ໄດ້​ປະ ກອບ​ສ່ວນ​ເຮັດ​ໃຫ້​ງານ​ມະ​ຫາ​ກຳ​ທ່ອງ​ທ່ຽວ​ອາ​ຊຽນ​ເກີດ​ຂຶ້ນ​ຢ່າງ​ມີ​ສີ​ສັນ​ເຕັມ​ໄປ​ດ້ວຍ​ຄວາມ​ອົບ​ອຸ່ນ, ໄມ​ຕີ​ຈິ​​ມິດ​ຕະ​ພາບ​ແລະ​ຄວາມ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ຂອງ​ອາ​ຊຽນ​ເຊິ່ງ​ບາງ​ຕອນ​ທ່ານ​ໄດ້​ກ່າວ​ວ່າ:​ອາ​ຊຽນ​ແມ່ນ​ວົງ​ຄະ​ນາ​ຍາດ​ໃຫຍ່​ໃນ​ພາກ​ພື້ນ​ອາ​ຊີ​-​ອາ​ຄະ​ເນ​ແລະ​ມີ​ຄວາມ​ຫຼາກ​ຫລາຍ​ທາງ​ດ້ານ​ພາ​ສາ,​ວັດ​ທະ​ນະ​ທຳ,​ຮີດ​ຄອງ​ປະ​ເພ​ນີ​ອັນ​ດີ​ງາມ ທີ່ໄດ້​ສືບ​ທອດ​ຈາກ​ບັນ​ພະ​ບູ​ລຸດ​ມາ​ເປັນ​ເວ​ລາ​ຫລາຍ​ພັນ​ປີ.

ພ້ອມດຽວກັນນັ້ນອາຊຽນຍັງມີຊັບພະຍາກອນທຳມະຊາດທີ່ອຸດົມສົມບູນແລະສວຍສົດ ງົດງາມ,​ມີ​ປະ​ຫວັດ​ສາດ​ຮຸ່ງ​ເຮືອງ​ສີ​ວິ​ໄລ​ແລະ​ປູ​ສະ​ນີ​ຍະ​ສະ​ຖານ​ທີ່​ມີ​ຊື່​ສຽງ,​ໜ້າ​ຮັກ ແລະດູດ​ດື່ມ,​ອັນ​ເຮັດ​ໃຫ້​ອາ​ຊຽນ​ກາຍ​ເປັນ​ຂົງ​ເຂດ​ທີ່​ມີ​ທ່າ​ແຮງ​ສູງ​ດ້ານ​ການ​ທ່ອງ​ທ່ຽວ​ຢູ່​ໃນ​ທະ​ວີບ​ອາ​ຊີ,​ມີ​ການ​ຮ່ວມ​ມື​ແລະ​ປະ​ສານ​ງານ​ກັນ​ຢ່າງ​ສະ​ໜິດ​ແໜ້ນ​ໃນ​ໄລ​ຍະ​ຜ່ານ​ມາ,​ໄດ້​ເຮັດ​ໃຫ້​ການ​ທ່ອງ​ທ່ຽວ​ອາ​ຊຽນ​ມີ​ການ​ຂະ​ຫຍາຍ​ຕົວ​ແຮງ​ເຊັ່ນ:​ໃນ​ປີ 2011 ມີນັກ ທ່ອງ​ທ່ຽວ​ສາ​ກົນ​ມາ​ທ່ອງ​ທ່ຽວ​ຢ້ຽມ​ຢາມ​ປະ​ເທດ​ອາ​ຊຽນ​ເຖິງ 81​ລ້ານ​2​ແສນ​ຄົນ ອັນ​ໄດ້ ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​-​ສັງ​ຄົມ​ຂອງ​ປະ​ເທດ,​ຊ່ວຍ​ສ້າງ​ວຽກ​ເຮັດ​ງານ​ທຳ​ແລະ​ຊ່ວຍ​ລົບ​ລ້າງ​ຄວາມ​ທຸກ​ຍາກ​ເທື່ອ​ລະ​ກ້າວ,​ພ້ອມ​ທັງ​ຊ່ວຍ​ຫລຸດ​ຜ່ອນ​ຄວາມ​ແຕກ​ໂຕນ​ກັນ​ໃນ​ລະ​ດັບ​ການ​ພັດ​ທະ​ນາ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ເກົ່າ​ແລະ​ໃໝ່.

ສຳ​ລັບ​ງານ ມະຫາ​ກຳ​ການທ່ອງ​ທ່ຽວ​ອາຊຽນ 2013 ນີ້ ແມ່ນ​ຈະ​ດຳ​ເນີນ​ໄປ​ເຖິງ​ວັນ​ທີ​24​ມັງ​ກອນ​ຈຶ່ງ​ຈະ​ອັດ​ລົງ.