ມະ​ຫະ​ກຳ​ທ່ອງ​ທ່ຽວ​ອາ​ຊຽນ​ຄັ້ງ​ທີ​32​ອັດ​ລົງ​ດ້ວຍ​ຜົນ​ສຳ​ເລັດ​ອັນ​ຈົບ​ງາມ

(GMT+08:00) 2013-01-25 11:45:03     cri

ວັນທີ 24 ມັງ­ກອນ ທີ່ນະ­ຄອນ­ຫລວງ​ວຽງ​ຈັນ ງານ​ມະ​ຫະ​ກຳ​ທ່ອງ​ທ່ຽວ​ອາຊຽນ 2013 ຄັ້ງ​ທີ 32 ຫລື ATF  ປິດ​ລົງ​ດ້ວຍ​ຜົນ​­ສຳ​­ເລັດ​ພ້ອມ ​ທັງ​ໄດ້​ຮັບ​­ຮອງ​ເອົາ​ຖະ​­ແຫລງ​­ການ​ວຽງ​ຈັນ  ແລະ ບັນ​­ດາ​ຂໍ້​ຕົກ​­ລົງ​ການ​ຮ່ວມ​ມືດ້ານ​ການ­​ທ່ອງ­​ທ່ຽວ​ແນ​­ໃສ່​ພັດ­​ທະ​­ນາ ແລະ​ການ​ສົ່ງ​­ເສີມ​ການ­​ທ່ອງ​­ທ່ຽວ​ກ້າວ​ສູ່​ຄຸນ​ນະ​ພາບ​ໃຫມ່]ລະດັບ​ໂລກ​ທັງ​ຮັບ­​ປະ­​ກັນ​ຄວາມ​ຍືນ​ຍົງ,​ຮັບ​ປະ​ກັນ​ສະ​ພາບ​ແວດ​ລ້ອມ​ແລະ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ພາຍ​ໃຕ້​ຄຳ​ຂວັນ​"ອາ​ຊຽນ​ຈັບ​ມື​ກັນ​ສ້າງ​­ສັນ​ອະ­​ນາ­​ຄົດ".​ເປັນ​ກຽດ​ເຂົ້າ​ຮ່ວມ​ໃນ​ພິ­​ທີ​ປິດ​ຂອງ​ທ່ານ​ຈະ​ເລີນ ວາ​ລິນ​ທະ​ລາ​ສັກ,​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ຖະ​ແຫຼງ​ຂ່າວ,​ວັດ​ທະ​ນະ​ທຳ​ແລະ​ທ່ອງ​ທ່ຽວ,​ທ່ານ​ນາງ ດາ​ໂຕ  ດອກ​ເຕີ ຊິ​ຣິ ເອິງເຢັນ​ເຢັນ,​ລັດ­​ຖະ­​ມົນ­​ຕີ​ວ່າ­ການ​ກະ​­ຊວງ​ການ​ທ່ອງ​ທ່ຽວ​ມາ​ເລ​ເຊຍ,​ທ່ານ​ສາຍ​ທອງ ແກ້ວ​ດວງ​ດີ,ຮອງ​ເຈົ້າ​ຄອງ​ນະ ຄອນ​ຫລວງ​ວຽງ​ຈັນແ​ລະ​ບັນ​­ດາ​ຜູ້ແທນ  ພ້ອມ​ດ້ວຍ​ພາກ​­ສ່ວນ​ທີ່​ກ່ຽວ­​ຂ້ອງ​ເຂົ້າ​ຮ່ວມ.

ໃນ​ພິ­ທີ​ທ່ານ ຈະ­ເລີນ ວາ​ລິນ​ທະ­ລາສັກ ລັດ­ຖະ­ມົນ­ຕີ​ຊ່ວຍ​ວ່າ­ການ​ກະ­ຊວງຖະ­ແຫລງ​ຂ່າວ,​ວັດ­​ທະ​­ນະ​­ທຳ ແລະ ທ່ອງ​ທ່ຽວ ​ໄດ້​ລາຍ​ງານ​ຜົນ­​ສຳ​­ເລັດ​ກອງ​ປະ­​ຊຸມ​ເອ​ທີ​ເອຟ​2013​ພາຍ​ຫລັງ​ດຳ­​ເນີນ​ມາ​ແຕ່​ວັນ​ທີ​18​ມັງ­​ກອນ​ຜ່ານ​ມາ​ວ່າ:   ຜູ້​ແທນ​ຈາກ​ບັນ​­ດາ​ປະ​ເທດ​ຄູ່​ຮ່ວມ​ເຈ​ລະ­​ຈາ,​ຜູ້​ແທນ​ກອງ​ເລ​­ຂາ​ອາ​ຊຽນ,​ຜູ້​ຊື້​-​ຜູ້​ຂາຍ,​ພາກ​ລັດ ແລະ​ພາກ​ທຸ­​ລະ​ກິດ​ແລະ​ກອງ​ປະ­​ຊຸມ​ເຈົ້າ​ຫນ້າ­​ທີ່​ອາ­ວຸ​­ໂສ​ອາ​ຊຽນ​ດ້ານ​ການ​­ທ່ອງ­​ທ່ຽວ,​ກອງ​ປະ­​ຊຸມ​ເຈົ້າ​ຫນ້າ­​ທີ່​ອາ​ວຸ​ໂສ​ອາ​ຊຽນ + 3 (ຈີນ , ຍີ່​­ປຸ່ນ ແລະ ສ.​ເກົາ­​ຫລີ);​ອາ​ຊຽນ​+​ອິນ​ເດຍ;​ອາ​ຊຽນ + ຣັດ​ເຊຍ;​ກອງ​ປະ​­ຊຸມ​ລັດ​ຖະ​ມົນ​­ຕີ​ທ່ອງ​ທ່ຽວ​ອາ​ຊຽນ+​3​(ຈີນ,​ຍີ່​­ປຸ່ນ ແລະ ສ.ເກົາ­​ຫລີ)​ຄັ້ງ​ທີ 12;​ອາ​ຊຽນ​+​ອິນ​ເດຍ ຄັ້ງ​ທີ 4  ໂດຍ​ໄດ້​ຕົກ­​ລົງ​ຮັບ­​ຮອງ​ເອົາ​ຖະ­​ແຫລງ​­ການ​ວຽງ​ຈັນ ແນ​­ໃສ່​ພັດ​­ທະ​­ນາ ແລະ ສົ່ງ​ເສີມ​ການ​­ທ່ອງ­​ທ່ຽວ​ຂອງ​ອາ​ຊຽນ​ໃຫ້​ກ້າວ​ຂຶ້ນ​ສູ່​ຄຸນ​ນະ​ພາບ​ໃຫມ່​ ລະ​­ດັບ​ໂລກ,​ທັງ​ຮັບ​­ປະ​­ກັນ​ຄວາມ​ຍືນ​ຍົງ,​ຮັບ​ປະ​­ກັນ​ສະ­​ພາບ​ແວດ​ລ້ອມ ແລະ ຄວາມ​ປອດ​ໄພ​ຕາມ​ຄຳ​ຂວັນ​"ອາ​ຊຽນ​ຈັບ ມື​ກັນ​ສ້າງ​­ສັນ​ອະ­​ນາ​­ຄົດ" ໂດຍ​ສະ​ເພາະ​ເລັງ​ໃສ່​ປະ​­ຕິ­​ບັດ​ການ​ເຂົ້າ​ເປັນ​ປະ​­ຊາ​ຄົມ​ເສດ­ຖະ​­ກິດ​ອາ​ຊຽນ​ ປີ 2015​ພິ​­ເສດ​ສະ​­ເພາະ​ລະ­​ດັບ​ລັດ­​ຖະ­​ມົນ­​ຕີ​ອາ ຊຽນ​+​ອິນ​ເດຍ​ຍັງ​ໄດ້​ບັນ­ລຸ​ຂໍ້​ຕົກ​­ລົງ ແລະ ໄດ້​ເຊັນ​ສັນ­​ຍາ​ບົດ​ບັນ­​ທຶກ​ການ​ຮ່ວມ​ມື​ດ້ານ​ການ­​ທ່ອງ​­ທ່ຽວ​ນຳ​ກັນ.​ສຳ​ລັບ​ງານ​ວາງ­​ສະ­ແ​ດງ​ສິນ­​ຄ້າ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ​ອາ​ຊຽນ​ຄັ້ງ​ນີ້ ມີ​ທັງ​ຫມົດ​498​ຫ້ອງ​ວາງ​ສະ​ແດງ,​ມີ​ຜູ້​ຂາຍ​ເກືອບ​1000​ຄົນ​ຈາກ 10 ປະ​­ເທດ​ອາ​ຊຽນ,​ຜູ້​ຊື້ 455 ຄົນ​ມາ​ຈາກ​ທົ່ວ​ໂລກ, ສື່​ມວນຊົນ​ທັງ​ລາວ ແລະ ຕ່າງ­ປະ­ເທດ 150 ຄົນ.

ສ່ວນ​ງານ​ມະ​ຫະ​ກຳ​ທ່ອງທ່ຽວ​ອາ​ຊຽນ 2014 ຄັ້ງ​ທີ 33 ຫລື ATF ແມ່ນ​ຈະ​ຈັດ​ຂຶ້ນ​ໃນ​ລະຫວ່າງ​ວັນ​ທີ 16-23 ມັງ​­ກອນ 2014 ທີ່​ເມືອງ​ກູ​ຊິງ ​ປະ­​ເທດ​ມາ​ເລ​ເຊຍ​ພາຍ​ໃຕ້​ຄຳ​ຂວັນ​"ອາ​ຊຽນ​ພ້ອມ​ກັນ​ພັດ​­ທະ​­ນາ​ການ​ທ່ອງ​ທ່ຽວ​ໃຫ້​ກ້າວ​ໄກ".