ທ່ານ​ອູ​ປ່າງກົວ​ພົບ​ກັບ​ທ່ານ​ນາງ​ປາ​ນີ ຢາ​ທໍ່​ຕູ້,​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ

(GMT+08:00) 2013-01-29 18:45:39     cri

ຕາມ​ຂ່າວCRI: ທ່ານ​ອູ​ປ່າງກົວ,ປະທານ​ຄະນະ​ປະຈຳ​ສະ​ພາ​ຜູ່​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ທີ່​ພວມ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ສະ​ພາ​ອາ​ຊີ​ປາ​ຊິ​ຟິກ​ຢູ່​ວຼາ​ດີ​ວົສ​ຕົກ​ຂອງ​ຣັດ​ເຊຍ​ໄດ້​ພົບ​ກັບ​ທ່ານ​ນາງ​ປາ​ນີ ຢາ​ທໍ່​ຕູ້,​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ.

ໃນ​ການ​ພົບ​ປະ,ທ່ານ​ອູ​ປ່າງກົວ​ກ່າວ​ວ່າ,ຈີນ​ລາ​ວ​ແມ່ນປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ,​ເພື່ອນ​ມິດ​ທີ່​ດີ,​ສະ​ຫາຍ​ທີ່​ດີ​ແລະ​ຄູ່​ຮ່ວມ​ມື​ທີ່​ດີ.​ພາຍ​ໃຕ້​ຄວາມ​ພະ​ຍາ​ຍາມ​ຮ່ວມ​ຂອງ​ສອງ​ ຝ່າຍ,​ການ​ພົວ​ພັນ​ຈີນ​ລາວ​ໄດ້​ຂະ​ຫຍາຍ​ຕົວ​ເປັນ​ຢ່າງ​ດີ​ແລະ​ໄດ້​ຮັບ​ຜົນ​ສຳ​ເລັດ​ອັນ​ອຸ​ດົມ​ສົມ​ບູນ.​ຈີນ​ລາວ​ມີ​ລະ​ບອບ​ການ​ເມືອງ​ອັນ​ດຽວ​ກັນ,​ມີ​ອຸ​ດົມ​ຄະ​ຕິ​ຄື​ກັນ,​ມີ​ອະ​ນາ​ຄົດ​ແລະ​ໂຊກ​ຊະ​ຕາ​ກຳ​ທີ່​ຕິດ​ຕໍ່​ພົວ​ພັນ​ກັນ,​ລ້ວນ​ແຕ່​ຢູ່​ໃນ​ໄລ​ຍະ​ສຳ​ຄັນ​ແຫ່ງ​ການ​ປະ​ຕິ​ຮູບ​ແລະ​ພັດ​ທະ​ນາ.​ຫວັງ​ວ່າ​ສອງ​ຝ່າຍ​ຈະ​ສືບ​ຕໍ່​ຍຶດ​ໝັ້ນ​ນ້ຳ​ໃຈ​ທີ່​ວ່າ​"ໝັ້ນ​ຄົງ​ຍາວ​ນານ,​ປອງ​ດອງ​ກັນ​ກັບ​ບ້ານ​ໃກ້​ເຮືອນ​ຄຽງ​ຢ່າງ​ມີ​ໄມຕີ​ຈິດ​ມິດ​ຕະ​ພາບ,​​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ແລະ​ຮ່ວມ​ມື​ຢ່າງ​ຮອບ​ດ້ານ",​ສ້າງ​ມິດ​ຕະ​ພາບ​ໃຫ້​ໝັ້ນ​ຄົງ,​ລົງ​ເລິກ​ການ​ຮ່ວມ​ມື,​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຈີນ​ລາວ​ໃຫ້​ໄດ້​ຮັບ​ການ​ຂະ​ຫຍາຍ​ຕົວ​ອັນ​ໃຫຍ່​ຫຼວງ​ກວ່າ​ເກົ່າ,​ສ້າງ​ຄວາມ​ສຸກ​ໃຫ້​ແກ່ ປະ​ຊາ​ຊົນ​ສອງ​ຊາດ.

ທ່ານ​ນາງ​ປານີ ຢາ​ທໍ່​ຕູ້​ກ່າ​ວວ່າ,​ໃນ​ຖານະ​ເປັນ​ເພື່ອນ​ມິດ​ທີ່​ດີ​ຂອງ​ປະຊາຊົນ​ຈີນ,​ປະ​ຊາ​ຊົນ​ລາວ​ຮູ້​ສຶກ​ດີ​ໃຈ​ຢ່າງ​ຈິງ​ໃຈ​ຕໍ່​ຈີນ​ທີ່​ໄດ້​ຮັບ​ຜົນ​ສຳ​ເລັດ​ອັນ​ຍິ່ງ​ໃຫຍ່​ໃນ​ການ​ປະ​ຕິ​ຮູບ​ແລະ​ໄຂ​ປະ​ຕູ​ສູ່​ພາຍ​ນອກ​ແລະ​ມີ​ຖາ​ນະ​ບົດ​ບາດ​ນັບ​ມື້​ນັບ​ສູງ​ຂຶ້ນ​ໃນ​ເວ​ທີ​ສາ​ກົນ.​ນີ້​ບໍ່​ພຽງ​ແຕ່​ໄດ້​ສ້າງ​ໂອ​ກາດ​ໃໝ່​ໃຫ້​ແກ່​ການ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ລາວ​ກັບ​ຈີນ​ທໍ່​ນັ້ນ,​ຍັງ​ໄດ້​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຢູ່​ພາຍ​ໃນ​ປະ​ເທດ​ລາວ​ອີກ​ດ້ວຍ.​ພັກ,​ສະ​ພາ​ແຫ່ງ​ຊາດ​ແລະ​ລັດ​ຖະ​ບານ​ລາວ​ເອົາ​ໃຈ​ໃສ່​ໃນ​ລະ​ດັບ​ສູງ​ຕໍ່​ການ​ພົວ​ພັນ​ກັບ​ຈີນ,​ຍິນ​ດີ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັບ​ຈີນ,​ຂະ​ຫຍາຍ​ການ​ພົວ​ພັນ​ລາວ​ຈີນ​ໃຫ້​ດີ​ກວ່າ​ເກົ່າ,​ພ້ອມ​ກັນ​ປົກ​ປັກ​ຮັກ​ສາ​ສະ​ພາບ​ການ​ທີ່​ດີ ແຫ່ງ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.