ຈັດ​ງານ​ພົບ​ປະ​ມິດ​ລາຍ​ການ​CRI FM93​ຢ່າງ​ຄຶກ​ຄື້ນ​ມ່ວນ​ຊື່ນ

(GMT+08:00) 2013-01-30 17:00:02     cri

ຫວ່າງ​ມໍ່ໆ​ມາ​ນີ້,​​ຢູ່​ທີ່​ສຳນັກ​ງານ​ຕາງໜ້າ​CRIປະຈຳ​ລາວ, ​ໄດ້​ຈັດ​ງານ​ພົບ​ປະ​ມິດ​ລາຍການ​ປີ2013ຂຶ້ນ​ຢ່າງ​ຄຶກຄື້ນ​ມ່ວນ​ຊື່ນ. ຜູ້ຕາງ​ໜ້າ​ກະຊວງ​ຖະ​ແຫຼ​ງຂ່າວ, ວັດທະ​ນະທຳ​ແລະ​ທ່ອງ​ທ່ຽວ, ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ລາວ, ໜັງສືພິມ​ປະຊາຊົນ, ໜັງສືພິມ​ລາວ​ພັດທະ​ນາພ້ອມ​ດ້ວຍ​ມິດ​ລາຍການ​ຂອງCRI​ເກືອບຮ້ອຍ​ທ່ານ​ໄດ້​ເຂົ້າ​ຮ່ວມ​ງານ​ພົບ​ປະ​ຄັ້ງ​ນີ້.

ໃນ​ພິທີ​ເປີດງານ, ທ່ານ​ສີພາ ນົງລາດ,​ຜູ້ອຳ​ນວຍການ​ໃຫຍ່​ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ກ່າວ​ວ່າ, CRI FM93​ໄດ້​​ເສີມ​ຂະຫຍາຍ​ບົດບາດ​ອັນ​ສຳຄັນ​ໃນ​ວຽກ​ງານ​ວິທະຍຸ​ກະຈາຍສຽງ​ຂອງ​ລາວ, ​ເຊິ່ງ​ໄດ້​ເພີ່​ມທະວີ​ຄວາມ​​ເຂົ້າ​ໃຈ​ລະຫວ່າງ​ປະຊາ​ຊົນ​ສອງ​ຊາດ, ທັງ​ໄດ້ຜະລິດ​ລາຍການ​ທີ່​ມີ​ຫຼາຍ​ຮູບ​ຫຼາຍ​ແບບ,​ມີ​ເນື້ອ​ໃນ​ອຸດົມສົມບູນ, ​ແລະ​ໜ້​າ​ເຊື່ອຖື, ໂດຍ​ເຮັດໃຫ້ຜູ້​ຟັງລາວ​ໄດ້ຮັບ​ຮູ້ໂລກ​ກວ້າງໄກ, ໄດ້ຂໍ້ມູນ​ຢ່າງຫຼວງຫຼາຍ, ແລະໄດ້​ຮັບຄວາມ​ນິຍົມຈາກ​ຜູ້ຟັງລາວ. ການຈັດ​ງານພົບ​ປະມິດລາຍ​ການຈະສ້າງ​ຄວາມສະ​ໜິດສະໜົມກັບ​ຜູ້ຟັງ, ທັງ​ຈະ​ໄດ້​ຊຸກຍູ້​ການ​ຕອບ​ຮັບ​ລະຫວ່າງ​ມິດ​ລາຍການ​ກັບ​ຜູ້ຈັດລາຍການ(ໂຄສົກ), ຫວັງ​ວ່າສຳນັກງານ​ຕາງ​ໜ້າCRIປະຈຳ​ລາວ​ຈະຈັດ​ກິດຈະກຳ​ແນວ​ນີ້​ຫຼາຍ​ກວ່າ​ເກົ່າ.​ ນອກ​ນີ້,​ທ່ານ​ສີ​ພາ​ນົງລາດຍັງ​ກ່າວ​ຕື່ມ​ອີກ​ວ່າ,​ຫວັງ​ວ່າ​ວິທະຍຸ​ຂອງ​ລາວ​ກັບCRIຈະ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ກາ​ນຮ່ວມ​ມື​ກັນ, ພ້ອມ​ກັນ​ພັດທະນາ​ແລະ​ກ້າວ​ໄປ​ໜ້າ, ຮັບ​ໃຊ້​ປະຊາຊົນ​ລາວ​ເປັນ​ຢ່າງ​ດີກ​ວ່າ​ເກົ່າ.

ໃນ​ງານ​ພົບ​ປະ​ຄັ້ງ​ນີ້​, ຜູ້ຮັບຜິດຊອບ​ສຳນັກງານ​ຕາງໜ້າ​CRIປະຈຳ​ລາວ​ໄດ້​ແຈ້ງ​ໃຫ້​ມິດ​ລາຍການ​ຮູ້​ກ່ຽວ​ກັບ​ສະພາບ​ລວມຂອງCRI,​ທິມງານ​ຕ່າງໆ​ຂອງ​ຫ້ອງການ​ພາກ​ພາສາ​ລາວ, ທິມງານ​ຜູ້ຈັດລາຍການ(ໂຄສົກ)​ຂອງFM93,​​​ແລະ​ວຽກ​ງານ​ກໍ່​ຄື​ກິດຈະກຳ​ສຳຄັນ​ຕ່າງໆ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ​ເຊິ່ງ​ໄດ້​ເພີ່ມ​ທະວີ​ຄວາມ​ຮັບ​ຮູ້​ແລະຄວາມ​ເຂົ້າໃຈໃຫ້ແກ່ຂອງ​ມິດ​ລາຍການ​ທີ່​ມີ​ຕໍ່CRI.​ ມິດ​ລາຍການ​ທີ່​ຮ່ວມ​ງານພົບປະ​ຕ່າງກໍ່ໄດ້​ກ່າວ​ວ່າ,​ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່​ແລະ​ສະໜັບ​ສະໜູນ​ລາຍການ​ແລະ​ກິດຈະກຳ​ຂອງCRI FM93,​ພ້ອມທັງ​ອວຍພອນ​ໃຫ້FM93ຈົ່ງ​ໄດ້​ຮັບ​ຜົນງານ​ອັນ​ໃຫຍ່ຫຼວງ​ກວ່າ​ເກົ່າ​ໃນ​ປີ​ໃໝ່​2013ນີ້.

1 2 3 4