ຈີນ​ແລະ​ອາ​ຊຽນຄວນ​ເພີ່ມ​ທະວີ​ການ​ສົນທະນາ​​ແລະ​ຮ່ວມ​ມື​ກັນ

(GMT+08:00) 2013-02-04 10:46:44     cri
ວັນ​ທີ9​ມັງກອນ​ຜ່ານ​ມາ​ນີ້, ທ່ານ​ເລ​ເລືອ​ງມິ​ງ ອະດີດ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ​ໄດ້​ຂຶ້ນ​ດຳລົງ​ຕຳ​ແໜ່​ງ​ເປັນ​ເລຂາທິການ​ໃຫຍ່​ອາ​ຊຽນຢ່າງ​ເປັນ​ທາງ​ການ. ຫວ່າງ​ມໍ໋ໆ​ມາ​ນີ້, ຢູ່​ສຳນັກ​ງານ​ກອງເລຂາ​ອາ​ຊຽນທີ່​ຈາ​ກາ​ຕາ, ​ໃນ​ເວລາ​ທ່ານ​ເລ​​ເລືອ​ງມິ​ງຕອບ​ການ​ສຳພາດ​ຂອງ​ນັກ​ຂ່າວ, ທ່ານ​ກ່າວ​ວ່າ, ຈີນ​ແລະ​ອາ​ຊຽນຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ແລະ​ສົນທະນາ​ກັນ​ຕື່ມ​ອີກ, ຍົກ​​ກາ​ນພົວພັນ​ລະຫວ່າງ​ສອງ​ຝ່າຍ​ຂຶ້ນ​ສູ່​ລະດັບ​ສູງ​ກວ່າ​​ເກົ່າ.

​ໃນ​ເວລາ​ຕີ​ລາຄາ​ການ​ພົວພັນອາ​ຊຽນຈີນ, ທ່ານ​ເລ​ເລືອງມິ​ງກ່າວ​ວ່າ, ນັບ​ແຕ່​ຈີນ​ກາຍ​ເປັນ​ປະ​ເທດ​ຄູ່​ເຈລະຈາ​ຮອບດ້ານ​ຂອງ​ອາ​ຊຽນ​ໃນ​ປີ1996​ເປັນ​ຕົ້ນ​ມາ, ການ​ພົວພັນ​ອາ​ຊຽນກັບ​ຈີນ​ໄດ້​ຮັບຄວາມ​ຄືບ​ໜ້າ​ຢ່າງ​ໃຫຍ່​ຫຼວງ. ການ​ພົວພັນ​ຄູ່​ເຈລະຈາ​ລະ​ຫວ່າງ​ອາ​ຊຽນກັບ​ຈີນແມ່ນ​ການ​ພົວພັນ​​ປະ​ເທດ​ຄູ່ເຈລະຈາ​ທີ່​ຂະຫຍາຍຕົວ​ໄດ້​ໄວ​ກວ່າ​ໝູ່​ແລະ​ຮອບດ້ານ​ກວ່າ​ໝູ່​ຂອງ​ອາ​ຊຽນ. ອາ​ຊຽນ​ແລະ​ຈີນ​ໄດ້​ຜ່ານ​ຈາກ​ຫຼາຍກົນ​ໄກ​ຮ່ວມ​ມື​ພາກ​ພື້ນ, ​ເຊັ່ນ: ອາຊຽນບວກ1, ອາ​ຊຽນບວກ​ຈີນ, ຍີ່ປຸ່ນ​ແລະ​ສ.​ເກົາຫຼີ, ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ພາກ​ພື້ນ​ອາ​ຊຽນ, ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ເປັນ​ຕົ້ນ, ຕັ້ງໜ້າ​ສ້າງ​ການ​ພົວພັນ​ທີ່​ແໜ້ນ​ແຟ້ນ, ຮ່ວ​ມ​ໃຈ​ຮ່ວມ​ແຮງ​ກັນ​ເພື່ອ​ຮັບ​ມື​ກັບ​ຫົວ​ຂໍ້​ທີ່​ສົນ​ໃຈ​ນຳ​ກັນ.

ທ່ານ​ເລ​ເລືອ​ງມິ​ງກ່າວ​ວ່າ, ອາ​ຊຽນສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ຈີນ​ທີ່​ໄດ້​ທຳ​ຄວາມ​ພະຍາຍາມ​ເພື່ອສະໜັບສະໜູນການ​ເຊື່ອມ​ໂຍງ​ເຂົ້າກັນ​ຂອງ​ອາ​ຊຽນ​ແລະ​ການ​ສ້າງສາ​ປະຊາ​ຄົມ​ອາ​ຊຽນ. ທ່ານ​ເຊື່ອ​ວ່າ, ອາ​ຊຽນທີ່​ເຂັ້ມ​ແຂງ, ມີ​ສະຖຽນ​ລະ​ພາບ, ສະມັກ​ຄີ​ແລະ​ສັນຕິພາບ ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ໃກ້​ຄຽງຂອງ​ອາ​ຊຽນ ​ເຊິ່ງລວມທັງ​ຈີນ.

​ເດືອນ​ກໍລະກົດ​ປີ2012, ຈີນ​ໄດ້​ແຕ່ງ​ຕັ້ງທ່າ​ນນາງ​ຢາງ​ຊິ້ວຜິ​ງ ​ເປັນ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ອາ​ຊຽນຜູ້​ທຳ​ອິດ. ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ​ເລ​ເລືອ​ງມິ​ງ​ເຫັນ​ວ່າ, ນີ້​ຈະ​ມີ​ຜົນ​ດີ​ຊ່ວຍ​ໃຫ້​ເພີ່ມ​ທະວີ​ການ​ຮ່ວມ​ມື​ແລະ​ປະສານ​ງານ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ.

​​ໃນ​ເວລາ​ເວົ້າ​ເຖິງ​ການ​ພົວພັນ​ຈີນ​ອາ​ຊຽນໃນອະນາຄົດ, ທ່ານເລເລືອງມິ​ງ​ເຊື່ອ​ວ່າ, ​ໂດຍ​ຜ່ານ​ຈາກ​ການ​ຕິດ​ຕໍ່​ພົວພັນ​ຢ່າງ​ເລິກ​ເຊິ່ງກວ່າ​ເກົ່າ, ສອງ​ຝ່າຍ​ສາມາດ​ຊຸກຍູ້​ການ​ສົນທະນາ​ແລະ​ຮ່ວມ​ມື​ກັນ​ຕື່ມ​ອີກ, ​ເພື່ອ​ຍົກ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ຂຶ້ນ​ສູ່​ລະດັບ​ສູງ​ກວ່າ​ເກົ່າ.

ສຳລັບ "ການ​ພົວພັນ​ຄູ່​ເສດຖະກິດ​ຮອບດ້ານ​ໃນ​ພາກ​ພື້ນ" ທີ່​ພວມ​ຢູ່​ໃນ​ໄລຍະ​ເຈລະຈາ​ກັນ, ທ່ານ​ເລ​ເລືອ​ງມິ​ງ​ກ່າວ​ວ່າ, ສັນຍາ​ດັ່ງກ່າວ​ຈະ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ກາ​ນລົງທຶນ​ແລະ​ດ້ານ​ເສດຖະກິດ ຢູ່​ພາຍ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ຕື່ມ​ອີກ. "ການ​ພົວພັນ​ຄູ່​ເສດຖະກິດ​ຮອບດ້ານ​ໃນ​ພາກ​ພື້ນ" ​ໄດ້​ປົກຄຸມ​ປະ​ເທດ​ທີ່​​ໄດ້ພັດທະນາ​ແລ້ວ, ປະ​ເທດທີ່​ພວມ​ພັດທະນາ, ປະ​ເທດ​ທີ່ດ້ອຍ​ພັດທະນາ​, ປະ​ເທດ​ຕ່າງໆ​ມີ​ລະດັບ​ການ​ພັດທະນາ​ທີ່​ແຕກ​ຕ່າງ​ກັນ, ຖ້າ​ສາມາດ​ເຊັນ​ສັນຍາ​ດັ່ງກ່າວ​ແລ້ວ, ​ພາກ​ພື້ນນີ້ຈະ​​ໄດ້​ລື່ນ​ກາຍ​ຕະຫຼາດ​ດັ້ງ​ເດີມ​ຂອງ​ເອີ​ລົບ​ແລະ​ອາ​ເມ​ລິ​ກາ​ແລ້ວ​ກາຍ​ເປັນ​ຕະຫຼາດ​​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ.

ກ່ຽວ​ກັບ​ບັນຫາ​ສະມາຊິກ​ໃໝ່​ຂອງ​ອາ​ຊຽນ, ທ່ານ​ເລ​ເລືອ​ງມິ​ງກ່າວ​ວ່າ, ​ໃນ​ຂະ​ບວນການ​ເຊື່ອມ​ໂຍງ​ເຂົ້າກັນ​ຂອງ​ອາ​ຊຽນ, ອາ​ຊຽນພະຍາຍາມ​ເຮັດ​ໃຫ້​ປະ​ເທດ​ສະມາຊິກ​ທັງ​ໝົດ​ລ້ວນ​ແຕ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫຼາຍ​ທີ່​ສຸດ, ປະ​ເທດ​ສະມາຊິກ​ອາ​ຊຽນທີ່​ພັດທະນາ​ແລະ​ປະ​ເທດ​ຄູ່​ເຈລະຈາ​ຂອງ​ອາ​ຊຽນ ຈະ​ໃຫ້ການ​ສະໜັບສະໜູນ​ດ້ານ​ການ​ສ້າງສາ​ໃຫ້​ປະ​ເທດ​ສະມາຊິກ​ໃໝ່​ຂອງ​ອາ​ຊຽນ, ຊ່ວຍ​ເຂົາ​ເຈົ້າ​ຫຼຸດ​ຄວາມ​ຫຼຸດໂຕນ​ກັນ​​ໃນດ້ານ​ການ​ພັດທະນາ.