ອິນ​ໂດ​ເນ​ເຊຍ​ຈະ​ສ້າງ​ຕັ້ງ​ກອງຍົນ​ສອດ​ແນມ​ບໍ່​ມີ​ຄົນ​ຂັບ

(GMT+08:00) 2013-02-04 11:18:05     cri
ໜັງສືພິມ​ຫຼຽນ​ເຫີ​ຈາວ​ປ້າວຂອງ​ສິງກະ​ໂປ​ລາຍ​ງານ​ວ່າ, ​ເຈົ້າ​ໜ້າ​ທີ່​ກະຊວງ​ປ້ອງກັນ​ປະ​ເທດ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ, ປີ​ນີ້, ອິນ​ໂດ​ເນ​ເຊຍ​ຈະ​ສ້າງ​ກອງທະຫານອາກາດ​ໃໝ່ທີ່​ປະກອບດ້ວຍ​ຍົນ​ສອດ​​ແນມ​ບໍ່​ມີ​ຄົນ​ຂັບ​ແຕ່12​ຫາ16​ລຳ, ​ເຊິ່ງລວມທັງຄົ້ນຄວ້າ​ອອກ​ແບບຍົນ​​ໂຈມ​ຕີ​ບໍ່​ມີ​ຄົນ​ຂັບ ທີ່​ຕິດ​ຕັ້ງລູກ​ສອນ​ໄຟ​ນຳ​ວິຖີ.

​ເຈົ້າ​ໜ້າ​ທີ່​ຜູ້​ນີ້​ກ່າວ​ວ່າ, ​ໂດຍ​ຜ່ານ​ຈາກ​ການ​ສ້າງ​ຕັ້ງ​ກອງ​ຍົນ​ສອດ​​ແນມ​ບໍ່​ມີ​ຄົນ​ຂັບ, ສາມາດ​ຫຼຸດ​ຄວາມ​ເປັນ​ອັນຕະລາຍ​ຂອງ​ນັກ​ບິນ, ​ເພີ່ມ​ຄວາມ​ສາມາດ​ດ້ານ​ການ​ສອດ​ແນມ​ແຕ່​ໃຊ້​ທຶນ​ໜ້ອຍ. ໜ໊າທີ່​ຕົ້ນຕໍ​ຂອງ​ກອງ​ທະຫານ​ດັ່ງກ່າວ​ແມ່ນ​ລາດຕະ​ເວນ​ຢູ່​ເຂດ​ຊາຍ​ແດນ, ​ນ່ານ​ທະ​ເລຂອງ​ອິນ​ໂດ​ເນ​ເຊຍ​ແລະ​ການ​ຕິດຕາມ​ອົງກາ​ນກໍ່​ການ​ຮ້າຍ​ຕ່າງໆ.