ກອງ​ກຳ​ປັ່ນ​ຕິດ​ຕາມ​ທາງ​ທະ​ເລ​ຂອງ​ຈີນ​ລາດ​ຕະ​ເວນ​ຢູ່​ນ່ານ​ນ້ຳ​ເຂດ​ທະ​ເລ​ເກາະ​ຕ້ຽວ​ອີ​ໃນ​ວັນ​ທີ​4​ກຸມ​ພາ​ນີ້

(GMT+08:00) 2013-02-05 18:56:31     cri
ຕາມ​ຂ່າວສານ​ຈີນ:ກົມ​ທະ​ເລ​ແຫ່ງ​ຊາດ​ຈີນ​ເຜີຍ​ໃຫ້​ຮູ້​ວ່າ,​ໃນ​ເວລາ8​ໂມງ23​ນາທີ​ຂອງ​ຕອນ​ເຊົ້າວັນ​ທີ4​ກຸມພາ​ນີ້,​ກອງ​ກຳ​ປັ່ນ​ຕິດ​ຕາມ​ທາງ​ທະ​ເລ​ເລກ​51​ແລະ​46​ຂອງ​ຈີນ​ດຳ​ເນີນ​ການ​ລາດ​ຕະ​ເວນ​ຢູ່​ນ່ານ​ນ້ຳ​ເຂດ​ທະ​ເລ​ເກາະ​ຕ້ຽວ​ອີ​ຂອງ​ຈີນ.

ເລີ່ມ​ແຕ່​ຕົ້ນປີ2013​ນີ້,ຈີນ​ໃຊ້​ມາດ​ຕະການ​ຕ່າງໆ​ເພື່ອ​ຍົກ​ລະດັບ​ອຸປະກອນທີ່​​ໃຊ້​ໃນ​ວຽກ​ງານ​ຕິດ​ຕາມ​ທາງ​ທະ​ເລ.​ໃນ​ເດືອນ​ມັງ​ກອນ,​ມີ​ກຳ​ປັ່ນ​ໃໝ່​4​ລຳ​ມອບ​ໃຫ້ກອງ​ກຳ​ປັ່ນ​ຕິດ​ຕາມ​ທາງ​ທະ​ເລ​ຂອງ​ຈີນ​ໃຊ້​ຢ່າງ​ເປັນ​ທາງ​ການ,​ລະ​ບົບ​ບັນ​ຊາ​ສຸກ​ເສີນ​ຊຸດ​ທຳ​ອິດ​ໄດ້​ມອບ​ໃຫ້​ໃຊ້​ຢູ່​ເຂດ​ທະ​ເລ​ຈີນ​ໃຕ້.​ຝ່າຍ​ທາງ​ການ​ຂອງ​ຈີນ​ເຜີຍ​ໃຫ້​ຮູ້​ວ່າ,​ກຳ​ປັ່ນ​ຕິດ​ຕາມ​ທາງ​ທະ​ເລ​4​ລຳ​ດັ່ງ​ກ່າວ​ແມ່ນ​ຜົນ​ຜະ​ລິດ​ງວດ​ທຳ​ອິດ​ຂອງ​ໂຄງ​ການ​ກໍ່​ສ້າງ​ກຳ​ປັ່ນ​ແລະ​ຍົນ​ຕິດ​ຕາມ​ທາງ​ທະ​ເລ​ແບບ​ໃໝ່​ຂອງ​ຈີນ.

ໃນ​ກອງ​ປະຊຸມ​ວຽກ​ງານທາງ​ທະ​ເລ​ຂອງ​ຈີນ​ທີ່​ຈັດ​ຂຶ້ນ​ໃນ​ຕົ້ນ​ປີ​ນີ້,​ທ່ານ​ຫຼິວ​ຊີ່​ກຸ້ຍ,​ຫົວ​ໜ້າ​ກົມ​ທະ​ເລ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ,​ສະ​ພາບ​ການ​ຕໍ່​ສູ້​ເພື່ອ​ປົກ​ປ້ອງ​ສິດ​ອະ​ທິ​ປະ​ໄຕ​ເໜືອ​ທະ​ເລ​ໃນ​ຕໍ່​ໜ້າ​ຈະ​ສັບ​ສົນ​ແລະ​ແຫຼມ​ຄົມ​ກວ່າ​ເກົ່າ,​ຈີນ​ຈະ​ຍຶດ​ໝັ້ນ​ດຳ​ເນີນ​ການ​ລາດ​ຕະ​ເວນ​ເປັນ​ປົກ​ກະ​ຕິ​ເພື່ອ​ປົກ​ປ້ອງ​ສິດ​ອະ​ທິ​ປະ​ໄຕ​ຂອງ​ຕົນ.