ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ຍີ່​ປຸ່ນຕອບ​ໂຕ້ການປະ​ທ້ວງ​ຂອງ​ຍີ່​ປຸ່ນກ່ຽວ​ກັບ​ກຳ​ປັ່ນລາດຕະ​ເວນ​ຈີນ​​ເຂົ້າ​ສູ່ນ່າມນ້ຳທະ​ເລ​ເກາະ​ຕ້ຽວ​ອີ

(GMT+08:00) 2013-02-05 16:38:38     cri

ຕາມ​ຂ່າວສານ​ຊິນ​ຮວາ​​: ວັນ​ທີ 5 ກຸມພາ​ນີ້, ທ່ານ​​ເສີງ​ຢົງ​ຮວາ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ຍີ່​ປຸ່ນ​ກ່າວ​ເນັ້ນ​ວ່າ, ​ເກາະ​ຕ້ຽວ​ອີ​ແມ່ນດິນ​​ແດນ​ຂອງ​ຈີນມາ​ແຕ່​ບູຮານ​ນະ​ການ, ກຳ​ປັ່ນ​ລາດຕະ​ເວນ​ຂອງ​ຈີນ​​ແມ່ນດຳ​ເນີນ​ການ​ລາດຕະ​ເວນ​ເພື່ອ​ປົກ​ປ້ອງສິດ​ທີ່​ເປັນ​ປົກກະຕິ, ຈີນ​ບໍ່​ຍອມຮັບການ​ຕໍ່​ວ່າ​ຕໍ່​ຂານ ​ແລະ ການ​ປະ​ທ້ວງ​ຂອງ​ຍີ່​ປຸ່ນ, ຮຽກຮ້ອງ​ໃຫ້​ຍີ່​ປຸ່ນຢຸດຕິ​ການ​ລົບ​ກວນວຽກ​ງານ​ຂອງກຳ​ປັ່ນ​ລາດຕະ​ເວນ​ຂອງ​ຈີນ.

ວັນ​ທີ 5 ກຸມພາ​ນີ້, ທ່ານ​ຊາ​ອີ​ກີ ອາ​ກີຕາກາ ​ເຈົ້າ​ໜ້າ​ທີ່​ສຳ​ຫຼວດພິຈາລະນາ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຍີ່ປຸ່ນ​ໄດ້ນັດພົບທ່ານເອກ​ອັກຄະ​ລັດຖະທູດ​ເສີງຢົງ​ຮວາ, ສະ​ເໜີ​ຄຳ​ປະທ້ວງ​ຕໍ່​ກຳ​ປັ່ນ​ລາດຕະ​ເວນ​ຂອງ​ຈີນ​ເຂົ້າ​ສູ່​ນ່າມນ້ຳທະ​ເລ​ຂອງ​ເກາະ​ຕ້ຽວ​ອີ. ທ່ານເອກ​ອັກຄະ​ລັດຖະທູດ​ເສີງຢົງ​ຮວາ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໂດຍ​ແນ​ໃສ່​ການ​ຕໍ່​ວ່າ​ຕໍ່​ຂານ ​ແລະ ການ​ປະ​ທ້ວງ​ຂອງ​ຝ່າຍ​ຍີ່​ປຸ່ນ.