ຈີນ​ຍິນ​ດີ​ຮ່ວມ​ກັບ​ຜູ້​ຊົງ​ຄຸນ​ວຸດ​ທິ​ໃນ​ວົງ​ການ​ຕ່າງໆ​ຂອງ​ຍີ່​ປຸ່ນ​ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ຈີນ-​ຍີ່​ປຸ່ນ​ຂະ​ຫຍາຍ​ຕົວ​ຢ່າງ​ປອດ​ໄສ​ແລະ​ໝັ້ນ​ທ່ຽງ

(GMT+08:00) 2013-02-06 10:42:41     cri
ຕາມ​ຂ່າວCRI: ​​ໂດຍ​ແນ​ໃສ່​ທ່ານ​ດາອິ​ຊາຄູ ​ແອວ​ເກ​ດະ, ປະທານກິ​ຕິ​ມະ​ສັກ​ຂອງ​ສະມາ​ຄົມ​ໂຊ​ກາ ກັກ​ຄາອິ​ຍີ່​ປຸ່ນ​ໄດ້​ຂຽນ​ບົດ​ຄວາມ​ໂດຍ​ຮຽກ​ຮ້ອງ​ໃຫ້​ປັບ​ປຸງ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ຍີ່ປຸ່ນ​ໃຫ້​ດີ​ຂຶ້ນ,​ວັນ​ທີ​5​ກຸມ​ພາ​ນີ້, ທ່ານ​ນາງ​ຮ້ວາ​ຊຸ່ນ​ຢີງ, ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​​ໄດ້​ກ່າວ​ຢູ່​ປັກ​ກິ່ງ​ວ່າ: ​ບົນ​ພື້ນ​ຖານ​ຕ້ອງ​ເອົາ​ໃຈ​ໃສ່​ປະ​ຫວັດ​ສາດ​ແລະ​ບັນ​ຫາ​ປະ​ຈຸ​ບັນ, ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ,​ກໍາ​ຈັດ​ສິ່ງ​ລົບ​ກວນ,​ຊຸກ​ຍູ້​ໃຫ້ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ຍີ່​ປຸ່ນ​ຂະ​ຫຍາຍ​ຕົວ​ຢ່າງ​ປອດ​ໄສ​ແລະ​ໝັ້ນ​ທ່ຽງ,​ນີ້​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ພື້ນ​ຖານ​ຂອງ​ສອງ​ປະ​ເທດ​ແລະ​ປະ​ຊາ​ຊົນ​ສອງ​ຊາດ.​ຈີນ​ຍິນ​ດີ​ຮ່ວມ​ກັບ​ບຸກຄົນ​ໃນ​ວົງ​ການ​ຕ່າງໆ​ຂອງ​ຍີ​ປຸ່ນ​ທຳ​ຄວາມ​ພະຍາຍາມ​ເພື່ອ​ເລື່ອງ​ນີ້.

ວັນ​ທີ27​ມັງກອນ​​ແລ້ວ​ນີ້, ທ່ານ​ດາອິ​ຊາຄູ ​ແອວ​ເກ​ດະ, ປະທານ​ກິ​ຕິ​ມະ​ສັກ​ຂອງ​ສະ​ມາ​ຄົມ​ໂຊ​ກາ ກັກ​ຄາ​ອິ​ຍີ່​ປຸ່ນ​ໄດ້​ຂຽນ​ບົດ​ຄວາມ​​ແລະ​ລົງ​ພິມ​ຢູ່​ໜັງ​ສື​ພິມ "​ໄຊ​ໂກ​ນິວສ໌​"ຂອງ​ສະ​ມາ​ຄົມ, ຮຽກ​ຮ້ອງ​ໃຫ້​ປັບ​ປຸງ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ຍີ່​ປຸ່ນ​ໃຫ້​ດີ​ຂຶ້ນ, ​ແລະ​ກ່າວ​ເນັ້ນ​ວ່າ,​ພາຍ​ໃຕ້​ສະ​ຖາ​ນະ​ການ​ປະ​ຈຸ​ບັນ,​ສອງ​ຝ່າຍ​ຄວນ​ຍຶດ​ໝັ້ນ​ຫຼັກ​ການ​ໃນ​"ສັນ​ຍາ​ສັນ​ຕິ​ພາບ​ມິດ​ຕະ​ພາບ​ຍີ່​ປຸ່ນ-​ຈີນ",​ ຜ່ານ​ການ​​ແລກປ່ຽນ​ຢ່າງ​ຈິງ​ໃຈ,​ພະ​ຍາ​ຍາມ​ຊອກ​ຫາ​ວິ​ທີ​ແກ້​ໄຂ​ບັນ​ຫາ, ​ເພື່ອ​ຂ​ະຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ດີ​ຂຶ້ນ​ກວ່າ​ເກົ່າ. ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ​ນາງ​ຮ້ວາ​ຊຸ່ນ​ຢີງ​ກ່າວ​ວ່າ:​ພາຍ​ໃຕ້​ສະຖານະ​ການ​ປະຈຸ​ບັນ,​ທ່ານ​ດາ​ອິ​ຊາ​ຄູ ​ແອວ​ເກ​ດະ​ຮຽກ​ຮ້ອງ​ໃຫ້​ປັບ​ປຸງການ​ພົວພັນ​ລະ​ຫວ່າງ​ຈີນ​ກັບ​ຍີ່ປຸ່ນ​​ໃຫ້​ດີ​ຂຶ້ນ, ນີ້​ສອງ​ແສງ​ໃຫ້​ເຫັນ​ເຖິງ​ສຽງ​ສະ​ໜັບ​ສະ​ໜູນ​ການ​ປົກ​ປັກ​ຮັກສາ​ການ​ພົວພັນ​ຈີນ-​ຍີ່ປຸ່ນ​ຢູ່​ພາຍ​ໃນ​ປະ​ເທດ​ຍີ່ປຸ່ນ.