ຈີນ​ຊົມ​ເຊີຍ​ຜົນສຳ​ເລັດ​ຂອງການ​ເຈລະຈາ​ສັນຕິພາບ​ລະຫວ່າງລັດຖະບານ​ມຽນມາ​ກັບອົງການ​ເອກະລາດ​ຄາ​ຊິນ

(GMT+08:00) 2013-02-06 15:34:33     cri
ຕາມ​ຂ່າວCRI, ​ໂດຍ​ແນ​ໃສ່​ລັດຖະບານ​ມຽນມາ​ແລະ​ອົງການ​ເອກະລາດ​ຄາ​ຊິນ​ໄດ້​ຈັດການ​ເຈລະຈາສັນຕິພາບ​ຢູ່​ເມືອງ​ຢຸ້ຍລີ້​ແຂວງ​ຢຸນນານ​ຈີນ​ໃນ​ວັນ​ທີ4​ກຸມພາ​ນີ້​ແລະ​ໄດ້​ມີ​ຄວາມ​ຮັບ​ຮູ້​ຄື​ກັນ, ວັນ​ທີ5​ກຸມພາ​ນີ້, ຢູ່​ນະຄອນຫຼວງ​ປັກ​ກິ່ງ, ທ່ານ​ນາງ​ຮວາ​ຊຸນ​ຢິງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ສອງ​ຝ່າຍ​ໄດ້​ຮັບ​ຜົນ​ສຳ​ເລັດໃນ​ບັນຫາ​ສຳຄັນ​ຕ່າງໆ ​ເຊັ່ນ: ການ​ຢຸດ​ຍິງ, ການ​ເຈລະຈາ​ສັນຕິພາບ​ແລະ​ອື່ນໆ, ຈີນ​ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ລັກສະນະ​ສ້າງສັນ​ເພື່ອ​ການ​ເຈລະຈາ​ສັນຕິພາບ​ລະຫວ່າງ​ສອງ​ຝ່າຍ. ນາງກ່າວ​ວ່າ:

"ຈີນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ສອງ​ຝ່າຍ​ໄດ້​ຮັບ​ຜົນສຳ​ເລັດ​ໃນ​ບັນຫາ​ສຳຄັນ​ຕ່າງໆ ​ເຊັ່ນ: ການ​ຢຸດ​ຍິງ, ການ​ເຈລະຈາ​ສັນຕິພາບ​ແລະ​ອື່ນໆ. ຫວັງ​ໃຫ້​ສອງ​ຝ່າຍ​ປະຕິບັດ​ຕາມ​ຄຳ​ໝັ້ນ​ສັນຍາ​ຂອງ​ຕົນ, ຮັກສາ​ການ​ຕິດ​ຕໍ່​ພົວພັນ​ກັນ, ​ທຳ​ຄວາມ​ພະຍາຍາມ​ເພື່ອ​ບັນລຸ​ສັນຕິພາບ​ຖາວອນ​ຢ່າງ​​ແທ້​ຈິງ​ຢູ່​ພາກ​ເໜືອ​ມຽນມາ. ຈີນ​ຈະ​ສືບ​ຕໍ່​ເສີ​ມຂະຫຍາຍ​ບົດບາດ​ລັກສະນະ​ສ້າງສັນ​ເພື່ອ​ການ​ເຈລະຈາ​ສັນຕິພາບ​ລະຫວ່າງ​ສອງ​ຝ່າຍ."